ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-15 13:45:21    
ອິນ​ໂດ​ເນ​ເຊຍ​ແລະ​​ເຢຍລະ​ມັນສ້າງ​ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ມະຫາ​ສະ​ໝຸດ​ອິນ​ເດຍ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 14 ມີນາ, ຢູ່​ທີ່​ຢາ​ກາກ​ຕາ ນະຄອນຫຼວງອິນ​ໂດ​ເນ​ເຊຍ, ​ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ແລະ​ເຢຍລະ​ມັນ​ກ່າວ​ວ່າ, ​ໃນ​ມື້​ດຽວ​ກັນ ຢູ່​ຢາ​ກາກ​ຕາ ລັດ​ຖະ​ບານ​ສອງ​ປະ​ເທດ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ສ້າງລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ, ນັກວິ​ທະ​ຍາ​ສາດ​ຂອງ​ສອງ​ປະ​ເທດ​ຈະ​ເລີ່ມ​ຕິດຕັ້ງລະບົບ​ເຕຶອນ​ໄພ​ຄື້ນຊູ​ນາ​ມີ​ຊຸດ​ໜຶ່ງ​ຢູ່​ເຂດ​ທະ​ເລ​ທີ່​ມໍ່​ອິນ​ໂດ​ເນ​ເຊຍ​ແລະ​ບາງ​ເຂດ​ມະຫາ​ສະໝຸດ​ອິນ​ເດຍ​ໃນ​ເດືອນ​ຕຸ​ລາ​ປີ​ນີ້.

ຕາມ​ໄດ້​ຊາບ, ລະບົບ​ເຕືອນ​ໄພ​ຄື້ນຊູ​ນາ​ມີ​ຊຸດ​ນີ້ ຄາດ​ວ່າ​ຈະ​​ໃຊ້​ທຶນ 60 ລ້ານ​ໂດ​ລາ​ສະ​ຫະ​ລັດ, ລວມທັງ​ອຸປະກອນສັງ​ເກດ​ຢັ່ງ​ແທກ​ພື້ນ​ທະ​ເລ ໜ້າ​ນ້ຳທະ​ເລ​ແລະ​ເທິງ​ອາກາດ.