ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-15 14:50:35    
ຄວາມ​ຫມາຍ​ແຫ່ງ​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​(CAFTA)

cri Author: sayvanny
ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນຄື CAFTA ມີ​ຄວາມ​ຫມາຍ​ຕັ້ງຫນ້າ​ຄື:

1.ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ມີ​ຜົນ​ດີ​ຕໍ່​ສະຖຽນ​ລະ​ພາບ​ຂອງ​ເຂດ​ອາ​ຊີ​ປາ​ຊິ​ຟິກ
ຈີນ​ກັບ​ອາ​ຊຽນ​ຢູ່​ຂັ້ນ​ດຽວ​ກັນ​ຂອງ​ເຂດ​ອາຊີ​ປາ​ຊິກ​ຟິກ, ອາ​ຊຽນຍຶດ ໝັ້ນ ປະຕິບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ດຸນ​ດຽງ​ກັບ​ມະ​ຫາ​ປະ​ເທດ​,ສ່ວນ​ຈີນ​ຍຶດ​ຫມັ້ນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ເຈດ​ຈຳນົງ​ທີ່​ຖືກ​ຕ້ອງ​ປອງ​ດອງ​ກັບ​ປະ​ເທດ​ໃກ້​ຄຽງທີ່ບໍ່​ເປັນ​ເຈົ້າອຳນາດ​ຈົນ​ເທົ່າ​ໃດໆ,ບໍ່​ສະ​ແຫວງ​ຫາ​ຂອບ​ເຂດ​ອິດ​ທິ​ພົນ​ຢູ່​ພາກ​ພື້ນ​ຕົນ​ເອງ,ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນຂອງ​ປະ​ເທດ​ອື່ນ,ນີ້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ແລະ​ຮັບ​ຮອງ​ຈາກ​ອາ​ຊຽນ, ສະນັ້ນ ຈິ່ງ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຂະ​ຫຍາຍ​ຕົວ​ຕໍ່ໄປ.​​ເປັນ ອັນ​ຈະ​ແຈ້ງ​ແລ້ວ​ວ່າ, ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນຈະ​ຊຸກ​ຍູ້​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ພົວ​ພັນ​ການ​ເມືອງ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຕື່ມ​ອີກ, ມີ​ຜົນ​ດີ​ທີ່​ສຸດ​ຕໍ່​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ອາຊີ​ປາ​ຊິ​ຟິກ.

2.ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ

ຈີນ​ກັບ​ອາ​ຊຽນ​ມີ​ຄວາມ​ຕາບ​ຈູ​ນກັນ​ຫລາຍ​ໃນ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ,ມີ​ແຕ່​ສອງ​ຝ່າຍ​ຮັກ​ສາ​ການ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ກັນ​ເທົ່າ​ນັ້ນ,ຄວາມ​ຕາບ​ຈູນ​ກັນ​ແບບ​ນີ້​ຈິ່ງ​ສາ​ມາດ​​​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ເປັນ​ຢ່າງ​ດີ, ​ແລ້ວ​ເພີ່ມ​ພະ​ລັງ​ຊີ​ວິດ​​ເຂົ້າ​ໃນ​ເສດ​ຖະ​ກິດ​ຂອງ​ສອງ​ຝ່າຍ. ຈີນ​ກັບ​ອາ​ຊຽນ​ສ້າງ​ເຂດ​ການ​ຄ້າ​ເສ​ລີ, ສາ​ມາດ​ຫລຸດ​ການ​ແກ່ງ​ແຍ່ງ​ກັນ​ໃນ​ຕະ​ຫລາດ​ທຶນ​ສາ​ກົນ​ແລະ​ຕະ​ຫລາດ​ສິນຄ້າ​ສາ​ກົນ.ສະ​ນັ້ນ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ສະຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ອາຊີ​ປາ​ຊິ​ຟິກ​ກໍ່​ຄື​ຂອງ​ໂລກ​ທໍ່ນັ້ນ, ຫາກ​ຍັງ​ຈະ​ຍົກ​ຖານະ​ຂອງ​ຈີນ​ແລະ​ອາ​ຊຽນ​ໃນ​ເສດ​ຖະ​ກິດ​ໂລກ​ອີກ​ດ້ວຍ.

3. ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນມີ​ຜົນ​ດີ​ຕໍ່​ຂະ​ບວນວິວັດ​ການ ຮ່ວມ​ມື​ກັນຂອງ​ອາຊີ​ຕາ​ເວັນ​ອອກ, ກາຍ​ເປັນ​ປັດ​ໄຈ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເລັ່ງລັດ​ຫັນເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ເປັນ​ເອກະ​ພົບ​ດຽວ

​ເວົ້າ​ໃນດ້ານ​ຕັ້ງຫນ້າ​​ແລ້ວ​ເຫັນ​ວ່າ, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນອາດ​ຈະ​ເກີດ​ມີ​ຜົນ​ສັກສິດ​ໃນ​ສາມ​ດ້ານ​ຄື:ຫນຶ່ງ ຈີນ​ກັບ​ອາ​ຊຽນສ້າງ​ເຂດ​ການ​ຄ້າ​ເສລີ​ພາຍ​ໃນ​ຂອບ​ເຂດ​ກວ້າງ, ​ແລ້ວ​ດຶງ​ດູດ​ປະ​ເ​ທດອື່ນ​ເຂົ້າຮ່ວມ;ສອງ ສົ່ງ​ເສີມປະ​ເທດ​ອື່ນໆ​ນຳ​ໃຊ້​ບາດກ້າວທີ່​ຕັ້ງຫນ້າ​ກວ່າ​ເກົ່າ​ເລັ່ງລັດ​ສ້າງ​​ເຂດ​ການ​ຄ້າ​ເສລີ​ກັບ​ອາ​ຊຽນ;ສາມ ຊຸກ​ຍູ້​ບາດກ້າວ​ສ້າງເຂດ​ການ​ຄ້າ​ເສລີ​ຢູ່​ທົ່ວ​ເຂດ​ອາຊີ​ຕາ​ເວັນ​ອອກ,​ເພື່ອສົ່ງ​ເສີມ​ຜູ່​ແທນ​ອາຊີ​ຕາ​ເວັນ​ອອກ​ທຳ​ການ​ຕົກລົງ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ຕາ​ເວັນ​ອອກ,ວາງ​ແຜນການ​ປະຕິບັດ​ແລະ​ເລີ່​ມປະຕິ ບັດ​ໂດຍ​ໄວ.​​ເມື່ອ​ເປັນ​ແນວ​ນີ້, ຈີນ​ກັບ​ອາ​ຊຽນສ້າງ​ເຂດ​ການ​ຄ້າ​ເສລີ​ກໍ່​ຈະ​ມີ​ບົດບາດ​ອັນຕັ້ງຫນ້າ​ທີ່​ສຸດ​ຕໍ່​ການ​ຮ່ວມມື​ແລະ​ການ​ຫັນ​ເປັນ​ເອກະ​ພົບ​ດຽວ​ຂອງ​ທົ່ວ​ເຂດ​ອາຊີ​ຕາ​ເວັນ​ອອກ.