|
|
(GMT+08:00)
2005-03-15 15:47:23
|
|
ຄວາມຄືບຫນ້າຂອງການຮ່ວມມືລະຫວ່າງຈີນອາຊຽນ
cri
ໃນຫລາຍປີມານີ້,ການຮ່ວມມືໃນທຸກຂົງເຂດລະຫວ່າງຈີນກັບອາຊຽນໄດ້ຮັບຄວາມຄືບຫນ້າໃຫມ່. 1. ການສົນທະນາດ້ານການເມືອງຈັດຂຶ້ນຢ່າງເນື່ອງນິດ,ຄວາມໄວ້ເນື້ອເຊື່ອໃຈກັນໄດ້ເພີ່ມທະວີຂຶ້ນ.ຈີນເດັ່ດດ່ຽວປະຕິບັດສິດແລະພັນທະຂອງສົນທິສັນຍາມິດຕະພາບຮ່ວມມືກັບອາຊີອາຄະເນ.ກອງປະຊຸມລັດຖະມົນຕີການຕ່າງປະເທດບໍ່ເປັນທາງການຂອງອາຊຽນໄດ້ອອກຖະແຫລງການປະທານກ່ຽວກັບບັນຫາໄຕ້ຫວັນ,ກ່າວລຶ້ມວ່າ ສືບຕໍ່ປະຕິບັດນະໂຍບາຍຈີນດຽວ,ທັງນີ້ໄດ້ສ່ອງແສງຄວາມຈິງໃຈຂອງອາຊຽນທີ່ສະຫນັບສະຫນູນຈີນໂຮມເຂົ້າເປັນເອກະພາບກັນໂດຍສັນຕິ.
2. ການພົວພັນດ້ານເສດຖະກິດການຄ້າໄດ້ເພີ່ມທະວີຂຶ້ນ,ລະດັບການຮ່ວມມືກັນໄດ້ຍົກສູງຂຶ້ນ.ປີ 2003,ການໄປມາຫາສູ່ກັນດ້ານການຄ້າລະຫວ່າງສອງຝ່າຍໄດ້ຂະຫຍາຍຕົວຢ່າງວ່ອງໄວ,ໄດ້ລື່ນກາຍ 70 ຕື້ດອນລາສະຫະລັດ,ຄືບັນລຸ 78 ຕື້ 250 ລ້ານດອນລາສະຫະລັດ,ນີ້ເປັນການບຸກທະລຸຄັ້ງປະຫວັດສາດ,ທຽບກັບປີ 2002 ໄດ້ເພີ່ມຂຶ້ນ 42,8%,ອັດຕາສ່ວນໃນຍອດບໍລິມາດການຄ້າຕ່າງປະເທດຂອງຈີນໄດ້ເພີ່ມຂຶ້ນເປັນ 9,2%,ອາຊຽນໄດ້ເປັນຄູ່ການຄ້າໃຫຍ່ທີ 5 ຂອງຈີນ 11 ປີລຽນຕິດ.ປີ 2004,"ແຜນການເກັບກ່ຽວໃນໄລຍະຕົ້ນ"ຂອງເຂດການຄ້າເສລີໄດ້ຮັບການປະຕິບັດຢ່າງສະດວກ,ງານມະຫິກຳຈີນອາຊຽນໄດ້ຈັດຂຶ້ນຢ່າງສຳເລັດຜົນ, ການຄ້າລະຫວ່າງສອງຝ່າຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ.ອາຊຽນປະກາດວ່າ,ຮັບຮອງຖານະເສດຖະກິດຕະຫລາດສົມບູນຂອງຈີນ.
3. ການສົນທະນາກັນດ້ານຄວາມປອດໄພລົງສູ່ລວງເລິກ,ການຮ່ວມມືໄດ້ຮັບປະສິດທິຜົນ.ສອງຝ່າຍສຸມກຳລັງປະຕິບັດຄຳຖະແຫລງການການກະທຳຂອງທຸກຝ່າຍຢູ່ທະເລຈີນໃຕ້,ໄດ້ເຊັນບົດບັນທຶກກັນລືມຄວາມເຂົ້າໃຈກັນກ່ຽວກັບການຮ່ວມມືໃນຂົງເຂດຄວາມປອດໄພທີ່ບໍ່ແມ່ນດັ້ງເດີມ,ໄດ້ວາງແຜນການຮ່ວມມືໄລຍະກາງແລະໄລຍະຍາວ,ໄດ້ດຳເນີນການຮ່ວມມືກັນຢ່າງມີປະສິດທິພາບກວ່າເກົ່າໃນຂົງເຂດຕ້ານການກໍ່ການຮ້າຍ ຊາວຍົກຍ້າຍທີ່ຜິດກົດຫມາຍ ການເກືອດຫ້າມຢາເສບຕິດ ການປະຕິບັດກົດຫມາຍແລະການສືບສວນສອບສ່ວນຄະດີອາຍາເປັນຕົ້ນ.
4. ໄດ້ເປີດກວ້າງການຮ່ວມມືກັນຢ່າງຮອບດ້ານ,ເນື້ອໃນຍິ່ງອຸດົມສົມບູນກວ່າເກົ່າ.ບົນພື້ນຖານ 4 ກົນໄກຮ່ວມມືກັນຂັ້ນລັດຖະມົນຕີເຊັ່ນການຕ່າງປະເທດ ເສດຖະກິດ ຄົມມະນາຄົມແລະດ່ານພາສີ,ສອງຝ່າຍໄດ້ສ້າງກົນໄກຮ່ວມມືຂອງອະທິໄອຍະການ ແລະຫົວຫນ້າວຽກງານຊາວຫນຸ່ມ.ການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດການທະນາຄານ ກະສິກຳ ຄົມສະນາຄົມ ຂໍ້ມູນຂ່າວສານໂທລະຄົມ ສາທາລະນະສຸກ ຊັບພະຍາກອນມະນຸດ ການສຶກສາ ການທ່ອງທ່ຽວ ວັດທະນະທຳ ວິທະຍາສາດເຕັກນິກແລະການໄປມາຫາສູ່ກັນຝ່າຍພື້ນເມືອງເປັນຕົ້ນໄດ້ລົງສູ່ລວງເລິກຕື່ມອີກ.
ເດືອນພະຈິກປີ 2004,ໃນກອງປະຊຸມຜູ້ນຳອາຊຽນຈີນຄັ້ງທີ 8 ທີ່ໄຂຂຶ້ນຢູ່ລາວ,ຈີນກັບອາຊຽນໄດ້ເຊັນແຜນການປະຕິບັດງານກ່ຽວກັບການຈັດຕັ້ງປະຕິບັດຄຳຖະແຫລງການຮ່ວມ ລະຫວ່າງຈີນກັບອາຊຽນກ່ຽວກັບການພົວພັນຫມູ່ຄູ່ຍຸດທະສາດທີ່ອວ່າຍຫນ້າໄປສູ່ສັນຕະພາບແລະຄວາມຈະເລີນຮຸ່ງເຮືອງ ສັນຍາການຄ້າວັດສະດຸໃນສັນຍາຂອບການຮ່ວມມືດ້ານເສດຖະກິດຮອບດ້ານຈີນອາຊຽນ ສັນຍາກົນໄກແກ້ໄຂການວິວາດກັນລະຫວ່າງຈີນອາຊຽນແລະເອກະສານອື່ນໆ.ອາຊຽນຮັບຮອງຈີນເປັນອົງກອນເສດຖະກິດຕະຫລາດທີ່ສົມບູນ.ຈາກນີ້,ເຂດການຄ້າເສລີຈີນອາຊຽນທີ່ເລີ່ມຕົ້ນເມື່ອປີ 2002 ໄດ້ກ້າວເຂົ້າໄລຍະປະຕິບັດທີ່ມີລັກສະນະທາດແທ້.
|
|
|