|
 |
(GMT+08:00)
2005-03-15 16:45:30
|
 |
ໄພແຫ້ງແລ້ງໜັກໜ່ວງກະໜ່ຳອາຊີອາຄະເນ
cri
Author: li
ຕາມຂ່າວສານຈີນ: ຢູ່ອາຊີອາຄະເນມີຫຼາຍປະເທດພວມເກີດໄພແຫ້ງແລ້ງຢ່າງໜັກໜ່ວງ,ເສດຖະກິດຂອງລາວ,ໄທ,ຫວຽດນາມ,ກຳປູເຈຍແລະອິນໂດເນເຊຍເປັນຕົ້ນໄດ້ເສຍຫາຍຫຼາຍຮ້ອຍລ້ານໂດລາສະຫະລັດ.
ເຈົ້າໜ້າທີ່ພາກສ່ວນແຜນການເຂົ້າແລະຜັກຂອງລາວກ່າວວ່າ,ຍ້ອນຂາດນ້ຳ,ແມ່ນ້ຳຂອງໃນແດນລາວພວມບົກລົງຢ່າງບໍ່ຂາດສາຍ.
ສ່ວນຢູ່ໄທ ມີເກືອບ 70 ຈັງຫວັດປະສົບໄພແຫ້ງແລ້ງ,ຈຳນວນຜູ້ປະສົບໄພລື່ນກາຍ 9 ລ້ານ 5 ແສນ 6 ໝື່ນຄົນ. ໄພແຫ້ງແລ້ງເຮັດໃຫ້ນາ 2 ລ້ານເຮັກຕາເສຍຫາຍຕັ້ງຮ້ອຍລ້ານໂດລາສະຫະລັດ.
ນອກນີ້ ເຈົ້າໜ້າທີ່ໄທພວມພິຈາລະນາເປັ່ງນ້ຳຂອງແມ່ນ້ຳຂອງປະເທດອ້ອມຂ້າງ,ເພື່ອແກ້ໄຂໄພແຫ້ງແລ້ງຂອງໄທ.
ວັນທີ 14 ມີນາ ຝ່າຍທາງການກຳປູເຈຍກ່າວວ່າ,ປັດຈຸບັນ,ມີຊາວກະສິກອນປະມານ 7 ໝື່ນຄົນອຶດນ້ຳ.
ຢູ່ພາກກາງຫວຽດນາມ,ຄົນທີ່ປະສົບໄພແຫ້ງແລ້ງຫຼາຍເຖິງ 1 ລ້ານຄົນ,ຄວາມເສຍຫາຍດ້ານກະສິກຳເຖິງ 80 ລ້ານໂດລາສະຫະລັດ.
ຢູ່ອິນໂດເນເຊຍ ຍ້ອນໄພແຫ້ງແລ້ງ ການເຕີບໃຫຍ່ຂອງເຄື່ອງປູກຂອງຝັງໄດ້ຖືກທຳລາຍຢ່າງໜັກໜ່ວງ,ປັດຈຸບັນມີຊາວກະສິກອນເກືອບ 5 ໝື່ນຄົນໃກ້ຈະອຶດເຂົ້າ.
|
|
|