ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-15 18:00:36    
ທ່ານ​ອານ​ນານ​ຢ້ຽມຢາມ​ປາ​ເລັສ​ຕິນ​ອິສ​ຣາ​ແອນ​ຄັ້ງ​ທຳ​ອິດ​ໃນ 4 ປີ​ມາ​ນີ້

cri Author: lm

ຕາມ​ຂ່າວCRI: ວັນ​ທີ 14 ມີນາ, ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ປະຊາ​ຄົມ​ໂລກ​ຈະ​ອອກ​ແຮງ​ຊຸກ​ຍູ້​ຂະ​ບວນວິວັດ​ສັນຕິພາບ​ປາ​ເລັສ​ຕິນ​ອິສ​ຣາ​ແອນ, ປະ​ຕິບັດ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.

ທ່ານ​ອານ​ນານ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ພາຍຫຼັງພົບ​ປະ​ທ່ານ​ອັບ​ບາສ ປະທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕິນຢູ່​ເມືອງ​ລາມາ​ລາຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃນ​ມື້​ດຽວ​ກັນ. ກ່ອນ​ໜ້າ​ນີ້, ທ່ານ​ໄດ້​ໄປ​ຢ້ຽມຢາມ​ອິສຣາ​ແອນ, ​ແລະ​​ເຈລະຈາ​ກັບ​ທ່ານ​ຊາ​ລອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ.  ນີ້​ແມ່ນ​ທ່ານ​ອານ​ນານ​ໄປ​ຢ້ຽມຢາມ​ປາ​ເລັສຕິ​ນອິສຣາ​ແອນຄັ້ງ​ທຳ​ອິດ​ໃນ 4 ປີ​ມາ​ນີ້. ນັກ​ສັງ​ເກດ​ການ​ເຫັນ​ວ່າ, ທ່ານ​ອານ​ນານ​ໄປ​ຢ້ຽມຢາມ​ເທື່ອ​ນີ້ ຈະ​ມີ​ຜົນ​ສະ​ທ້ອນ​ອັນ​ຕັ້ງ​ໜ້າ​ຕໍ່​ການດຳ​ເນີນຂະ​ບວນວິວັດ​ສັນ​ຕິພາບ​ປາ​ເລັສຕິ​ນອິສຣາ​ແອນ​ຄືນ​ໃໝ່.

​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນຫຼັງຈາກພົບ​ປະ​ທ່ານ​ອັບ​ບາສ, ທ່ານອານ​ນານກ່າວ​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້, ການ​ຄືບ​ໜ້າ​ຂອງ​ສະຖານະ​ການ​ປາ​ເລັສຕິ​ນອິສຣາ​ແອນ​ໄດ້​ອຳ​ນວຍ​ໂອ​ກາດ​ໃຫ້​ແກ່​ການ​ເລີ່​ມຕົ້ນຂະ​ບວນວິວັດ​ສັນຕິພາບ​ຄືນ​ໃໝ່.

ວັນ​ທີ 13 ມີນາ, ​ໃນ​ເວລາ​​ເຈລະຈາ​ກັບ​ທ່ານ​ຊາ​ລອນ, ທ່ານ​ອານ​ນານ​ກ່າວ​ວ່າ, ທ່ານ​ຊົມ​ເຊີຍ​ທ່ານ​ຊາ​ລອນ​ທີ່​ຕັດສິນ​ໃຈ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ, ຫວັງ​ວ່າ​ແຜນການ​ນີ້​ຄົງ​ຈະ​ຊ່ອຍ​ໃຫ້ສອງ​ຝ່າຍ​ປາ​ເລັສຕິ​ນອິສຣາ​ແອນ​ກັບ​ຄືນ​ສູ່​ແຜນການ​ເສັ້ນທາງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ຄືນ​ໃໝ່.

ນອກຈາກ​ເຈລະຈາ​ກັບ​ຜູ່​ນຳ​ປາ​ເລັສຕິ​ນອິສຣາ​ແອນ​ແລ້ວ, ການ​ເຄື່ອນ​ໄຫວ​ສຳຄັນ​ອີກ​ລາຍ​ໜຶ່ງ​ຂອງ​ທ່ານ​ອານ​ນານທີ່​ໄປ​ຢ້ຽມຢາມ​ຕາ​ເວັນ​ອອກ​ກາງ​ເທື່ອ​ນີ້​ແມ່ນ​ເຂົ້າຮ່ວມ​ພິທີ​ສ້າງ​ສຳ​ເລັດ​ຫໍ​ລະ​ລຶກ​ການ​ສັງຫານ​ໂຫດຂອງ​ອິສຣາ​ແອນ​​ແຫ່ງໃໝ່​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ມີນາ. ​ໃນ​ເວລາ​ນັ້ນ, ນັກ​ການ​ເມືອງ​ສຳຄັນຂອງ​ປະ​ເທດ​ຕ່າງໆ​ປະມານ 30 ທ່ານ​ເຊິ່ງ​ລວມທັງ​ຜູ່​ນຳ​ຝຣັ່ງ ອີ​ຕາ​ລີ ​ໂຮ​ນລັງ​ແລະ​ໂປ​ໂລ​ຍ​ເປັນຕົ້ນຈະ​ເຂົ້າຮ່ວມພິທີ, ລະ​ລຶກ​ຊາວ​ຢິວຫຼາຍລ້ານ​ຄົນ​ທີ່​ຖືກພວກນາ​ຊີ​ເຂັ່ນ​ຂ້າ​ໃນ​ສົງ​ຄາມ​ໂລກ​ຄັ້ງທີ​ສອງ, ທົບ​ທວນ​ປະ​ຫວັດ​ສາດ, ​ເຕືອນ​ຄົນ​ຮຸ້ນຫຼັງ, ​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ໂສກ​ນາດ​ຕະ​ກຳ​ຄ້າຍຄື​ກັນ​ນີ້​ເກີດ​ຂຶ້ນ​ອີກ.

​ໃນ​ໄລຍະ​ດົນ​ນານ​ມາ​ນີ້, ສະຫະ​ປະຊາ​ຊາດ​ໄດ້​ທຳ​ຄວາມ​ພະຍາຍາມ​ອັນ​ມະຫາສານ​ໃນ​ບັນ​ຫາ​ປາ​ເລັສຕິ​ນອິສຣາ​ແອນ, ​ແລະ​ພ້ອມ​ກັນ​ກັບ​ອາ​ເມ​ລິ​ກາ ຣັດ​ເຊຍ ສະຫະພາບ​ເອີ​ລົບ​ວາງ​ແຜນ​ການ​ເສັ້ນທາງ​ສັນຕິພາບ​​ໃນ​ປີ 2003. ບຸກຄົນ​ວິ​ເຄາະ​ຊີ້​ອອກ​ວ່າ, ​ເຖິງ​ວ່າ​ຜູ່​ນຳ​ທາງ​ຂະ​ບວນ​ວິ​ວັດ​ສັນຕິພາບ​ປາ​ເລັສຕິ​ນອິສຣາ​ແອນ​ຍັງ​ຄົງ​ແມ່ນ​ອາ​ເມ​ລິ​ກາ​ກໍ່ຕາມ, ​ແຕ່​ສະຫະ​ປະຊາ​ຊາດ​ໃນ​ຖາ​ນະ​ເປັນ​ອົງການ​ຈັດຕັ້ງສາກົນ​ທີ່​ມີ​ລັກສະນະ​ຕົວ​ແທນ​ກວ້າງ​ຂວາງ​ກວ່າ​ໝູ່​ແລະ​ສຳຄັນ​ກວ່າ​ໝູ່​ໃນ​ໂລກ, ​ຈະ​ເສີມ​ຂະຫຍາຍ​ບົດບາດ​ທີ່​ເຂົ້າ​ແທນ​ບໍ່​ໄດ້​ໃນ​ການ​ຕິດຕາມກວດກາ​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ ປະສານຫຼັກໝັ້ນຂອງ​ບັນດາ​ຝ່າຍ ຍາດ​ແຍ່ງ​​ເອົາ​ການ​ສະໜັບສະ​ໜູນ​ຊ່ອຍ​ເຫຼືອຈາກ​ສາກົນ ຜ່ອນຄາຍ​​ໄພພິບັດ​ດ້ານ​ມະ​ນຸດ​ສະທຳ​ຂອງ​ປະ​ຊາ​ຊົນ​ປາ​ເລັສ​ຕິນ​ແລະ​ບັນຫາ​ອື່ນໆ. ຄຽງ​ຄູ່​ກັບ​ສະຖານະ​ການ​ປາ​ເລັສຕິນ​ອິສ​ຣາ​ແອນ​ມີ​ທ່ວງ​ທ່າ​ຜ່ອນ​ຄາຍ​ລົງ,  ບົດບາດ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ການ​ເລີ່ມ​ຕົ້ນ​ແຜນ​ການ​ເສັ້ນທາງ​ສັນ​ຕິ​ພາບ​ຄືນ​ໃໝ່ ຊຸກ​ຍູ້​ຂະ​ບວນວິວັດ​ສັນຕິພາບ​ນັ້ນຈະ​ພົ້ນ​ເດັ່ນ​ກວ່າ​ເກົ່າ.