ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-15 20:42:52    
ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງ​ປາ​ເລັສ​ຕີນ​ມີ​ຫວັງ​ຈະ​ໄດ້​ຜົນ​ອັນ​ຕັ້ງ​ໜ້າ

cri Author: da
ຕາມ​ຂ່າວ​CRI:​ກອງ​ປະຊຸມ​ສົນທະ​ນາລະ​ຫວ່າງ​ບັນດາ​ຝ່າຍປາ​ເລັສຕີນ​ຮອບ​ໃໝ່​ຈະ​ຈັດ​ຂຶ້ນ​ຢູ່​ເລີ​ແກ​ແຕ່​ວັນ​ທີ 15 ຮອດ​ວັນ​ທີ 19 ມີນາ.ປະກົດ​ການ​ຕ່າງໆ​ສະ​ແດງ​ໃຫ້​ເຫັນ​ວ່າ,ກອງ​ປະຊຸມ​ສົນ​ທະນາ​ເທື່ອ​ນີ້​ມີ​ຫວັງຈະ​ຮັບ​ການ​ບຸກ​ທະລຸ​ບາງ​ຢ່າງ​ໃນ​ບັນຫາ​ສຳຄັນ​ຕ່າງໆ​ຄື​ບັນດາ​ຝ່າຍ​ແຂງ​ຂອງ​ປາ​ເລັສ​ຕີນ​ຈະບັນລຸ​ການ​ຢຸດຍິງ​ກັບ​ອິສຣາ​ແອນຢ່າງ​ແທ້​ຈິງ​ເປັນຕົ້ນ.

ຕາມ​ຂ່າວ​ແຈ້ງ​ວ່າ,ກອງ​ປະຊຸມ​ຄັ້ງນີ້​ຈະ​ເຈາະ​ຈົງ​ຫາລື​ 3 ບັນຫາ.​ໜຶ່ງ​,ປັບປຸງ​ສັນຍາ​ຢຸດ​ຍິງ​ລະຫວ່າງ​ປາ​ເລັສ​ຕີນ​ກັບ​ອິສຣາ​ແອນ​ໃຫ້​ໝັ້ນ​ຄົງ.​ພາຍ​ຫຼັງ​ທ່ານ​ອາບາສ​ຖືກ​ເລືອກ​ຕັ້ງ​ເປັນ​ປະ​ທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ​ແລ້ວ,​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ເຂົ້າ​ໃຈ​ກັນ​ກັບ​ບັນດາ​ຝ່າຍ​ປາ​ເລັສ​ຕີນ​ກ່ຽວ​ກັບ​ການຢຸດ​ຍິງ​ກັບ​ອິສຣາ​ແອນ.​ໃນ​ກອງ​ປະຊຸມ​ຄັ້ງນີ້,​ບັນດາ​ຝ່າຍ​ທີ່​ຮ່ວມ​ປະ​ຊຸມຈະ​ຫາລື​ກັນ​ຕື່ມ​ອີກ​ກ່ຽວ​ກັບ​ເວລາ​ຈຳກັດ​ແລະ​ເງື່ອນ​ໄຂ​ຂອງ​ການ​ຢຸດຍິງ.

ສອງ,​ບັນຫາ​ສາມັກຄີ​ຢູ່ພາຍ​ໃນ​ປາ​ເລັສ​ຕີນ.ຢູ່​ໃຕ້​ສະຖານະ​ການ​ໃໝ່​ໃນ​ສະ​ເພາະ​ໜ້າ​ນີ້,ຝ່າຍ​ປາ​ເລັສ​ຕີນ​ຕ້ອງ​ການ​ທ້ອນ​​ໂຮມ​ການ​ຈັດ​ຕັ້ງຢູ່​ພາຍ​ໃນ​ໃຫ້​ເປັນ​ເອກະ​ພາບ​ກັນ​ໂດຍ​ ​ດ່ວນ,ມີ​ໂຄງການ​​ການ​ເມືອງ​ຮ່ວມ​,​ເພື່ອ​ເພີ່ມ​ທະວີ​ຖານະ​ຂອງ​ຝ່າຍ​ປາ​ເລັສຕີນ​ໃນ​ການ​ເຈລະຈາ​.ນອກ​ນີ້,ຄຽງ​ຄູ່​ກັບ​ລັດຖະບານ​ຊາ​ລອນ​ອິສຣາ​ແອນ​ໃກ້​ຈະປະ​ຕິບັດ​ແຜນ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຖອນ​ອອກ​ຈາກ​ແຖບ​ກາຊາ,​ອົງ​ການ​ຮາ​ມັສ​​ແລະ​ອື່ນໆພວມ​ສະ​ແຫວງ​ຫາສິ​ດອຳນາດ​ໃນ​ລັດຖະ​ບານ​ປົກ​ຄອງ​ຕົນ​ເອງ,ສະ​ນັ້ນ,​ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ​ກໍ​ຕ້ອງ​ການ​ມີ​ການຈັດ​ວາງ​ທາງ​ການ​ເມືອງ​ໃນ​ບັນ​ຫາ​ບັນດາ​ຝ່າຍ​ປາ​ເລັສຕີນ​ເຂົ້າ​ຮ່ວມ​ແລະ​ພິຈາ​ລະນາ​ການ​ປົກ​ຄອງ ປະຕິ​ຮູບກົນ​ໄກ​ຕັດສິນ​ຊີ້​ຂາດ​ຂອງ​ລັດຖະ​ບານ​ປາ​ເລັສ​ຕີນ​ປົກ​ຄອງ​ຕົນ​ເອງ​​ແລະ​ບັນຫາ​ອື່ນໆ,ສ້າງ​ຂອບ​ທີ່​ບັນດາ​ຝ່າຍ​ຮັບ​ເອົາໄດ້​ແລະ​ຮ່ວມ​ມື​ກັນ​ໄດ້.

ສາມ​ແມ່ນ​ບັນ​ຫາ​ການ​ເລືອກ​ຕັ້ງ​ຂອງ​ຄະນະ​ກຳມະ​ການ​ນິຕິ​ບັນ​ຍັດປາ​ເລັສຕີນ.​ຄະນະ​ກຳມະ​ການ​ນິຕິ​ບັນ​ຍັດ​ປາ​ເລັສ​ຕີນຈະ​ຈັດການ​ເລືອກ​ຕັ້ງ​ໃນ​ເດືອນ​ກໍລະກົດ​ປີ​ນີ້,​ພາຍ​ຫຼັງ​ຂວ້ຳ​ບາດ​ການ​ເລືອກ​ຕັ້ງປະ​ທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ທີ່​ຈັດ​ຂຶ້ນ​ໃນ​ຕົ້ນປີ​ນີ້​ແລ້ວ,​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ອົງ​ການ​ຮາ​ມັສກໍ​ປະກາດ​ຢ່າງ​ເປັນ​ທາງ​ການ​ວ່າ​ຈະ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ​ຂອງ​ຄະນະ​ກຳມະ​ການ​ນິຕິບັນ​ຍັດປາ​ເລັສ​ຕີນ,​ລັດຖະ​ບານປາ​ເລັສ​ຕີນ​ປົກຄອງ​ຕົນ​ເອງ​ສະ​ແດງ​ຄວາມ​ຊົມ​ເຊີຍ.​ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ​ຈະ​ຫາລື​ກັນ​ກ່ຽວ​ກັບ​​ເວລາ​ແລະ​ຮູບ​ການເລືອກ​ຕັ້ງ​ເທື່ອ​ນີ້ແລະ​ບັນຫາ​ລະອຽດ​ອື່ນໆ,​ເພື່ອ​ຈັດ​ການ​​ເລື​ອກ​ຕັ້ງ​ເທື່ອ​ນີ້ຢ່າງ​ສະດວກ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ,​ເມື່ອ​ເບິ່ງ​ຈາກ​ສະ​ຖານະ​ການ​ປະຈຸ​ບັນ​​ເຫັນ​ວ່າ,ກອງ​ປະຊຸມ​ສົນ​ທະນາ​ທີ່​ເລີ​​ແກ​ເທື່ອ​ນີ້​ມີ​ອະນາ​ຄົດ​ທີ່​ເຫັນ​ໄປ​ໃນ​ແງ່ດີ.

ກ່ອນ​ອື່ນ,​ການ​ປ່ຽນ​ແປງ​ຂອງ​ສະຖາ​ນະ​ການ​ເຂດ​ຕາ​ເວັນ​ອອກ​ກາງ​ບັງ​ຄັບໃຫ້​ອິດ​ທິກຳ​ລັງ​​​ ​ແຂງ​ຂອງ​ປາ​ເລັສ​ຕີນ​ຕ້ອງ​ມີ​ການ​ປະນີປະ​ນອມ.ມີ​ແຕ່​ປ່ຽນ​ແປງ​ຫຼັກ​ການ​ໃນ​ເມື່ອ​ກ່ອນ,ຈິ່ງ​ມີ​ການ​ພັດ​ທະນາ​ໃຕ້​ສະຖາ​ນະ​ການ​ໃໝ່.

ສອງ,ອິດ​ທິກຳ​ລັງ​​ແຂງ​ຊຶ່ງ​ແມ່ນ​ອົງ​ການ​ຮາ​ມັສ​ເປັນ​ຕົວ​ແທນນັ້ນ​ໄດ້​ປ່ຽນ​ແປງ​ຍຸດ​ໂທ​ບາຍ​ຕໍ່​ຕ້ານ​ແລ້ວ.​ໃນ​ຫຼາຍ​ປີ​ມາ​ນີ້,ອົງ​ການ​ຮາ​ມັສທີ່​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ຈາກ​ຊາວ​ປາ​ເລັສ​ຕີນ​ໜຶ່ງ​ສ່ວນສີ່​​ໄດ້ປັບ​ປຸງ​ຫຼັກ​ໝັ້ນ​ແຂງກະ​ດ້າງ​​​ເປັນ​ກ້າວໆ,​ເລີ່​ມຫັນ​ຕົນ​ເອງ​ເປັນ​ພັກ​ການ​ເມືອງ,​ເຂົ້າ​ຮ່ວມ​ແລະ​ພິຈາ​ລະນາ​ວຽກ​ງານ​ປົກຄອງ​​ດ້ວຍ​ຍຸດ​ໂທ​ບາຍທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ຄ່ອງ​ແຄ້ວ​ກວ່າ​ເກົ່າ.ຫວ່າງ​ບໍ່​ດົນ​ນີ້,ອົງ​ການ​ຮາ​ມັສກໍ​ສະ​ແດງ​ຢ່າງ​​ແຈ່ມ​ແຈ້ງວ່າ ຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຂອງ​ຄະນະ​ກຳມະ​ການ​ນິຕິ​ບັນຍັດ​ປາ​ເລັສຕີນ​ໃນ​ເດືອນ​ກໍລະ​ກົດ​ປີ​ນີ້,​ແລະ​ສະ​ແດງ​ວ່າ​ຢາກ​ເຂົ້າ​ຮ່ວມ​ອົງການ​ປົດ​ປ່ອຍ​ປາ​ເລັສ​ຕີນ.

ສາມ,​ເອຢິບ​ແລະ​ລັດຖະ​ບານ​ປາ​ເລັສ​ຕີນ​ປົກ​ຄອງ​ຕົນ​ເອງ​ໄດ້​ທຳ​ການ​ກະກຽມ​ຢ່າງ​ເຕັມທີ່​​ເປັນ​ເວລາ​ດົນ​ນານ​ເພື່ອ​ກອງ​ປະຊຸມ​ສົນ​ທະນາ​ຄັ້ງນີ້.​ແຕ່​ທ້າຍປີ​ກາຍມາ​ນີ້,ເອ​ຢິບກໍ​ແຕ່ງ​ທູດ​ພິ​ເສດ​ໄປ​ຫາລື​ກັບ 5 ຝ່າຍ​ປາ​ເລັສ​ຕີນ​ຢູ່​ເຂດ​ປາ​ເລັສ​ຕີນ​ປົກ​ຄອງ​ຕົນ​ເອງ​ຕັ້ງ​ຫຼາຍ​ເທື່ອ.​ພາຍ​ຫຼັງ​ອົງ​ການ​ອາ​ບາສ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ​ແລ້ວ,ກໍ​ສົນ​ທະນາ​ກັບ​ບັນດາ​ຝ່າຍ​ກ່ຽວ​ກັບ​ບັນຫາ​ຢຸດ​ຍິງ​ແລະ​ການ​ຈັດ​ວາງ​ທາງ​ການ​ເມືອງ​ພາຍ​ໃນ​ປາ​ເລັສ​ຕີນ,​ທັງ​ໄດ້​ຮັບ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ລະດັບ​ໃດ​ໜຶ່ງ.