ຕາມຂ່າວCRI,ວັນທີ15ມີນາ,ຢູ່ເມືອງຕາກິກຂອງຟີລິບປິນ,ທ່ານແອນເຈໂລ ເລເຢັສ ລັດຖະມົນຕີກະຊວງພາຍໃນຟິລິບປິນປະກາດວ່າ,ເຫດການຈະລາຈົນຢູ່ຄຸກທີ່ພວກປະກອບອາວຸດອົງການອາບູຊາເຢັຟກໍ່ຂຶ້ນໃນວັນທີ14ມີນາໄດ້ສິ້ນສຸດລົງແລ້ວ.

ຕຳຫຼວດໄດ້ຄວບຄຸມຕຶກຕ່າງໆໃນຄຸກ
ຕາມໄດ້ຊາບ,ມີຄົນໂທດ22ຄົນຖືກຍິງຕາຍ,ໃນນັ້ນ,ຢ່າງໜ້ອຍມີຫົວໂປ່ຊັ້ນສູງ4ຄົນຂອງອົງການປະກອບອາວຸດອາບູຊາເຢັຟ.ນອກນີ້,ຍັງມີຕຳຫຼວດ5ຄົນຖືກບາດເຈັບໃນເຫດການດັ່ງກ່າວ.ຝ່າຍຕຳຫຼວດໄດ້ຄວບຄຸມຄຸກຄືນໃໝ່ໃນທີ່ສຸດ.
|