ຈີນຍິນດີສືຕໍ່ຫາລືກັບປະເທດອາຊຽນທີ່ກ່ຽວຂ້ອງຢ່າງຕັ້ງໜ້າກ່ຽວກັບດຳເນີນການຮ່ວມມືຢ່າງຕິດແທດຕົວຈິງຢູ່ເຂດທະເລຈີນໃຕ້
cri
Author: q
ຕາມຂ່າວCRI,ວັນທີ15ມີນາ,ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ,ທ່ານລີວຈ້ຽນຊາວ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຈີນຍິນດີປະຕິບັດຕາມທິດທາງຈົ່ງຂໍ້ວິວາດໄວ້ກ່ອນ,ພ້ອມກັນພັດທະນາ,ຕັ້ງໜ້າຫາລືກັບປະເທດອາຊຽນທີ່ກ່ຽວຂ້ອງກ່ຽວກັບດຳເນີນການຮ່ວມມືຢ່າງຕິດແທດຕົວຈິງຢູ່ເຂດທະເລຈີນໃຕ້,ເຮັດໃຫ້ທະເລຈີນໃຕ້ກາຍເປັນທະເລມິດຕະພາບແລະທະເລຮ່ວມມືທີ່ເປັນສາຍພານລະຫວ່າງຈີນອາຊຽນ.
ຕາມໄດ້ຊາບ,ວັນທີ14ມີນາ,ຈີນ,ຟີລິບປິນ,ຫວຽດນາມໄດ້ເຊັນສັນຍາກ່ຽວກັບ3ຝ່າຍເຮັດວຽກງານຮ່ວມດ້ານແຜ່ນດິນໄຫວທະເລຢູ່ເຂດສັນຍາທະເລຈີນໃຕ້.ນີ້ໄດ້ປະກອບສ່ວນທາງປະຫວັດສາດເຂົ້າໃນການຊຸກຍູ້ສັນຕິພາບສະຖຽນລະພາບແລະການພັດທະນາຂອງເຂດທະເລຈີນໃຕ້.
|
|