ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-15 22:49:52    
ຟ້າ​ແມບ​ທີ່​ປະ​ຫຼາດ

cri Author: da
ໃນ​ວົງ​ທຳ​ມະ​ຊາດ,​ຟ້າ​ແມບ​ເປັນ​ຮູບ​ຫມາກ​ບານ,​ຟ້າ​ແມບ​ພວງ​ໄຂ່​ມຸກ​ແລະ​ຟ້າ​ແມບ​ສີດຳ​ລ້ວນ​ແຕ່​ບໍ່​ຄ່ອຍ​ເຫັນ.

ຟ້າ​ແມບ​ຮູບ​ຫມາກ​ບານ​ແມ່ນ​ຫມາຍ​ເຖິງ​ສິ່ງ​ທີ່​ເປັນ​ຮູບ​ກົມ​ເປັ່ງ​ສີ​ຕ່າງໆ,​ສ່ວນ​ຫຼາຍ​ເປັນ​ສີ​ແດງ​ຫຼືສີ​ແສດ ​​ເອີ້ນ​ກັນ​ວ່າ​ຫມາກ​ບານ​ໄຟ,​ໃນ​ເວລາ​ແສງ​ຟ້າ​ແມບ​ປະກອບ​ເປັນ​ຮູບ​ຫມາກ​ບານ​ຢູ່​ເທິງ​ທ້ອງ​ຟ້າ​ນັ້ນ,​ເສັ້ນ​ຜ່າ​ກາງ​ຂອງ​ມັນ​ອາດ​ຈະ​ຮອດ​ຫຼາຍ​ສິບ​ແມັດ,​ໃນ​ເວລາ​ມັນ​ຫຍັບ​ເຂົ້າ​ໃກ້​ຫນ້າ​ດິນ​ນັ້ນ,​ເສັ້ນຜ່າ​ກາງ​ຂອງ​ມັນ​ຈະ​ຄ່ອຍໆ​ນ້ອຍ​ລົງ,ສີ​ຂອງ​ມັນ​ກໍ​ມີ​ການ​ປ່ຽນ​ແປງ,​ເສັ້ນ​ທາງ​ຂອງ​ແສງ​ຟ້າ​ແມບ​ຮູບ​ຫມາກ​ບານ​ກິ້ງ​ໄປ​ນັ້ນບໍ່​ເປັນ​ລະບຽບ​ທີ່​ສຸດ,​ໃນ​ເວລາ​ມັນ​ເລື່ອນ​ລອຍ​ມາ​ໃກ້,ຈະ​ໄດ້​ຍິນ​ສຽງ​ຈິດໆ​ທີ່​ຫນ້າ​ອັດ​ສະ​ຈັນ​ຊະນິດ​ຫນຶ່ງ,​ແຕ່​ຄົນ​ເຮົາ​ອາດ​ຈະ​ຍັງ​ບໍ່​ທັນ​ຫຼົບ​ຫຼີກ​ມັນ​ເທື່ອ,ມັນ​ກໍ​ໄດ້​ເລື່ອນ​ລອຍ​ອ້ອມ​ໄປ​ເບົ່າໆ,​ແລະ​ເຕັ້ນ​ດ່ອງໆ​ໄປ​ທາງ​ຫນ້າ​ແລ້ວ,​ຍ້ອນ​ວ່າ,​ແສງ​ຟ້າ​ແມບ​ຮູບ​ຫມາກ​ບານ​ຊ້າ​ກວ່າ​ແສງ​ຟ້າ​ແມບ​ທຳ​ມະ​ດາ,ສີກໍ​ສົດ​ກວ່າ​ແລະ​ປ່ຽນ​ແປງ​ຫຼາຍ​ກວ່າ,ສະ​ນັ້ນ,​ຄົນ​ເຮົາ​ມັກ​ຫຼົງວ່າ​ແມ່ນ​ຈານ​ບິນ UFO .

ສິ່ງ​ທີ່​ເປັນຕາ​ເອົາ​ໃຈ​ໃສ່​ນັ້ນ​ແມ່ນ​ແສງ​ຟ້າ​ແມບ​ຮູບ​ຫມາກ​ບານ​ເບິ່ງ​ງາມ,​ແຕ່​ກໍ​ມີ​ລັກ​ສະນະ​ທຳ​ລາຍ​ຢ່າງ​ຮ້າຍ​ແຮງ,ວັນ​ທີ 19 ສິງຫາ​ປີ 1968 ຢູ່​ແຂວງ​ຫູ​ນານ​ຂອງ​ຈີນ​ເຄີຍ​ປະກົດ​ມີ​ຟ້າ​ແມບ​ເປັນ​ຮູບ​ຫມາກ​ບານ​ເທື່ອ​ຫນຶ່ງ​,ຟ້າ​ແມບ​ໄດ້​ຜ່າ​ເສົາ​ເຮືອນ​ຫລັງ​ຫນຶ່ງ,​ໃນ​ທັນ​ໃດ​ນັ້ນ,​ຫມາກ​ບານ​ໄຟ​ສີ​ແດງ​ທີ່​ໃຫຍ່​ສ່ຳ​ປາກ​ຖ້ວຍ​ແລ່ນ​ທົ່ວທີບ​ຢູ່​ໃນ​ຫ້ອງ​ດອກ​ໄຟ​ຟົ້ງ​ໄປ​ທົ່ວ​ທີບ,ຜູ່​ທີ່​ແຕະ​ຕ້ອງ​ຖືກ​ມັນກໍ​ຈົນ​ລົ້ມ​ລົງ.​ຫລັງ​ຈາກ​ຫມາກ​ບານ​ໄຟ​ລະ​ເບີດ​ຢູ່​ທ້ອງ​ຟ້າ​ແລ້ວ,ຈະ​ມີ​ອາຍ​ທີ່​ມີ​ຜົນ​ຮ້າຍ​ທີ່​ສຸດ​ຕໍ່​ຮ່າງ​ກາຍ​ຄົນ​ເປັນ​ກ້ອນ​ໃຫຍ່,​ສະນັ້ນ​ຜົນ​ຮ້າຍ​ຂອງ​ມັນ​ກໍ​ມີ​ລັກ​ສະນະ​ສີ​ຊ່ອນ​ອັນ​ແນ່ນອນ.

ຟ້າ​ແມບ​ເປັນ​ພວງ​ໄຂ່​ມຸກ​ຄ້າ​ຍຄື​ກັບ​ພວງ​ໄຂ່​ມຸກ​ທີ່​ມີ​ແສງ​ແວວ​ວາວ​ພວງ​ຫນຶ່ງ​ຢ່ອນ​ຈາກ​ປອນ​ເມກ​ລົງ​ສູ່​ຫນ້າ​ດິນ​,ທັງ​ຄື​ກັບ​ຍິງ​ສັນ​ຍານ​ໄຟ​ເປັນ​ພວງ​ຈາກ​ເທິງ​ຟ້າລົງ​ສູ່​ຫນ້າ​ດິນ.

ວັນ​ທີ 8 ພຶດ​ສະພາ​ປີ 1916 ຢູ່​ທ້ອງ​ຟ້າ​ເທິ​ງຫໍ​ລະຄັງ​ຫຼັງ​ຫນຶ່ງ​ໃນ​ເມືອງ ​ແດຼສ​ເດັນ​ແຫ່ງ​ເຢຍລະ​ມັນ​ເຄີຍ​ມີ​ຟ້າ​ແມບ​ເປັນ​ພວງ​ໄຂ່​ມຸກ​ເທື່ອ​ຫນຶ່ງ,​ກ່ອນ​ອື່ນ,ຄົນ​ທັງ​ຫຼາຍ​ໄດ້​ເຫັນ​ແສງ​ຟ້າ​ແມບ​ທຳ​ມະ​ດາ​ມາບ​ລົງ​ມາ​ຈາກ​ປອນ​ເມກ,​ແລ້ວ​ຍິງ​ຖືກ​ຫໍ​ລະຄັງ, ຈາກ​ນັ້ນ,​ຄົນ​ທັງ​ຫຼາຍ​ໄດ້​ເຫັນ​ຊ່ອງ​ທາງ​ຟ້າ​ແມບ​ຄ່ອຍໆ​ມືດ​ໄປ​ແລະ​ບໍ່​ສະ​ຫມ່ຳສະ​ເຫມີ​ກັນ,​ເຮັດ​ໃຫ້​ຄົນ​ຮູ້ສຶກ​ວ່າມັນ​ກາຍ​ເປັນ​ຈຸດ​ຮຸ່ງ​ເປັນ​ຈຸດໆ​ເບິ່ງ​ຄ້າຍຄື​ໄຂ່​ມຸກ​ຢ່ອນ​ລົງ​ມາ​ຈາກ​ປອນ​ເມກ,ຄົນ​ທັງ​ຫຼາຍກະ​ວ່າ​ໄຂ່​ມຸກ​ຮຸ່ງ​ແຈ້ງ​ມີ 32 ​ເມັດ,​ເມັດ​ຫນຶ່ງ​ມີ​ເສັ້ນ​ຜ່າ​ກາງ 5 ​ແມັດ,ຕໍ່​ຈາກ​ນັ້ນ,​ໄຂ່​ມຸກ​ຮຸ່ງ​ຄ່ອຍໆ​ນ້ອຍ​ລົງ,​ຍິ່ງ​ກົມ​ແລະ​ດຳ​ເຂົ້າ,​ໃນ​ທີ່​ສຸດ​ຫັບ​ຫາຍ​ໄປ​ຫມົດ,​ກ່ຽວ​ກັບ​ມູນ​ເຫດ​ຂອງ​ຟ້າ​ແມບ​ຮູບ​ຫມາກ​ບານ​ແລະ​ຟ້າ​ແມບ​ເປັນພວງ​ໄຂ່​ມຸກ.​ປັດຈຸ​ບັນ,​ວົງ​ການ​ວິທະ​ຍາ​ສາດ​ກໍ​ຍັງ​ບໍ່ມີ​ທິດ​ສະ​ດີ​ຄັກ​ແນ່​ເທື່ອ.

ກ່ຽວ​ກັບ​ແສງ​ຟ້າ​ແມບ​ສີດຳ​,ຄົນ​ທັງ​ຫຼາຍ​ອາດ​ຈະ​ບໍ່​ເຂົ້າ​ໃຈ.​ທຳ​ມະ​ດາ​ແລ້ວ,​ຟ້າ​ແມບ​ຕ້ອງ​ມີ​ແສງ,ຟ້າ​ແມບ​ທີ່​ບໍ່​ມີ​ແສງ​ນັ້ນ​ແມ່ນ​ເປັນ​ໄປ​ບໍ່​ໄດ້​ຍິ່ງ​ບໍ່​ອາດ​ຈະ​ມີ​ຟ້າ​ແມບ​ສີດຳ.

​ແຕ່​ວ່າ​ເມື່ອ​ນັກ​ວິທະຍາ​ສາດ​ໄດ້​ສັງ​ເກດ​ແລະ​ຄົ້ນ​ຄວ້າ​ເປັນ​ເວລາ​ດົນ​ນານ​ແລ້ວ​ຢັ້ງ​ຢືນ​ວ່າ,ຟ້າ​ແມບ​ສີດຳ​ນັ້ນມີ​ແທ້,​ວັນ​ທີ 23 ມິຖຸນາ ປີ 1974 ທ່ານ​ຊີ​ເລີ​ນົຝ ນັກ​ດາລາ​ສາດ​ອະດີດ​ສະຫະ​ພາບ​ໂຊ​ວຽດກໍ​ເຄີຍ​ເຫັນ​ຟ້າ​ແມບ​ສີດຳ​ເທື່ອ​ຫນຶ່ງ,​ທຳ​ອິດ​ແມ່ນ​ຟ້າ​ແມບ​ເປັນ​ຫມາກ​ບານ​ຢ່າງ​ຮຸນ​ແຮງ,ຕໍ່​ມາ,ມີ​ສິ່ງ​ດຳ​ເປັນ​ປຸ້ມ​ບິນ​ມາ,​ຄື​ກ້ອນ​ວັດຖຸ​ທີ່​ເປັນ​ຫມອກ​ຂຸ້ນໆ,ນີ້​ກໍ​ແມ່ນ​ຟ້າ​ແມບ​ສີດຳ.

​ເມື່ອ​ສັງ​ເກດ​ແລ້ວ​ເຫັນ​ວ່າ,ທຳ​ມະ​ດາ​ແລ້ວ,​ຟ້າ​ແມບ​ສີດຳ​ບໍ່​ປະກົດ​ຕົວ​ຢູ່​ໃກ້​ຫນ້າ​ດິນ,​ແຕ່​ຖ້າ​ມັນ​ປະກົດ​ຕົວ​ແລ້ວ,​ມັກ​ຕົກ​ຢູ່​ມໍ່​ຕົ້ນ​ໄມ້​ເສົາກະ​ໂດ​ງ,​​ເຮືອນ​ຊານ​ແລະ​ສິ່ງ​ໂລຫະ,​ເບິ່ງ​ຄື​ສິ່ງ​ເປິ​ເປື້ອນ​ເປັນ​ປຸ້ມ,ຍ້ອນ​ວ່າ​ຮູບ​ນອກ ສີ​ແລະ​ບ່ອນ​ທີ່​ຟ້າ​ແມບ​ສີດຳ​ເກີດ​ຂຶ້ນ​ຄົນ​ທັງ​ຫຼາຍບໍ່​ສູ້​ເອົາ​ໃຈ​ໃສ່​ກະ​ຕົວ​ຂອງ​ມັນ​ພະລັງ​ງານ​ແຮງ​ຫຼາຍ​,ສະ​ນັ້ນ, ມັນ​ແມ່ນ​ຟ້າ​ແມບ​ຊະນິດ​ທີ່​ອັນຕະ​ລາຍ​ຫຼາຍ​ແລະ​​ເປັນ​ຜົນ​ຮ້າຍ​ຂ້ອນ​ຂ້າງ​ແຮງ, ຍ້ອນ​ວ່າ​ບໍລິ​ມາດ​ຂອງ​ຟ້າ​ແມບ​ສີດຳ​ນ້ອຍ,ລາ​ດາ​ຈັບ​ຍາກ ​ແລະ​ມັນ​ພັດມັກ​ໂລຫະ,​ສະນັ້ນ​ຖ້າ​ຍົນ​ທີ່​ພວມ​ບິນ​ຢູ່​ໄປ​ພໍ້​ມັນ,​ຜົນ​ສຸດ​ທ້າຍ​ແມ່ນ​ຄາດຄະ​ເນ​ຍາກ,ຢູ່​ຫນ້າ​ດິນ,ມັນ​ມັກ​ຖືກ​ຄົນ​ເຂົ້າ​ໃຈ​ວ່າ​​ແມ່ນ​ໂຕ​ຫຼືສິ່ງ​ອື່ນໆ,ຖ້າ​ເອົາ​ສິ່ງ​ໃດ​ສິ່ງ​ຫນຶ່ງ​ໄປ​ຍິງ​ໃສ່​ມັນ,​ມັນ​ຈະລະ​ເບີດ​ໃນ​ທັນ​ທີ ນອກ​ນີ້,​ເຄື່ອງ​ກັນ​ຟ້າ​ຜ່າ​ທຳ​ມະ​ດາ​ບໍ່ມີ​ຜົນ​ຫຍັງ​ຕໍ່​ຟ້າ​ແມບ​ສີດຳ,ສະ​ນັ້ນ​,ຈຶ່ງ​ຕ້ອງ​ລະວັງ​ທີ່​ສຸດ.