ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-16 10:19:39    
ຫວນ​ຄືນ​ການ​ພົວ​ພັນ​ການ​ເມືອງ​ລະ​ຫວ່າງ​ຈີນ​ກັບ​ກຳ​ປູ​ເຈຍ

cri Author: sayvanny

ຈີນ​ກຳປູ​ເຈຍ​ມີ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ.ວັນ​ທີ 19 ກໍລະກົດ​ປີ 1958 ສອງ​ປະ​ເທດ​ໄດ້​ສ້າງສາຍສຳພັນ​ທາງການ​ທູດ​ຢ່າງ​ເປັນ​ທາງ​ການ.ຕັ້ງ​ແຕ່​ຊຸມ​ປີ 90 ສະຕະວັດ​ທີ 20 ​ເປັນຕົ້ນມາ, ການ​ພົວ ພັນ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ​ໄດ້​ເຂົ້າສູ່​ໄລຍະ​ຂະຫຍາຍຕົວ​ໃຫມ່.ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດຖະກິດ ວັດ ທະນະທຳ ການ​ສຶກສາ​ແລະ​ການ​ທະຫານ​ເປັນຕົ້ນ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໄດ້​ຮັກສາ​ການ​ປະສານ​ງານ​ແລະ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ​ໃນ​ບັນ ຫາ​ສາກົນ​ແລະ​ພາກ​ພື້ນ.​ເດືອນພະຈິກ​ປີ 2000, ທ່ານ​ຈ່ຽງ​ເຈີ​ມິນ ປະ ທານ​ປະ​ເທດ​ຈີນ​ໃນ​ຄາວ​ນັ້ນ​ໄດ້​ຢ້ຽມຢາມ​ກຳປູ​ເຈຍ​ທາງ​ລັດຖະກິດ, ຜູ່​ນຳ​ສອງ​ປະ​ເທດ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ການ​ພົວ ພັນ​ສອງ​ຕໍ່​ສອງ​ແລະ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ,ສອງ​ຝ່າຍ​ໄດ້​ເຊັນ​ຖະ​ແຫລ​ງ ການ​ຮ່ວມ​ລະຫວ່າງ​ຈີນ​ກຳປູ​ເຈຍ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຕໍ່​ສອງ.

ວັນ​ທີ 20 ​ເມສາ​ປີ 2004, ຢູ່​ປັກ​ກິ່ງ ທ່ານ​ເວິນ​ເຈ່ຍ​ປາວ ນາ​ຍົກ​ລັດ ຖະມົນຕີຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ,ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຈີນ​ກຳ ປູ​ເຈຍ​ແລະ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ. ທ່ານ​ເວິນ​ເຈ່ຍ​ປາວ​ເວົ້າວ່າ, ຈີນ​ກຳປູ​​ເຈຍ​ແມ່ນ​ປະ​ເທດ​ໃກ້​ຄຽງ​​ດີ​ແລະ​ຫມູ່​ເພື່ອນ​ດີ​ທີ່​ຕ່າ​ງໄວ້​ເນື້ອ​ເຊື່ອ​ໃຈ​ກັນ.​ໃນ​ຫລາຍ​ປີ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ຈີນ​ກຳ​ປູ​ເຈຍ​ສາ​ມາດ​ຂະ​ຫຍາຍ​ຕົວ​ຢ່າງ​ຫມັ້ນ ທ່ຽງນັນ,​ແມ່ນ​ຍ້ອນ​ວ່າ​ສອງ​ປະ​ເທດ​ຕ່າງ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ຮ່ວມ​ມື​ກັນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ, ​ໃນ​ວຽກ​ງານ​ສາ​ກົນ, ສອງ​ຝ່າຍ​ລ້ວນ​ແຕ່​ທຸ່ມ​ເຫື່ອ​ເທ​ແຮງ​ເຂົ້າ​ໃນ​ສັນ​ຕິ​ພາບ ສະຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ.​ໃນ​ສະ​ຕະ​ວັດ​ໃຫມ່, ການ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ຮ່ວມ​ມື​ກັນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ພ້ອມ​ກັນ​ພັດ​ທະ​ນາ​ແມ່ນ​ທິດ​ຂະ​ຫຍາຍ​ການ​ພົວ​ພັນ​ລະຫວ່າງ​ຈີນ​ກຳປູ​ເຈຍ,ລັດ​ຖະ​ບານ​ຈີນ​ຈະ​ຕັ້ງ​ຫນ້າ​ຊຸກຍູ້​ການ​ພົວ​ພັນ​ສອງ​ຕໍ່​ສອງ​ຂະ ຫຍາຍ​​ໄປ​ສູ່​ລວງ​ເລິກ​ແລະ​ລວງ​ກວ້າງ​ຢ່າງ​ຮອບ​ດ້ານ.

ສະ​ນັ້ນ ຝ່າຍ​ຈີນ​ໄດ້​ມີ​ຂໍ້​ສະ​ເຫນີ​ດັ່ງ​ນີ້​ຄື ຫນຶ່ງ:​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ຊັ້ນ​ສູງ​ຢ່າງ​ແຫນ້ນ​ແຟ້ນ, ປັບ​ປຸງ​ພື້ນ​ຖານ​ການ​ພົວ​ພັນ​ການ​ເມືອງ​ລະ ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ;ສອງ:​ບຸກ​ເບີກ​ຂົງ​ເຂດ​ໃຫມ່​ແຫ່ງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ, ດຳ​ເນີນ​ການ​ຮ່ວມ​ມື​ດ້ວຍ​ຫລາຍ​ຮູບ​ການ​ໃນ​ດ້ານ​ການ​ກໍ່ ສ້າງ​ພື້ນ​ຖານ​ໂຄງ​ລ່າງ ​ໂທລະ​ຄົມ ກະສິກຳ​ແລະ​ການ​ບຸກ​ເບີກ​ຊັບ​ພະ​ຍາ​ກອນ​ເປັນ​ຕົ້ນ;ສາມ: ​ເປີດ​ກວ້າງ​ການ​ໄປ​ມາ​ຫາ​ສູ່​ກັນ​ໃນ​ທຸກ​ຂົງ​ເຂດ, ​ເຮັດ​ໃຫ້​ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ວັດ​ທະ​ນະ​ທຳ ການ​ສຶກ​ສາ ການ​ກິ ລາ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ​ໄດ້​ມີ​ການ​ຄືບ​ຫນ້າ​ໃຫມ່; ສີ: ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ປະ​ສານ​ງານ​ແລະ​ຮ່ວມ​ມື​ກັນ​ລະ ຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ​ແລະ​ການ​ພັດ​ທະ ນາ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂ​ອງ.

ທ່ານ​ຮຸນ​ແຊນ​ເວົ້າ​ວ່າ, ກຳປູ​ເຈຍ​ໄດ້​ຖື​ຈີນ​ເປັນ​ຫມູ່​ຄູ່​ຍຸດ​ທະ​ສາດ​ຍາວ​ນານ, ການ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ​ຈີນ​ແມ່ນ​ທິດ​ສຳ​ຄັນ​ແຫ່ງ​ນະ​ໂຍ​ບາຍ​ຕໍ່​ຕ່າງ​ປະ​ເທດ​ຂອງ​ກຳປູ​ເຈຍ. ກຳປູ​ເຈຍ​ຕີ​ລາຄາ​ໃນ​ລະດັບ​ສູງ​ແລະ​ຂອບ​ອົກ​ຂອບ​ໃຈນຳ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ອຍ​ເຫລືອ​ອັນ​ປະ​ເສີດ​ແລະ​ບໍ່​ເຫັນ​ແກ່​ຕົວ​ແກ່​ກຳ​ປູ​ເຈຍ​ໃນ​ຫລາຍ​ປີ​ມາ​ນີ້. ກຳ​ປູ​ເຈຍ​ຈະ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ​ຈີນ​ໃນ​ບັນ ຫາ​ສຳ​ຄັນ​ຕ່າງໆ​ທີ່​ກ່ຽວ​ພັນ​ເຖິງ​ອະ​ທິ​ປະ​ໄຕ​ແລະ​ສິດ​ປະ​ໂຫຍດ​ຂອງ​ຈີນ. ທ່ານ​ຮຸນ​ແຊນ​ກ່າວ​ລື້ມ​ວ່າ, ການ​ຍຶດ​ຫມັ້ນ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ​ແມ່ນ​ເຈົ້າ​ຊີ​ວິດ​ສີ​ຫະ​ນຸ​ຊົງ​ກຳນົດ​ໄວ້, ​ໃນ​ຖານະ​ເປັນ​ຜູ່​ສືບ​ທອດ​ອັນ​ເດັດ​ດ່ຽວ​ຂອງ​ນະ​ໂຍ​ບາຍ​ດັ່ງ​ກາວ, ລັດ​ຖະ​ບານ​ກຳ​ປູ​ເຈຍ​ຈະຢືນ​ຢູ່​ຝ່າຍ​ຈີນ​ຢ່າງ​ບໍ່​ມີ​ການ​ສະ​ຫງວນ​ໄວ້ຈັກ​ເມັດ.

ວັນ​ທີ 2 ກັນຍາ​ປີ 2004 ຢູ່​ປັກ​ກິ່ງ ທ່ານ​ເວິນ​​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ ມົນ​ຕີ​ຈີນ​ແລະ​​ທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ແຍກ​ອອກ​ພົບປະ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ທີ່​ມາ​ຮ່ວມ​ກອງ​ປະຊຸມ​ສາກົນ​ຂອງ​ພັກ​ການ​ເມືອງ​ອາຊີ​ແລະ​ຢ້ຽມຢາມ​ຈີນ.

ວັນ​ທີ 18 ​ຕຸລາ​ປີ 2004,ຢູ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະສົມ​ເດັດ​ນະ​ໂລ​ດົມ.ສີ​ຫະ​ໂມ​ນີ ເຈົ້າ​ຊີ​ວິດ​ອົງ​ໃຫມ່​ຂອງ​ກຳປູ​ເຈຍ. ທ່ານ​ຫູ​ຈີນ​ທາວ​​ໄດ້​ອວຍ​ພອນ​ໃຫ້​ສົມ​ເດັດ​ສີ​ຫະ​ໂມ​ນີ​ທີ່ໄດ້​ສືບ​ລາດ​ຊະ​ບັນ​ລັງ, ​ແລະ​ອວຍ​ພອນ​ກຳປູ​ເຈຍຈົ່ງໄດ້​ຮັບ​ຜົນງານ​ໃຫມ່​ເລື້ອຍໆ​ໃຕ້​ການ​ນຳ​ພາ​ຂອງ​ສົມ​ເດັດ​ສີ​ຫະ​ໂມ​ນີ.ສົມ​ເດັດ​ສີ​ຫະ​ໂມ​ນີ​ຊົງ​ກ່າວ​ວ່າ, "ຈີນ​ແມ່ນ​ເພື່ອນ​ຜູ່​ຍິ່ງ​ໃຫຍ່​ຂອງ​ກຳປູ​ເຈຍ,​ໃນ​ຫລາຍ​ປີ​ມາ​ນີ້, ຈີນ​ໄດ້​ໃຫ້​ການ​ສະ​ຫນັບ​ສະ​ຫນູນ​ແລະ​ຊ່ອຍ​ເຫລືອ​ແກ່​ກຳປູ​ເຈຍ​ຢ່າງ​ຫລວງ​ຫລາຍ.ກຳ​ປູ​ເຈຍ​ຈະ​ຍຶດ​ຫມັ້ນ​ນະ​ໂຍບາຍ​ມີ​ມິດ​ຕະ​ພາບ​ຕໍ່​ຈີນ,ຍຶດ​ຫມັ້ນ​ຫລັກ​ການ​ປະ​ເທດ​ຈີນ​ດຽວ​ຈົນ​​ເທົ່າ​ໃດໆ, ຂ້າພະ ບາດຈະທຳ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາມາດ​ສືບ​ຕໍ່​ປັບປຸງ​ແລະ​ຂະ ຫຍາຍ​ມິດ​ຕະ​ພາບ​ລະ​ຫວ່າງ​ກຳປູ​ເຈຍ​ກັບ​ຈີນ, ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຮັບ​ຫມາກ​ຜົນ​ອຸ​ດົມ​ສົມ​ບູນ​ກວ່າ​ເກົ່າ."