ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-16 10:39:39    
ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຕັກ​ນິກ ລະ​ຫວ່າງ​ຈີນ​ກຳ​ປູ​ເຈຍ

cri Author: sayvanny

ໃນ​ຫລາຍ​ປີ​ມາ​ນີ້, ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກຳ​ປູ​ເຈຍ​ໄດ້​ຂະ​ຫຍາຍ​ຕົວ​ຂ້ອນ​ຂ້າງ​ໄວ,ຂົງ​ເຂດ​ການ​ຮ່ວມ​ມື​ກໍ່​ເປີດ​ກວ້າງ​ອອກ​ເລື້ອຍໆ.​ແຕ່​ປີ 1992 ຫາປີ 2002, ຈີນ​ກັບ​ກຳປູ​ເຈຍ​ໄດ້​ເຊັນ​ສັນ​ຍາ​ໃນ​ດ້ານ ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ດັ່ງ​ລຸ່ມ​ນີ້:《ສັນ​ຍາ​ຮ່ວມ​ມື​ເສດ​ຖະ​ກິດ ເຕັກ ນິກ》ທີ່​ເຊັນ​ກັນ​ເມື່ອ​​ເດືອນ​ກັນຍາ​ປີ 1992,《ສັນ​ຍາ​ຮ່ວມ​ມື​ເສດ​ຖະ​ກິດ​ເຕັກ ນິກ​​ກຳ​ປູ​ເຈຍ》ທີ່​ເຊັນ​ກັນ​ເມື່ອ​ເດືອນ​ມັງ​ກອນ​ປີ 1994,《ສັນ​ຍາ​ຮ່ວມ​ມື​ເສດ ຖະ​ກິດ​ເຕັກ​ນິກ ຈີນ​ກຳປູ​ເຈຍ》ທີ່​ເຊັນ​ກັນ​ເມື່ອ​ເດືອນ​ພະ​ຈິກ​ປີ 1995,《ສັນ​ຍາ​ການ​ຄ້າ​​ຈີນ​ກຳ​ປູ​ເຈຍ》ທີ່​ເຊັນ​ກັນ​ເມື່ອ​ເດືອນ​ກໍ​ລະ​ກົດ​ປີ 1996,《ສັນ​ຍາ​ກ່ຽວ​ກັບ​ການ​ຊຸກ​ຍູ້​ແລະ​ປົກ​ປັກ​ຮັກ​ສາ​ການ​ລົງ​ທຶນ​ລະ​ຫວ່າງ​ຈີນ​ກຳ​ປູ​ເຈຍ》ທີ່​ເຊັນ​ກັນ​ເມື່ອ​ເດືອນ​ກໍ​ລະ​ກົດ​ປີ 1996,《ສັນ​ຍາ​ຮ່ວມມື​ເສດ​ຖະ​ກິດ​ເຕັກ​ນິກ​​ລະ ຫວ່າງ​ຈີນ​ກຳ​ປູ​ເຈຍ​ແລະ​ສັນ​ຍາ​ກ່ຽວ​ກັບ​ລັດ​ຖະ​ບານ​ຈີນ​ໃຫ້​ເງິນ​ກູ້​ບູ​ລິ​ມະ​ສິດ​ແກ່​ລັດ​ຖະ​ບານ​ກຳປູ​ເຈຍ》ທີ່​ເຊັນ​ກັນ​ເມື່ອ​ເດືອນ​ກຸມ​ພາ​ປີ 1999,《ສັນຍາ​ຮ່ວມ​ມື​ການ​ທ່ອງ​ທ່ຽວ​​ຈີນ​ກຳປູ​ເຈຍ》ທີ່​ເຊັນກັນ​ເມື່ອ​ເດືອນ​ກຸມພາ​ປີ 1999,《ຄຳ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຕໍ່​ສອງ​ລະຫວ່າງ​ຈີນ​ກຳປູ​ເຈຍ》ທີ່​ເຊັນ​ກັນ​ເມື່ອ​ເດືອນ​ພະຈິກ​ປີ 2000,《ສັນຍາ​ກ່ຽວ​ກັບ​ຈີນ​ກຳ​ປູ​ເຈຍ​ສ້າງ​ຕັ້ງ ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ》ທີ່​ເຊັນ​ກັນເ​ມື່ອ​​ເດືອນ​ພະ​ຈິກ​ປີ 2000,《ສັນ​ຍາ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຕັກ​ນິກ​​ຈີນ​ກຳ​ປູ​ເຈຍ》ທີ່​ເຊັນ​ກັນ​ເມື່ອ​ເດືອນ​ພະຈິກ​ປີ 2000,《ບົດ​ບັນ​ທຶກ​ຊ່ອຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ຈີນ​ກຳປູ​ເຈຍ》ທີ່​ເຊັນ​ກັນ​ເມື່ອ​ເດືອນ​ພະຈິກ​ປີ 2000.ປີ 2000, ​ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ.

ປີ 2002, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກຳ​ປູ​ເຈຍ​ບັນລຸ​ເຖິງ 270 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ 2001 15%.ຈີນ​ໄດ້​ສົ່ງ​ອອກ​ສິ່ງ​ປັ່ນ​ທໍ​ເຫລັກ​ກ້າ ເຄື່ອງ​ໄຟ​ຟ້າ ​ໂທ​ຫະ​ທັງ​ຫ້າ ກົນ​ຈັກ​ແລະ​ວັດ​ສະ​ດຸ​ກໍ່​ສ້າງ​ແລະ​ສິນ​ຄ້າ​ອື່ນໆ​ໃຫ້​ກຳປູ​ເຈຍ;​ແລ້ວ​ຕົ້ນ​ຕໍ​ໄດ້​ນຳ​ເຂົ້າ ຢ່າງ​ພາ​ລາ​ໄມ້​ອັດ ​ໄມ້​ແປ້ນ​ແລະ​ເຟີ​ນີ​ເຈີ​ເປັນ​ຕົ້ນ​ຈາກ​ກຳ​ປູ​ເຈຍ.

ນັບ​ມາ​ຮອດ​ເດືອນ​ມິ​ຖຸ​ນາ​ປີ 2002, ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ສ້າງ 100 ກວ່າ​ໂຄງ​ການ​ຢູ່​ກຳ​ປູ​ເຈຍ, ມູນ​ຄ່າ​ການ​ລົງ​ທຶນ​ໃນ​ຂໍ້​ຜູກ​ພັນ​ບັນ​ລຸ​ເຖິງ​ປະ​ມານ 300 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ເປັນ​ທີ​ສີ່​ໃນ​ການ​ລຽນ​ລຳ​ດັບ​ການ​ລົງ​ທຶນ​ຢູ່ກຳ​ປູ​ເຈຍ. ຂົງ​ເຂດ​ການ​ລົງ​ທຶນ​ຕົ້ນ​ຕໍ​ມີ:​ການ​ສ້າງ​ສາ​ພື້ນ​ຖານ​ໂຄງ​ລ່າງ ການ​ພັດ​ທະ​ນາ​ກະ​ສິ​ກຳ ການ​ຕັດ​ຫຍິບ​ເຄື່ອງ​ນຸ່ງ​ແລະ​ສ້າງ​ໂຮງ​ຫມໍ​ເປັນ​ຕົ້ນ.

​ເພື່ອ​ຊ່ອຍ​ເຫລືອ​ການ​ສ້າງ​ສາ​ກຳ​ປູ​ເຈຍ​ຄືນ​ໃຫມ່​ຫລັງ​ສົງ​ຄາມ, ຈີນ​ໄດ້​ໃຫ້​ການ​ຊ່ອຍ​ເຫລືອ​ດ້ານ​ເສດ​ຖະ​ກິດ​ໃນ​ຈຳ​ນວນ​ຫນຶ່ງ​ແກ່​ກຳ​ປູ​ເຈຍ.