ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-16 15:07:56    
ການ​ເປັນ​ມາ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ

cri

ກອງ​ປະຊຸມ 10 ບວກ 1 ​ເທື່ອ​ລະ​ຫວ່າງ​ຜູ່​ນຳ​ອາ​ຊຽນ​ກັບ​ຈີນ​ໃນ 5 ປີ​​ມາ​ນີ້,​ເຮັດ​ໃຫ້​ການ​ພັວ​ພັນ​ມິດ​ຕະ​ພາບ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​​ເຊິ່ງ​ກັນ​ແລະ​ກັນ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃຫມ່,ຈີນ​ກັບ​ອາ​ຊຽນ​ໄດ້​ສຳ​ເລັດ​ສາມ​ຂັ້ນ​ຕອນ​ໃນການສ້າງ​ເຂດ​ການ​ຄ້າ​ເສລີ​​ແລ້ວ.
​ເດືອນ​ພະຈິກ ປີ 2000,​ໃນ​ກອງ​ປະຊຸມ​ຜູ່​ນຳອາ​ຊຽນ​ຈີນ​ຄັ້ງທີ 4 ທີ່​ໄຂ​ຂຶ້ນຢູ່​ສິງກະ​ໂປ,ທ່ານ​ຈູ​ຢົງ​ຈີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໃນ​ຄາວ​ນັ້ນ​ໄດ້​ສະ​ເຫ​ນີ​ໃຫ້​ເພີ່ມ​ທະວີ​ການ​ພົວ​ພັນ​ການ​ຄ້າ ​ແລະ​ການ​​ລົງທຶນ​ ສ້າງ​ການ​ພົວພັນ​ການ​ຄ້າ​​ແບບ​ເສລີ.ທັງ​ນີ້​ໄດ້​ຮັບ​ການ​ຕອບ​ສະຫນອງ​ຢ່າງຕັ້ງຫນ້າ​ຈາກ​​ປະ​ເທດ​ອາຊີ​ອາຄະ​ເນ​ສ່ວນ​ຫຼາຍ.

ຫຼັງ​ຈາກ​ນັ້ນ,​ໄດ້​ສ້າງ​ຕັ້ງ​ຫນ່ວຍ​ຜູ່​ຊ່ຽວ​ຊານ​ເລີ່​ມ​ຄົ້ນ​ຄວ້າ​ຄວາມ​ອາດ​ເປັນ​ໄປ​ໄດ້,ຜົນ​ການ​ຄົ້ນ​ຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ,ພາຍຫລັງ​ເຂດ​ການ​ຄ້າ​ເສລີ​ຈີນ ອາ​ຊຽນ​ສ້າງ​ຂຶ້ນ​ແລ້ວ,​ສິນ​ຄ້າ​ທີ່​ຈີນ​ອາ​ຊ​ຽນ​ສົ່ງ​ເຂົ້າ​ຕະ​ຫຼາດ​ຂອງ​ຝ່າຍ​ກົງກັນຂ້າມ​ນັ້ນລ້ວນ​ແຕ່​ຈະ​​ເພີ່ມ​ຂຶ້ນປະ​ມານ 50%,ການສ້າງ​ເຂດ​ການຄ້າ​ເສລີຈະ​ໄດ້ຮັບ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ.

​ເດືອນ​ພະຈິກ ປີ 2001,​ໃນ​ກອງ​ປະຊຸມຜູ່​ນຳ​ຈີນ​ອາຊຽນ​​ຄັ້ງທີ 5 ທີ່​ໄຂ​ຂຶ້ນຢູ່​ບຼູ​ໄນ,ຈີນ​ກັບ​ອາ​ຊຽນ​ໄດ້​ມີ​ຮັບ​ຮູ້​ຄື​ກັນທີ່​ສຳຄັນ​ຄື:ຮ່ວມກັນ​ສ້າງ​ເຂດ​ການ​ຄ້າ​ເສລີ​ທີ່​ມີ ຕະ​ຫຼາດ​ໃຫຍ່​ມີ​ຜູ່​ບໍລິ​ໂພ​ກ​ເຖິງ 1 ຕື້ 800 ລ້ານ​ຄົນ.ນັບ​ຕັ້ງແຕ່​ມີ​ຄວາມຮັບ​ຮູ້​ຄື​ກັນ​ມາ​ນີ້,ການ​ພົວພັນ​ມິດ​ຕະ​ພາບ​ໂດຍ​ສະ​ເພາະ​​ແມ່ນການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບອາຊ​ຽນ​ໄດ້ກ້າວ​ເຂົ້າສູ່​ທາງ​ດ່ວນ,ຄະ​ນະ​ສຳ​ຫຼວດ​ການ​ຄ້າ​ເປັນ​ງວດໆ​ໄ​ດ້ໄປ​ຢາມ​ປະ​ເທດ​ຝ່າຍ​ກົງກັນຂ້າມ​ຢ່າງ​ຕໍ່​ເນື່ອງ​ກັນ,ພະຍາຍາມ​ຍາດ​ແຍ່ງ​​ໃຫ້ໄດ້​ໂອກາດ​ດີ,ສະມາຄົມ​ການ​ຄ້າ​ທີ່​ຊຸກ​ຍູ້​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າໄດ້​ສ້າງ​ຕັ້ງຂຶ້ນຕາມ​ໆ​ກັນ​,ທະ​ຍອຍ​ກັນກ່າຍຂົວ​ສຳພັນ,ຈັດງານ​ສຳ​ມະ​ນາ ​ຈັດເວທີປາ​ໄສ​ແລະ​ງານ​ສັງ​ສັນ​ຕ່າງໆ,ປຶກສາຫາລື​ການ​ຮ່ວມ​ມືກັນ,ຂໍ້​ຜູກ​ພັນ​ການ​ຄ້າ​ແລະ  ສັນຍາ​ລົງທຶນ​ຕໍ່​ເນື່ອງ​ກັນ​ເພື່ອ​ໄດ້​​ທ່າ​ແຮງສ້າງ​ຜົນ​ກຳ​ໄລ,​ແວບ​ໄຊ​​ເຂດ​ການ​ຄ້າ​ ​ເສລີ​ຈີນ​ອາ​ຊຽນກໍ​​ໄຂເປັນທາງ​ການ​ແລ້ວ.

​ເດືອນ​ພະຈິກ​ປີ 2002,​ໃ​ນກອງ​ປະຊຸມ​ຜູ່​ນຳອາ​ຊຽນ​ຈີນ​ຄັ້ງທີ 6 ທີ່​ໄຂ​ຂຶ້ນຢູ່ກຳ​ປູ​ເຈຍ,ມີ​ຜູ່​ນຳ 11 ປະ​ເທດ​ໃຊ້​ປາ​ກກາ​ລົງ​ລາຍ​ເຊັນ​ໃນ​ເອກະສານ​ສຳຄັນ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ,ສັນຍາ​ໂຄງ​ຮ່າງ​​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການສ້າງ​ເຂດ​ການ​ຄ້າ​ເສລີ​​ຈີນ​ອາ​ຊຽນຢ່າງ​ເປັນ​ທາງ​ການ​ແຕ່​ນັ້ນມາ​ກໍ​ໄດ້​ເລີ່ມສ້າງ.ອົງ​ກອນ​ເສດຖະກິດ​ໃຫຍ່​ທີ 3 ​ໃນ​ໂລກ​.

​ເດືອນ​ຕຸລາ ປີ 2003,​ໃນ​ກອງ​ປະຊຸມ​ຜູ່​ນຳອາ​ຊຽນ​ຈີນ​ຄັ້ງທີ 7 ທີ່​ໄຂ​ຂຶ້ນຢູ່​ອິນ​ໂດ​ເນ​ເຊຍ, ​ຈີນ​ໄດ້​ເຂົ້າ​ຮ່ວມ​ສົນ​ທິ​ສັນຍາ​​ຮ່ວມ​ມື​ມິດຕະ​ພາບ​​ອາ​ຊີອາຄະ​ເນ,​ແລະ​ໄດ້​ເຊັນ​ຄຳ​ຖະ​ແຫຼງການ​ຮ່ວມ​ສ້າງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ທີ່​ອວ່າຍ​ຫນ້າ​ໄປ​ສູ່​ສັນ​ຕິພາບ​ແລະ​ຄວາມຈະ​ເລີ່​ນຮຸ່ງ​ເ​ຮື​ອງກັບ​ອາ​ຊຽນ,ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ ມີສິ່ງ​ຄ້ຳປ​ະ​ກັນ​ທາງການ​ເມືອງ​ອີກ,ການ​ພົວພັນ​​ຈີນ​ອາ​ຊຽນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ໃຫມ່​ທີ່​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ແລະ​ຮອບດ້ານ.