ນິທານເລື່ອງນີ້ໄດ້ບັນທຶກໄວ້ໃນປື້ມຊີວະປະຫວັດຕົງທຽນ ແຕ່ງໂດຍມາຈົງຊີສະໄຫມລາດຊະວົງມິງຂອງຈີນເມື່ອສັດຕະວັດທີ 13 ນິທານນີ້ໄດ້ເລົ່າເລື່ອງຂອງທ່ານຕົງກົວນັກສຶກສາຜູ່ຫນຶ່ງທີ່ຮູ້ແຕ່ອ່ານຫນັງສື,ເປັນຄົນໂງ່ຈ້າທີ່ສຸດ.ມີມື້ຫນຶ່ງ,ທ່ານຕົງກົວໄດ້ຂີ່ລວາໂຕຫນຶ່ງ,ເປ້ຖົງຫນ່ວຍຫນຶ່ງທີ່ໃສ່ເຕັມແຕ່ຫນັງສືເພື່ອໄປຫາເປັນເຈົ້າເປັນນາຍຢູ່ເມືອງຫນຶ່ງທີ່ຊື່ວ່າຈົງຊານ. ໃນທັນໃດ,ມີຫມາໄນໂຕຫນຶ່ງທີ່ຖືກບາດເຈັບແລ່ນປົບເຂົ້າມາຫາເພິ່ນ,ອ້ອນວອນຢ່າງເປັນຫນ້າສົງສານວ່າ,ທ່ານເອີຍ,ມີຄົນລ່າເນື້ອພວມໄລ່ຂ້າຂ້ອຍ,ເຂົາໄດ້ຍິງທະນູໃສ່ຂ້ອຍຈົນຂ້ອຍເກືອບຕາຍ,ຂໍໃຫ້ທ່ານເອົາຂ້ອຍເຊື່ອງໄວ້ໃນຖົງຂອງທ່ານແດ່,ຕໍ່ໄປພາຍຫນ້າ,ຂ້ອຍຫາກຈະຕອບບຸນແທນຄຸນເຈົ້າດອກ.
ທ່ານຕົງກົວແນ່ນອນຮູ້ວ່າຫມາໄນແມ່ນສັດທີ່ທຳຮ້າຍຄົນ,ແຕ່ລາວເຫັນຫມາໄນໂຕນີ້ບາດເຈັບເປັນຫນ້າສົງສານທີ່ສຸດ,ລາວຄຶດຄາວຫນຶ່ງ ແລ້ວເວົ້າວ່າ,ຖ້າຂ້ອຍເຮັດແນວນີ້,ກໍຈະຜິດໃຈຜູ່ລ່າເນື້ອ,ແຕ່ໃນເມື່ອເຈົ້າອ້ອນວອນຂ້ອຍ,ຂ້ອຍກໍ່ຕ້ອງຊອກຫາວິທີຊ່ອຍເຈົ້າ,ເວົ້າແລ້ວ,ທ່ານຕົງກົວກໍໃຫ້ຫມາໄນຂົດໂຕ,ແລ້ວເອົາເຊືອກມັດຫມາໄນໂຕນີ້ໄວ້,ເພື່ອໃຫ້ໂຕມັນນ້ອຍ,ຈະໄດ້ເອົາມັນຍັດເຂົ້າໃນຖົງໃສ່ຫນັງສືຜ່ານໄປບືດຫນຶ່ງ,ຄົນລ່າເນື້ອໄດ້ໄລ່ນຳມາ,ແຕ່ບໍ່ເຫັນຫມາໄນໂຕນັ້ນ,ເລີຍຖາມທ່ານຕົງກົວວ່າ,ທ່ານໄດ້ເຫັນຫມາໄນບໍ່?ມັນຫນີໄປທາງໃດ?
ທ່ານຕົງກົວເວົ້າວ່າ,ຂ້ອຍບໍ່ເຫັນ,ຢູ່ນີ້ມີທາງແຍກຫຼາຍທາງ,ມັນອາດຈະປົບໄປທາງອື່ນແລ້ວ,ຄົນລ່າເນື້ອເຊື່ອຄວາມເວົ້າຂອງທ່ານຕົງກົວ,ເລີຍໄລ່ນຳໄປທາງອື່ນ.ຫມາໄນທີ່ຂົດຢູ່ໃນຖົງພໍ່ໄດ້ຍິນສຽງຄົນລ່າເນື້ອຂີ່ມ້າໄປໄກແລ້ວ,ມັນກໍ່ອ້ອນວອນທ່ານຕົງກົວວ່າ,ຊ່ອຍແດ່,ປ່ອຍໃຫ້ຂ້ອຍອອກໄປ,ໃຫ້ຂ້ອຍເອົາຕົວລອດແດ່ຖ້ອນ!
ທ່ານຕົງກົວຜູ່ໃຈດີ,ຟັງຄວາມອ້ອນວອນອັນມ່ວນຫູຂອງຫມາໄນໂຕນີ້,ຄຶດອີຕົນມັນເລີຍປ່ອຍມັນອອກມາ,ແຕ່ບໍ່ນຶກເລີຍວ່າ,ຫມາໄນພັດແຜດສຽງໃສ່ທ່ານຕົງກົວວ່າ,ເຖິງວ່າເຈົ້າໄດ້ກອບກູ້ຊີວິດຂ້ອຍກໍ່ຕາມ,ແຕ່ບັດນີ້,ຂ້ອຍຫີວຊິຕາຍ,ເຈົ້າເປັນຄົນດີອີກເທື່ອຫນຶ່ງ,ໃຫ້ຂ້ອຍກິນເຈົ້າສະ. ເມື່ອເວົ້າແລ້ວ,ຫມາໄນກໍຫຼູບໄປສູ່ທ່ານຕົງກົວ,ທ່ານຕົງກົວໄດ້ສູ້ກັບຫມາໄນໂຕນີ້ດ້ວຍສອງມືເປົ່າ,ທັງຮ້ອງດ່າຫມາໄນວ່າ,ມັນລືມບຸນລືມຄຸນ.
ໃນຂະນະນີ້,ພໍດີມີຊາວນາຜູ່ຫນຶ່ງແບກຈົກຍ່າງກາຍມາ,ທ່ານຕົງກົວຟ້າວຈ່ອງລາວໄວ້,ແລ້ວເລົ່າໃຫ້ລາວຟັງວ່າໂຕເອງກອບກູ້ຊີວິດຂອງຫມາໄນແນວໃດ,ແລ້ວຫມາໄນລືມບຸນລືມຄຸນຈະກິນລາວ,ຂໍໃຫ້ຊາວນາຜູ່ນີ້ຕັດສິນວ່າໃຜຖືກໃຜຜິດ,ແຕ່ຫມາໄນພັດບໍ່ຮັບຮູ້ວ່າທ່ານຕົງກົວກອບກູ້ຊີວິດຂອງມັນ,ຊາວນາຄຶດບຶກຫນຶ່ງແລ້ວເວົ້າວ່າ,ຄວາມເວົ້າຂອງພວກເຈົ້າ,ຂ້ອຍບໍ່ເຊື່ອຈັກຄົນ,ຖົງນ້ອຍໆຊ່ຳນີ້,ຈະໃສ່ຫມາໄນໂຕບັກໃຫຍ່ໄດ້ແນວໃດ?ເອົາໃສ່ຄືນໃຫ້ຂ້ອຍເບິ່ງດູ,ຂ້ອຍຕ້ອງເຫັນກັບຕາ,ຂ້ອຍຈິ່ງເຊື່ອ.
ຫມາໄນເຫັນດີແລ້ວ,ມັນກໍ່ນອນຂົດລ່ອງຫງ້ອງ,ໃຫ້ທ່ານຕົງກົວເອົາເຊືອກມັດມັນຄືນໃຫມ່ແລ້ວເອົາໃສ່ຖົງແລ້ວໆ,ຊາວນາກໍມັດປາກຖົງປຶ໊ກປັ໊ກແລ້ວ,ເວົ້ານຳທ່ານຕົງກົວວ່າສັດເດຍລະສານທີ່ທຳຮ້າຍຄົນແນວນີ້ມັນບໍ່ຫ່ອນຊິປ່ຽນສັນດານຂອງມັນ,ເຈົ້າເມຕາປານີຫມາໄນ,ຈັ່ງແມ່ນຈ້າແທ້,ເວົ້າແລ້ວ,ລາວກໍເອົາຈົກສັບໃສ່ຫມາໄນຈົນມັນຕາຍ,ທ່ານຕົງກົວຈິ່ງຊວາດຮູ້ເມື່ອ,ຂອບອົກຂອບໃຈຊາວນາຊ່ອຍເອົາຊີວິດລາວໄວ້ປະຈຸບັນ,ທ່ານຕົງກົວກັບຫມາໄນເມືອງຈົງຊານໄດ້ກາຍເປັນຄຳສັບອັນມີຄວາມຫມາຍແນ່ນອນໃນພາສາຈີນ,ທ່ານຕົງກົວອຸປະມາຄົນທີ່ສົງສານຜູ່ອື່ນໂດຍບໍ່ຈຳແນກຄົນດີຄົນຮ້າຍ,ຫມາໄນຈົງຊານອຸປະມາຄົນທີ່ເນລະຄຸນ,ກົງກັບສຸພາສິດລາວທີ່ວ່າກິນບົນເຮືອນ ຂີ້ຮວາດຫຼັງຄາ.
|