ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-16 17:08:22    
ຊຸດ​ທະ​ຫານ​ໃນ​ສັດ​ຕະ​ວັດ​ທີ 21

cri

ຄຽງ​ຄູ່​ກັບ​ການ​ຂະ​ຫຍາຍ​ຕົວ​ຂອງ​ວິ​ທະ​ຍາ​ສາດ​ເຕັກນິກ​ຍອດ​ຢ້ຽມ​ໃຫມ່,ທ່ານ​ອາດ​ຮູ້​ແລ້ວ​ວ່າ,ດຽວ​ນີ້,ມີ​ອາວຸດ​ແບບ​ໃຫມ່​ປະດິດ​ອອກ​ຢ່າງ​ຫຼວງ​ຫຼາຍ,ອາວຸດ​ທີ່​ປະດິດ​ໃຫມ່​ນັ້ນ,ນັບ​ມື້​ນັບ​ທັນ​ສະ​ໄຫມ ​ແລະ​ມີ​ອານຸພາບ​ນັບ​ມື້​ນັບ​ແຮງ​ກ້າ,ມັນ​ສາມາດ​ຂ້າ​ຄົນ​ໄດ້​ຫຼາຍ​ຂຶ້ນ​ຊັກ​ໄຊ້,​ໃນ​ສົງຄາມ​ຕໍ່​ໄປ​ພາຍ​ຫນ້າ,ທະ​ຫານ​ອອກ​ໄປ​ເລວ​ເສິກ ກໍ​ຈະ​ບໍ່​ນຸ່ງ​ຊຸດ​ທຳ​ມະ​ດາ​ຄື​ແຕ່​ກ່ອນ​ອີກ​ແລ້ວ,​ເພື່ອ​ປ້ອງ​ກັນ​ຄວາມ​ສາມາດ​ສັງຫານ​ຂອງ​ອາວຸດ​ແບບ​ໃຫມ່,​ໃນ​ຂະນະ​ທີ່​ປະດິດ​ອາວຸດແບບ​ໃຫມ່​ອອກ​ມາ​ໃຊ້ຢ່າງ​ເນື່ອງ​ນິດ​ນັ້ນ,ກໍ​ມີຊຸດ​ທະຫານ​ແບບ​ໃຫມ່​ຖືກ​ປະດິດ​ອອກ​ໃຊ້​ຕາມໆ​ກັນ,​ເມື່ອ​ເປັນ​ແນວ​ນັ້ນ,ຊຸດ​ທະຫານ​ສຳລັບ​ນຸ່ງ​ເລວ​ເສິກ​ໃນ​ສົງຄາມ​ຕໍ່​ໄປ​ເມືອ​ຫນ້ານັ້ນຈະ​ເປັນ​ແນວ​ໃດ,​ເພື່ອ​ປະດັບ​ຄວາມ​ຮູ້​ທາງ​ດ້ານ​ນີ້​ໃຫ້​ແກ່​ທ່ານ,​​ເຮົາ​ຈິ່ງ​ຂໍ​ສະ​ເຫ​ນີຊຸດ​ທະຫານ​ໃນ​ສັດຕະວັດ​ທີ 21

ຊຸດ​ເລວ​ເສິກ​ທີ່​ກອງທັບ​ອາ​ເມ​ລິ​ກາ​ວາງ​ແຜນ​ໃນ​ສັດ​ຕະ​ວັດ​ທີ 21 ​ແມ່ນ​ອອກ​ແບບ​ຕາມ​ຫລັກ​ມູນ​ຫຼາຍ​ຊັ້ນ​ຊ້ອນ​ກັນ,​ຄື​ເອົາ​ວັດຖຸ​ດິບ​ຫຼາຍ​ຢ່າງ​ທີ່​ມີ​ລັກສະນະ​ປ້ອງ​ກັນ​ຕ່າງ​ກັນ​ເຊັ່ນ​ສຳລັບ​ປ້ອງ​ກັນ​ລູກ​ສອນ​ໄຟ​ນຳວິ​ຖີ,ປ້ອງ​ກັນ​ເຄມີ,ປ້ອງ​ກັນການ​ຄວບ​ຄຸມ​ສິ່ງ​ແວດ​ລ້ອມ​ແລະ​ອື່ນໆ,​ເຊັ່ນ​ຢູ່​ຊັ້ນ​ໃນ​ສຸດ​ແມ່ນ​ວັດຖຸ​ທີ່​ກັນນ້ຳ​ໄດ້​ແຕ່​ພັດ​ອາກາດ​ລ່ວງ​ໄດ້,ນອກຈາກ​ມີ​ຄຸນ​ລັກສະນະ​ປ້ອງ​ກັນ​ເຄມີ​ແລ້ວ,ຍັງ​ສາມາດ​ລະບາຍ​ຄວາມຮ້ອນ​ໃນ​ຕົນ​ໂຕ​ທະຫານ​ໄດ້​ຢ່າງ​ບັງ​ເກີດ​ຜົນ​ນຳ​ອີກ,ຊັ້ນກາງຂອງ​ຊຸດ​ທະ​ຫານ​ແມ່ນ​ວັດຖຸ​ກັນ​ລູກປືນ​ແລະ​ກັນ​ລູກ​ສອນ​ໄຟ​ນຳ​ວິຖີ​ໄດ້​ບາງ​ສ່ວນ,ຊັ້ນນອກ​ສຸດ​ຂອງ​ຊຸດ​ປ້ອງ​ກັນ​ແມ່ນ​ວັດຖຸ​ທີ່​ຮຽກ​ວ່າ​ໂນ​ແມັກ​ສ໌ ສາມາດ​ກັນ​ໄຟ​ໄຫມ້ ຖ້າ​ຕ້ອງການ​ກັນ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໃຫ້​ໄດ້​ຫຼາຍ​ເປັນ​ພິ​ເສ​ດ,ກໍ​ນຸ່ງ​ເສື້ອ​ກັກ​ກົນ​ລູກປືນ​ທີ່​ເຮັດ​ດ້ວຍ​ວັດຖຸ​ເຄັຟ​ເລີ​ຫຼາຍຊັ້ນອີກ​ໂຕ​ຫນຶ່ງ.ຊຸດ​ປ້ອງ​ກັນ​ດັ່ງກ່າວ,​ເວົ້າກວມ​ລວມ​ແລ້ວ,​ແມ່ນ​ສາມາດ​ກັນ​ໄຟ​ໄຫມ້ ກັນ​ແສງ​ມາບ​ຂອງລະ​ເບີດ​ນິວ​ເຄຼຍ,​ແສງ​ແລ​ເຊີ ຢາ​ເຄມີ​ແລະ​ສະກັດ​ລູກປືນ​ໃຫຍ່.

​ໃນ​ບາ​ໂລ​ຂອງ​ທະຫານຍັງ​ມີ​ເຄື່ອງປັບ​ອາກາດ​ຂະຫນາດ​ຈິ໋ວຊຸດ​ຫນຶ່ງ,​ເຄື່ອງ​ປັບ​ອາກາດ​ນີ້​ແມ່ນ​ຕໍ່​ກັບ​ຊັ້ນ​ໃນ​ຂອງ​ຊຸດ​ປ້ອງ​ກັນ,​ໃນ​ຍາມ​ຮ້ອນ​ກໍ​ສົ່ງ​ອາຍ​ເຢັນ​ເຂົ້າ​ໄດ້ຍາມຫນາວ​ກໍ່ສົ່ງ​ອາຍ​ອຸ່ນ​​ເຂົ້າ​ໄດ້,ຈົນ​ກວ່າ​ໃນ​ເວລາ​ໄປ​ພົບ​ການ​ບຸກລູກ​ດ້ວຍ​ອາວຸດ​ເຄມີນັ້ນ ​ເຄື່ອງ​ປັບ​ອາກາດ​ດັ່ງກ່າວ​ຍັງ​ສາມາດ​ກອງ​ອາກາດ​ທີ່​ມີ​ທາດ​ເບື່ອ​ນັ້ນ​ໄດ້,​ເພື່ອ​ບໍ່​ໃຫ້​ທະຫານ​ຖືກ​ອາວຸດ​ເຄມີ​ທຳລາຍ,​ໃນ​ຫມວກ​ເຫຼັກຍັງ​ມີຫນ້າ​ກາກ​ສຳລັບ​ປ້ອງ​ກັນ​ໃນ​ເວລາ​ຖືກ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ,ມີ​ແຕ່​ດຶງ​ເອົາຫນ້າ​ກາກ​ລົງ​ມາ​ຕໍ່​ໃສ່ ຄໍ​ເສື້ອ​ຊຸດ​ປ້ອງ​ກັນ​ທໍ່​ນັ້ນ,ກໍ​ຈະ​ກາຍ​ເປັນ​ຊຸດ​ປ້ອງ​ກັນ​ອາວຸດ​ເຄມີ​ຢ່າງ​ຄົບ​ຖ້ວນ​ບໍລິບູນ ​ເມື່ອ​ດຶງ​ຫນ້າ​ກາກ​ປ້ອງ​ກັນ​ອາວຸດ​ເຄມີ​ລົງ​ມາ​ແລ້ວ,ມີ​ໂກຼນ້ອຍ​ໃນ​ຫມວກ​ເຫຼັກກໍ​ຂະຫຍາຍ​ສຽງ​ໄດ້​ເອງ.​ໄດ້​ຍິນ​ສຽງຊັດ​ເຈນ​ພາຍ​ໃນ​ປະມານ 20 ​ແມັດ,​ໃນ​ເວລາ​ຖື​ອາວຸດ​ເຄມີ​ບຸກ​ໂຈມ​ຕີນັ້ນ,ຍັງ​ສາມາດ​ຮັກສາ​ການ​ສື່ສານ​ກັບ​ຜູ້​ບັນຊາ​ການ​ໄດ້​ຢ່າງ​ບັງ​ເກີດ​ຜົນ.


ະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ໄດ້​ພັດທະ​ນາ​ຊຸດ​ລົບ​ໃຫມ່​ຢ່າງ​ບໍ່​ເສຍດາຍ​ເຫື່ອ​ແຮງ,ສື່ມວນ​ຊົນຂອງ​ອາ​ເມ​ລິ​ກາ​ເວົ້າຢອກ​ກັນ​ວ່າ,​ໃນ​ສັດຕະວັດ​ທີ 21 ​ເຂົາເຈົ້າ​ໄດ້​ວາງ​ແຜນ​ໃຫ້​ເປັນ​ພຶດຕິ​ກຳ​ສູ້​ລົບ​ເທິງ​ບົກ​ຂອງວິທະຍາສາດ​ເຕັກນິກສົງຄາມ​ຫມູ່​ດາວ.​ເຄື່ອງ​ປະກອບ​ໃນ​ຫມວກ​ເຫຼັກຮຸ້ນ​ທຳ​ອິດ​ທີ່​ວາງ​ແຜນ​ໃນ​ສັດຕະວັດ​ທີ 21 ​ແມ່ນ​ຄ້າຍຄື​ກັນ​ທີ່​ສຸດ​ກັບ​ຫມວກ​ຂອງ​ນັກ​ລົບ​ອະວະກາດ​ໃນ​ຮູບ​ເງົາ.

ປະຈຸບັນ,​ໂຮງງານ​ຂອງອາເມ​ລິ​ກາ​ໄດ້​ເລີ່​ມ​ແກ່ງ​ແຍ່ງ​ຄົ້ນຄວ້າ​ອອກ​ແບບ​ຊຸດ​ລົບ​ສັດຕະ​ວັດ​ທີ 21 ຮຸ່ນ​ທີ​ສອງ​ແລ້ວ,ຄາດ​ວ່າ,​ເມື່ອ​ຮອດ​ປີ 1998 ກໍ​ຈະ​ເຫັນ​ແບບ​ຕົວ​ຈິງ​ທີ່​ຈະ​ວາງ​ອອກ​ແລະ​ເລີ່​ມຜະລິດ​ໂລດ.

​ໃນ​ດ້ານ​ການຄົ້ນຄວ້າ​ຊຸດ​ສີ​ແຊນ​ກາຍ​ນັ້ນ,ອາ​ເມລິ​ກາ​ໄດ້​ແຕ່ງ​ອອກ​ສອງ​ແບບ​ທີ່​ເຫັນ​ດີ​ກັນ​ແ​ລ້ວຄື:ຢ່າງ​ຫນຶ່ງ​ແມ່ນ​ສີ​ຈີ່ປອມ​ທີ່​ປ່ຽນ​ສີ​ໄດ້,ຢ່າງ​ຫນຶ່ງ​ອີກ​ເອີ້ນ​ວ່າ​ເສື້ອ​ເລືອ​ມກາຍ ຊຸດ​ຈີ່ປອມ​ແມ່ນ​ໃສ່​ສີ​ຍ້ອມ​ເຄມີ​ພິ​ເສດ​ຊະນິດ​ຫນຶ່ງ ສາມາດ​ປ່ຽນ​ເປັນ​ສີຕ່າງໆໄດ້​ຕາມ​ແສງ​ສະຫວ່າງ​ທີ່​ແຈ້ງ​ມືດ​ຕ່າງ​ກັນ.​ເຊັ່ນ ໃນ​ເວລາ​ແສງ​ແດດ​ອ່ອນ​ຫຼື​ແດດ​ສ່ອງ​ບໍ່​ເຖິງ ສີ​​ແຊມກາຍ​ດັ່ງກ່າວ​ກໍ​ຈະ​ເປັນ​ສີມືດ,​ແຕ່​ໃນ​ເວລາ​ຢູ່​ບ່ອນ​ແຈ້ງ​ຈ່າງ​ປ່າງນັ້ນ,ສີ​ເສື້ອ​ກໍ​ຈະ​ກາຍ​ເປັນ​ສີ​ແຈ້ງ.

ຊຸດ​ເລືອ​ມກາຍ​ແມ່ນ​ອອກ​ແບບ​ຕາມ​ທິດ​ສະ​ດີຊຳລະ​ສັນຍານ​ຈັກຂຸ​ວິນ​ຍານຫລັກ​ມູນຂອງ​ມັນ​ແມ່ນ​ເຮັດ​ໃຫ້​ຜູ່​ເບິ່ງ​ຜິດ,​ໃນ​ເວລາ​ເບິ່ງ​ຊຸດ​ສີ​ແຊມ​ກາຍ​ດັ່ງກ່າວ​ແລ້ວ,ຈະ​ພາ​​ໃຫ້​ຮູ້ສຶກ​ເຫັນ​ວ່າ​ມັນ​ປົນ​ເປກັບ​ສິ່ງ​ແວດ​ລ້ອມ.ສະນັ້ນ,ຖ້າ​ທະຫານ​ທີ່​ລີ້​ຊ່ອນ​ບໍ່​ເຫນັງຕີງ​ຈັກ​ບາດ ກໍ​ຈະ​ເບິ່ງ​ບໍ່​ອອກ​ວ່າ​ມີ​ຄົນ,ທຳ​ມະ​ດາ ຊຸດ​ສີ​ແຊມ​ກາຍ ຫຼືຊຸດ​ລວງ​ຕາ​ຮຸ່ນໃຫ​ມ່ນັ້ນຍັງ​ຈະ​ມີສະມັດຖະພາບ​ປ້ອງ​ກັນ​ການ​ສືບ​ແທກ​ຂອງ​ແສງ​​ແອ​ງຟາ​ລູຢ໌ລຸ່ມ​ສີ​ແດງ​ອີກ.