ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-16 17:30:57    
ເຂົ້າຂ້າງ​ຝ່າຍ​ຕົນ ​ໂຈມ​ຕີ​ຝ່າຍ​ກົງ​ກັນ​ຂ້າມ

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນິທານ​ສຸພາສິດ. ​ໃນ​ລາຍ​ການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ເລົ່ານິທານສຸ ພາສິດ​ເລື່ອງ "ຕາງ​ຖົງ​ຝາ​ອີ້" ​ແປ​ວ່າ "ເຂົ້າຂ້າງ​ຝ່າຍ​ຕົນ ​ໂຈມ​ຕີ​​ຝ່າຍກົງກັນຂ້າມ" ສູ່​ຟັງ.

ພາຍຫຼັງລາຊະວົງ​ຮັ້ນຕາ​ເວັນ​ຕົກ​ໄດ້​ສ້າງຕັ້ງຂຶ້ນ​ແລ້ວ, ​ມາ​ຮອດ​​ໄລຍະ​ຈັກກະ ພັດຮັ້ນອູ​ຕີ້, ສັງ​ຄົມ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​​ແບບບໍ່​ເຄີຍ​ມີ​ມາ​ກ່ອນ, ຊີວິດ​ການ​ເປັນ​ຢູ່​ຂອງປະຊາ​ຊົນ​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ທຽບ​ຖານ. ຈັກກະພັດ​ຮັ້ນອູ​ຕີ້​ຢາກ​ປັບປຸງ​ອຳນາດການ​ປົກຄອງ​ຂອງ​ຕົນ​ໃຫ້​ໝັ້ນຄົງ, ​ເພີ່ມ​ທະວີ​ການໂຮມ​ສູນ​ອຳນາດຢູ່​ສູນ​ກາງ. ​ເພື່ອ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຈັກ​ກະ​ພັດຮັ້ນອູ​ຕີ້, ຕົງ​ຈົ້ງຊູ່ ນັກ​ປັດ​ຊະ​ຍາ​ສຳນັກ​ຂົງຈື້​ໄດ້​ສະ​ເໜີ​ຄຳ​ຂວັນ "ປາບ​ສຳນັກ​ອື່ນ​ ​​ເຄົາລົບ​ແຕ່​ສຳນັກ​​ຂົງຈື້".

​ໃນຕົ້ນສະ​ໄໝ​ລາຊະ​ວົງ​ຮັ້ນ, ລັດທິ​ເຕົ໋າ​​ເຄີຍ​​ເຜີຍແຜ່​ຫຼາຍ​ໃນ​ຊົ່ວ​ໄລຍະ​ໜຶ່ງ, ລັດທິນີ້​ມີ​ເຈດ​ຈຳນົງ​ທຳ​ໃຈ​ໃຫ້​ສຳ​ຫງົບ, ບໍ່​ທຳ​ການ​ປະພຶດ​ຫຍັງ, ກ່າວ​ເນັ້ນວ່າ​ຊີວິດ​ຄົນ​ເຮົາ​ບໍ່​ໃຫ້ມີ​ຄວາມ​​ເພີ້​ຝັນ​ຫຍັງ, ນີ້​ໄດ້​ເສີມຂະ​ຫຍາ​ຍບົດບາດ​ອັນຕັ້ງໜ້າ​ຕໍ່​ສະພາບ​ສັງຄົມ​ທີ່ຂ້ອນ​ຂ້າງ​ທຸກຍາກ​ໃນ​ຕົ້ນສະ​ໄໝ​ລາຊະວົງ​ຮັ້ນຕາ​ເວັນ​ຕົກ. ​ແຕ່​ເມື່ອ​ຜ່ານ​ການ​ປະຕິບັດ​ນະ​ໂຍບາຍ​​ໂຈະ​ໜີ້​ແລະ​ພດທະນາ​ການຜະລິດ​​ມາ​ຊົ່ວ​ໄລຍະ​ໜຶ່ງ​ແລ້ວ, ສັງຄົມ​​ຂອງ​ລາຊະວົງ​ຮັ້ນຕາ​ເວັນ​ຕົກໄດ້​ມີ​ການພັດທະນາ, ກຳລັງ​ແຫ່ງ​ຊາດ​ໄດ້​ເພີ່ມ​ທະວີ​ຂຶ້ນຢ່າງ​ເດັ່ນ​ຊັດ, ຕໍ່ພາຍ​ໃນ ຈັກກະພັດ​ຢາກ​ເພີ່ມ​ທະວີ​ອຳນາດ​ຂອງ​ຈັກກະພັດ, ​ແລະ​ຢາກ​ຂະຫຍາຍ​ອຳນາດ​ຕໍ່​ພາຍ​ນອກ, ທິດ​ສະ​ດີ​ຂອງ​ລັດທິ​ເຕົ໋າທີ່ວ່າ "​ທຳ​ໃຈ​ໃຫ້​ສະຫງົບ ບໍ່​ທຳ​ການ​ປະພຶດ​ຫຍັງ" ນັ້ນ ​ເປັນອັນ​ຈະ​ແຈ້ງ​ແລ້ວ​ວ່າບໍ່​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ສະຖານະ​ການແລ້ວ. ສະນັ້ນ ນັກ​ກະ​ພັດຮັ້ນອູ​ຕີ້​​ໄດ້​​ເຫັນ​ດີ​​ເຫັນ​ພ້ອມນຳ​ເຈດ​ຈຳນົງ​ຂອງ​ຕົງ​ຈົ້ງຊູ, ອອກ​ຄຳ​ສັ່ງ​ໃຫ້​ສົ່ງ​ເສີມ​ແຕ່​ສຳນັກ​ຂົງຈື້, ຖື​ເອົາ​ສຳນັກ​ຂົງຈື້​ເປັນ​ແນວ​ຄິດ​ທີ່​ຊົງອິດ​ທິພົນ​ແລະ​ເປັນ​ເອກະ​ພາບ​ກັນ​​ໃນ​ທົ່ວ​ປະ​ເທດ.

​ໃນ​ຄາວ​ນັ້ນ, ​ເພື່ອ​ສະ​ແດງ​ເຖິງ​ການ​ເອົາ​ໃຈ​ໃສ່​ນຳ​ສຳນັກ​ຂົງຈື້, ຈັກກະພັດ​ຮັ້ນອູ​ຕີ້​ໄດ້​ສ້າງ​ສຳນັກ​ດອກ​ເຕີ​ຢູ່​ວິທະຍາ​ໄລ​ຈັກກະພັດ, ​ເພື່ອ​ຄົ້ນຄວ້າ​ສຳນັກ​ຂົງຈື້; ການຄັດ​ເລືອກ​ຂ້າ​ລາ​ຊະ​ການ​ແລະ​ການນຳ​ໃຊ້​ຜູ່​ມີຄວາມ​ຮູ້​ຄວາມ​ສາມາດ, ກໍ່​ຖື​ການ​ສອບ​​ເສັງສຳນັກ​ຂົງຈື້​ເປັນ​ມາດ​ຖານ. ​ແຕ່ນັ້ນມາ, ສຳນັກ​ຂົງຈື້​ໄດ້​ມີ​ຖານະ​ເໜືອສຸດ​ເປັນ​ກ້າວໆ, ຄົນ​ທັງຫຼາຍ​ພາ​ກັນ​ຮຽນ​ສຳ​ນັກ​ຂົງ​ຈື້.

​ແຕ່​ພາຍຫຼັງມາ, ຄົນຮຽນ​ສຳນັກ​ຂົງຈື້ນັບ​ມື້​ນັບຫຼາຍ ຄົນ​ທີ່​ຕ່າງ​ກັນ​ກໍ່​ມີ​ຄຳ​ອະທິບາຍ​ຕ່າງ​ກັນ​ຕໍ່​​ບາງ​​ຄຳ​ພີຂອງ​ສຳນັກ​ຂົງຈື້. ຮອດ​ລາຊະການຈັກກະພັດ​ຮັ້ນຊ່ວນຕີ້, ມີນັກປາດທີ່​ມີຊື່ສ​ຽງຜູ່​ໜຶ່ງຊື່ວ່າ​ຊ່ຽວວ້າງຈື່, ​ເພິ່ນ​ໄດ້​ຈັດຕັ້ງລູກສິດ​ທັງຫຼາຍຂອງ​ສຳນັກ​ຂົງຈື້ດຳ​ເນີນ​ການ​ໂຕ້​ວາທີຢູ່​ຫໍ​ເກັບ​ຮັກສາໜັງສື​ຂອງ​ຈັກກະພັດ.

ການ​ໂຕ້​ວາທີ​ເທື່ອ​ນີ້​ໄດ້​ດຳ​ເນີນ​ໄປຢ່າງ​ດຸ​ເດືອດ​ທີ່​ສຸດ, ຄົນ​ທັງຫຼາຍ​ພາກັນສະ​ເໜີ​ທັດ​ສະ​ນະ​ຂອງ​ຕົນ, ບັນ​ລະ​ຍາຍ​ດ້ວຍສາ​​ເຫດຕ່າງໆ; ຄຶ​ດຫາ​ທຸກວິທີ​ກ່າວ​ຕີໂຕ້ທັດ​ສະ​ນະ​ຂອງ​ຜູ່​ອື່ນ. ຄົນ​ທັງ​ຫຼາຍ​ຖື​ຜູ່​ທີ່​ມີ​ຄວາມ​ເຫັນ​ອັນ​ດຽວກັນ​ກັບ​ຕົນ​ເອງ​ນັ້ນ​ເປັນ​ພັກ​ພວກ​ຂອງຕົນ, ​ແລະ​ຖື​ຜູ່​ທີ່​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັບ​ຕົນ​​ເອງນັ້ນ​ເປັນ​ຝ່າຍ​ກົງກັນ​ຂ້າມ, ​ແລະ​ກ່າວ​ໂຈມ​ຕີ​ຢ່າງ​ຮຸນແຮງ.

​ແຕ່​ການ​ໂຕ້​ວາທີພາຍ​ໃນ​ສຳນັກ​ຂົງຈື້​ຢ່າງ​ຂະໜາດ​ໃຫຍ່ເທື່ອ​ນີ້ ພັດ​ໄດ້​ຊຸກ​ຍູ້​​ໃຫ້​ສຳນັກ​ຂົງຈື້ມີ​ການພັດທະນາ, ​ໃນ 2000 ກວ່າ​ປີ​ກ່ອນ ຄື​ຍຸກລາຊະວົງ​ຮັ້ນ, ​ແນວ​ຄິດ​ສຳນັກ​ຂົງຈື້​ໄດ້​ກາຍ​ເປັນ​ແນວ​ຄິດ​ການປົກ​ຄອງ​ຂອງ​ສັງຄົມ​ສັກດິນາ​ຈີນ​ໂດຍ​ຕະຫຼອດ. ຈົນ​ຮອດ​ຕົ້ນສະຕະວັດ​ທີ 20, ຄຽງ​ຄູ່​ກັບ​ສັງຄົມ​ສັກດິນາ​ຈີນຊຸດ​ໂຊມ​ລົງ ​ແນວ​ຄິດ​ສຳນັກ​ຂົງຈື້ກໍ່​ນັບ​ມື້​ນັບສູນ​ເສຍ​ຖານະທີ່​ເປັນ​ແນວ​ຄິດ​ການປົກຄອງ​​ດັ້ງ​ເດີມ. ​ແຕ່​ຍ້ອນມັນ​ໄດ້​ຄອບ​ງຳແນວ​ຄິດ​ວິຊາ​ການ​ຂອງ​ຈີນ​ມາ​ເປັນ​ເວລາ 2000 ກວ່າ​ປີ, ກາຍ​ເປັນ​ພາກສ່ວນ​ຕົ້ນຕໍ​ຂອງ​ວັດ​ທະນະທຳ​ສັກດິນາ​ຈີນ, ສະນັ້ນ ຈຶ່ງໄດ້​ຮັກສາ​ມໍລະດົກ​ວັດທະນະທຳ​ຊົນ​ເຜົ່າທີ່​ອຸ​ດົມ​ສົມ​ບູນ​​ໄວ້ໃຫ້ຮຸ້ນຫຼັງ.