ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-16 17:51:27    
ກອງ​ປະຊຸມ​ສົນທະນາລະ​ຫວ່າງ​ບັນດາ​ຝ່າຍ​ປາ​ເລັສ​ຕີນ​ຈັດ​ຂຶ້ນ​ຢູ່​ເລີ​ແກ

cri

ຕາມ​ຂ່າວ CRI ກອງ​ປະຊຸມສົນທະນາ​ລະຫວ່າງ​ບັນດາ​ຝ່າຍ​ປາ​ເລັສຕີນ​​ໄດ້ຈັດ​ຂຶ້ນ​ຢູ່​ເລີ​ແກ​ໃນ​ວັນ​ທີ 15 ມີນາ.ນີ້​ແມ່ນ​ກອງ​ປະຊຸມ​ສົນທະນາ​ຄັ້ງ​ທຳ​ອິດ​ທີ່​ບັນດາ​ຝ່າຍ​ປາ​ເລັສຕີນ​ຈັດ​ຂຶ້ນ​ແຕ່​ອຳ​ນາດ​ການ​ປົກຄອງ​ປາ​ເລັສຕີນ​​ປົກຄອງ​ຕົນ​ເອງຂ້າມ​ຜ່ານ​ຢ່າງ​ຫມັ້ນທ່ຽງ​​​ເມື່ອເດືອນ​ມັງກອນປີ​ນີ້​ເປັນ​ຕົ້ນ​ມາ.ບຸກຄົນ​ວິ​ເຄາະ​ຊີ້​ອອກ​ວ່າ ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ຈັດ​ຂຶ້ນ​ພາຍ​ໃຕ້​ສະຖານະ​ການ​ຕາ​ເວັນ​ອອກ​ກາງ​ເກີດ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ,ຈະ​ຊ່ອຍ​ໃຫ້​ພາຍ​ໃນ​ປາ​ເລັສຕີນ​ຮັກສາຄວາມ​ສາມັກ​ຄີ​ກັນ ​ເປີດ​ກວ້າງຄວາມ​ຮັບ​ຮູ້​ທີ່ຄື​ກັນ ກຳ​​ໂອກາ​ດ​ແລະ​ຕ້ານ​ກັບການ​ທ້າ​ທາຍ


   ​ໃນ​ກອງ​ປະຊຸມ​ເປີດ​ເຜີຍ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ມີນາ ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ຊີ້​ອອກ​ວ່າ ​ໃນ​ຫຼາຍ​ອາທິ​ດທີ່​ຜ່ານ​ມາ ສັນຍາ​ຢຸດ​ຍິງຕໍ່​ອິສລາ​ແອນ​ທີ່​ອົງການ​ອຳນາດ​​ແຫ່ງ​ຊາດປາ​ເລັສຕີນ​ກັບ​ບັນດາ​ຝ່າຍ​ປາ​ເລັສຕີນ​ ເຊັນ​ກັນ​ໄດ້​ຮັບ​ຜົນ​ສຳຄັນ ແລ້ວການ​ເຄື່ອນ​ໄຫວ​ທຳລາຍ​ແລະການ​​​ຮຸກ​ຮານ​ຂອງ​ອິສລາ​ແອນ​ກໍ​ໄດ້​ຫຼຸດ​ຫນ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ; ປະຊາຊົນ​ປາ​ເລັສຕິນ​ໄດ້​ລົງມືສ້າງສາ​ບ້ານ​ເມືອງທີ່​ຖືກ​ທຳລາຍ​ຄືນ​ໃຫມ່​ແລ້ວ ທ່ານ​ອັບ​ບາສກ່າວ​ເນັ້ນ​ວ່າ ປາ​ເລັສຕີນ​ແລະ​ອິສລາ​ແອນ​ຄວນພ້ອມ​ກັນ​ໂຄລົບ​ຄຳ​ຫມັ້ນ​ສັນຍາ​ຂອງ​ໃຜ​ລາ​ວ


ທ່ານ​ອັບ​ບາສຍັງ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ປາ​ເລັສຕີນ​ຊອກ​ຫາ​ຈຸດ​ຮ່ວມ​ບົນ​ພື້ນຖານ​ໂຄລົບ​ກັນ,ຈັດ​ການ​ສົນທະນາ​ລະຫວ່າງ​ຊົນ​ເຜົ່າ​ເພື່ອ​ໃຫ້​ມີ​ຄວາມ​ເຫັນ ​​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ບັນຫາ​ທັງ​ຫມົດແລະ​ສ້າງ​​ກົນ​ໄກ​ປະຕິບັດ​ງານແລະ​ຕິດຕາມ


ແຕ່​ວ່າ ​ໃນ​ບັນຫາ​ຢຸດ​ຍິງ  ຖະ​ແຫຼ​ງການ​ອັນ​ແຂງ​ຄໍ່ຂອງທ່ານ​ຊາ​ລອນ ນາຍົກລັດຖະມົນຕີອິສລາ​ແອນທີ່​ປະກາດ​ກ່ອນ​ຫນ້າ​ນີ້​​ໄດ້​ເຮັດ​ໃຫ້​ກອງ​ປະຊຸມ​ສົນທະນາ​ເທື່ອ​ນີ້ປົກ​ຄຸມ​ໄປ​ດ້ວຍ​ເງົາ​ມືດ.​ໃນ​ຖະ​ແຫຼ​ງການ ທ່ານ​ຊາ​ລອນ​ໄດ້​ປະຕິ​ເສດ​ຄວາມຄາດຄຶດ​ຂອງ​ຝ່າຍ​ປາ​ເລັສຕີນ​ກ່ຽວ​ກັບ​ປາ​ເລັສຕີນ​ອິສລາ​ແອນ​ເຊັນສັນຍາ​ຢຸດ​ຍິງ​ກັນ.ທ່ານ​ຊາ​ລອນ​ຍັງ​ກ່າວ​ຢ່າງຈະ​ແຈ້ງວ່າ  ຄັດຄ້ານ​ທ່ານ​ອັບ​ບາສຈັດການ​ສົນທະນາກັນ​ກັບ​ອົງການ​ຈັດ​ຕັ້ງ​ຫົວ​ຮຸນ​ແຮງ​ປາ​ເລັສຕີນ​ ​ແລະ​ເຕືອນ​ໃຫ້​ທ່ານ​ອັບ​ບາສ​ໃຊ້​ພາຫະນະ​ອັນ​ແຂງ​ຄໍ່  ຍຸບອົງການ​ຈັດ​ຕັ້ງ​ຫົວ​ຮຸນ​ແຮງ​ປາ​ເລັສຕີນເຊັ່ນອົງການ​ຮາ​ມັສ​ເປັນ​ຕົ້ນທີ່ຖືກ​ອິສລາ​ແອນຖື​ເປັນ​ອົງການ​ກໍ່​ການ​ຮ້າຍ​​ ​ໂດຍ​ແນ​ໃສ່​ຫຼັກ​ຫມັ້ນ​ອັນ​ແຂງ​ຄໍ່​ຂອງ​ທ່ານ​ຊາ​ລອນ ທ່ານ​ຊາ​ອາສ໌ ຮອງ​ນາຍົກລັດຖະ​ມົນຕີ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ໄດ້​ອອກ​ຖະ​ແຫຼ​ງການ​ ຕິຕຽນ​ທ່ານ​ຊາ​ລອນ​ທຳລາຍ​ສະພາບ​ຢຸດ​ຍິງ​ລະຫວ່າງ​ປາ​ເລັສຕີນ​ກັບອິສລາ​ແອນ.  ຜູ່​ຕາງຫນ້າຂອງອົງການ​ຮາ​ມັສທີ່​ຮ່ວມ​ກອງ​ປະຊຸມ​ກ່າວ​ວ່າ  ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມກອງ​ປະຊຸມ​ສົນທະນາທີ່​ເລີ​ແກບໍ່​ອາດ​ຈະກ້າວ​ເຖິງ​ຂັ້ນມີ​ຫຼັກ​ຫມັ້ນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຢຸດ​ຍິງ​ກັບ​ອິສລາ​ແອນ​ເປັນ​ເວລາ​ດົນ​ນານ  ທະ​ແນມ​ແຕ່​ຝ່າຍ​ອິສລາ​ແອນ​ບໍ່​ປ່ອຍ​ຕົວ​ຊາວ​ປາ​ເລັສຕີນ​ທັງ​ຫມົດ​ທີ່​ຖືກ​ກັກ​ຂັງ  ບໍ່​ຢຸດຕິ​ການ​ລ່ວງ​ລ້ຳ​​ເຂົ້າ​ເຂດ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ແລ້ວ  ອົງການຮາ​ມັສກໍ​ມີ​ແຕ່​ເຫັນ​ດີ​​ແກ່ຍາວ​ສະຖານະ​ການອັນ​ສະຫງົບ​ລົງ​ຢ່າງ​ມີ​ເງື່ອນ​ໄຂ


ໃນບັນຫາ​ກ່ຽວ​ກັບ​ການຈັດ​ວາງ​ການ​ເມືອງ​ຂອງ​ພາຍ​ໃນ​ປາ​ເລັສຕີນ  ​ໃນ​ມື້​ດຽວ​ກັນ ທ່ານ​ອາກາ  ຜູ່​ຕາງຫນ້າອົງການ​ອານ​ຟາ​ຕາທີ່​ຮ່ວມ​ປະຊຸມກ່າວວ່າ ​ໃນ​ກອງ​ປະຊຸມ​ສົນທະນາ​ເທື່ອ​ນີ້ ອົງ​ການ​ອານ​ຟາ​ຕາ​ຈະ​ສະ​ເຫ​ນີ​​ໃຫ້​ບັນດາ​ຝ່າຍ​ປາ​ເລັສຕີນ​ວາງແຜນການ​ອົງການ​ຊົ່ວຄາວ​​ໃຫ້​ບັນດາ​ຝ່າຍ​ປາ​ເລັສຕີນ​ເຂົ້າ​ຮ່ວມ​ແລະ​ປຶກສາ​ຫາລື​ການ​ເມືອງ​ບົນ​ພື້ນຖານ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງຂອງ​ຄະນະ​ກຳມະການ​ນິຕິບັນຍັດປາ​ເລັສຕີນ

ພ້ອມ​ກັນ​ນັ້ນ ທ່ານ​ນາ​ຈານ ກຳມະການ​ກົມ​ການ​ເມືອງ​ອົງການ​ຮາ​ມັສ ຜູ່​ຕາງຫນ້າ​ທີ່​ຮ່ວມ​ກອງ​ປະຊຸມ​ກ່າວ​ວ່າ ອົງການ​ຮາ​ມັສມີ​ແຕ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຂອງ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ​ທໍ່​ນັ້ນ ​ແຕ່​ບໍ່​​ເຂົ້າ​ຮ່ວມ​ລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ໃນ​ສະ​ເພາະ​ຫນ້າ​ນີ້.ທ່ານ​ກ່າວ​ວ່າ ອົງການ​ຮາ​ມັສ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຂອງຄະນະ​ກຳມະການ​ນິຕິບັນຍັດ​ບໍ່​ແມ່ນ​ເພື່ອ​ແບ່ງປັນ​ອຳນາດ ​ແຕ່​ຫາກແມ່ນ​ເພື່ອ​ຕິດຕາມ​ກວດກາ​ລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ໃຊ້​ສິດ​ອຳນາດ