ປີກາຍນີ້,ເສດຖະກິດຮົງກົງໄດ້ເພີ່ມຂຶ້ນ8,1%
cri
Author: q
ຕາມຂ່າວCRI:ວັນທີ16ມີນາ,ຢູ່ຮົງກົງ,ທ່ານຖາງອິງນຽນ ຫົວໜ້າພະແນກການເງິນຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງກ່າວວ່າ,ປີ2004,ເສດຖະກິດຂອງຮົງກົງໄດ້ເພີ່ມຂຶ້ນຫຼາຍກວ່າປີ2003 8,1%,ເປັນປີໜຶ່ງທີ່ເສດຖະກິດເພີ່ມຂຶ້ນຫຼາຍກວ່າໝູ່ໃນ4ປີລຽນຕິດມານີ້.
ທ່ານຖາງອິງນຽນໄດ້ຄາດຄະເນວ່າ,ປີນີ້,ເສດຖະກິດຮົງກົງຈະເພີ່ມຂຶ້ນຢ່າງໜັກແໜ້ນ,ຍອດມູນຄ່າການຜະລິດມີຫວັງຈະເພີ່ມຂຶ້ນຫຼາຍກວ່າປີກາຍ4,5% ຮອດ5,5%.
|
|