ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-16 22:08:48    
ສ.ປ.ປ.​ເກົາຫຼີ​ກ່າວ​ວ່າ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ໂດຍ​ແບກ​ຫາບ​ນາມ​ຂີ້​ຮ້າຍ​ທີ່​ວ່າ​ຈຸດ​ທີ່​ໝັ້ນ​ປົກ​ຄອງ​ຢ່າງ​​ໂຫດຮ້າຍ​ປ່າ​ເຖື່ອນ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ16​ມີນາ,​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດສ.ປ.​ປ.​ເກົາ​ຫຼີ​ໄດ້​ຖະ​ແຫຼ​ງວ່າ,ຖ້າວ່າ​ອາ​ເມ​ລິ​ກາ​ບໍ່​ຖອນຄຳ​ເວົ້າ​ຢຽດ​ຫຍາມທີ່​ເອີ້ນ​ສ.ປ.ປ.​ເກົາຫຼີ​ເປັນ​ຈຸດ​ທີ່​ໝັ້ນ​ປົກຄອງ​ຢ່າງ​ໂຫດຮ້າຍປ່າ​ເຖື່ອນ​​ແລ້ວ,ສ.ປ.ປ.​ເກົາຫຼີ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຫົກ​ຝ່າຍ​ນັ້ນຈະ​ເປັນ​ເລື່ອງ​ທີ່​ສຳ​ນຶກ​ຍາກ.

ຕາມ​ໄດ້​ຊາບ,ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ຂ່າວສານ​ລອຍ​​ເຕີອັງກິດ​ແລະ​ໜັງສືພິມ​ວໍ​ຊິງ​ຕັນ​ແທມສ໌ຂອງ​ອາ​ເມ​ລິ​ກາ,ທ່ານ​ນາງ​ລາຍ​ສ໌ ລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ກ່າວ​ວ່າ,​ເພິ່ນຈະ​ບໍ່​ຂໍ​ໂທດ​ນຳ​ເລື່ອງ​ທີ່​ເພິ່ນ​​ໄດ້​ເອີ້ນ​ສ.ປ.ປ.​ເກົາຫຼີ​ເປັນ​ຈຸດ​ທີ່​ໝັ້ນ​ປົກຄອງ​ຢ່າງ​ໂຫດຮ້າຍປ່າ​ເຖື່ອນ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສ.ປ.ປ.​ເກົາຫຼີ​ກ່າວ​ວ່າ,ຖ້າຫາກ​ອາ​ເມ​ລິ​ກາ​ຢາກ​ຈັດການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຄືນ​ໃໝ່​ແທ້,ກໍ​ຕ້ອງ​ຖອນ​​ຄຳ​ເວົ້າຢຽດ​ຫຍາມດັ່ງກ່າວ,​ໃຊ້​ທ່າ​ທີສະຫຼາດ​ແລະ​ສອດຄ່ອງ​ກັບ​ສະພາວະ​ຄວາມ​ເປັນ​ຈິງ​ໃນ​ປັດຈຸ​ບັນ.