ປະຊາຄົມໂລກສະໜັບສະໜູນຈີນຮັບຮອງເອົາກົດໝາຍວ່າດ້ວຍຕ້ານການແບ່ງແຍກປະເທດ
cri
Author: q
ຕາມຂ່າວCRI,ວັນທີ15ມີນາ,ປະຊາຄົມໂລກໄດ້ໃຊ້ຮູບການຕ່າງໆກ່າວວ່າ ສະໜັບສະໜູນຈີນຮັບຮອງກົດໝາຍວ່າດ້ວຍຕ້ານການແບ່ງແຍກປະເທດ.
ກະຊວງການຕ່າງປະເທດຝະຣັ່ງກ່າວວ່າ,ລັດຖະບານຝະຣັ່ງໄດ້ເອົາໃຈໃສ່ວ່າລັດຖະບານຈີນໄດ້ເນັ້ນໜັກທ່າທີທີ່ຊຸກຍູ້ການໂຮມເຂົ້າເປັນເອກະພາບກັນໂດຍສັນຕິດ້ວຍການສົນທະນາແລະປຶກສາຫາລື,ຝະຣັ່ງຈະຍຶດໝັ້ນນະໂຍບາຍປະເທດຈີນດຽວ.
ໃນມື້ດຽວກັນ,ສ.ປ.ປ.ເກົາຫຼີ,ເກນຢາ,ອາກຊັງຕີນແລະປະເທດອື່ນໆກໍໄດ້ສະແດງຄວາມເຂົ້າໃຈແລະສະໜັບສະໜູນສະພາປະຊາຊົນແຫ່ງຊາດຈີນຮັບຮອງເອົາກົດໝາຍຕ້ານການແບ່ງແຍກປະເທດແລະຫຼັກໝັ້ນຂອງລັດຖະບານຈີນໃນບັນຫາໄຕ້ຫວັນ.
ໃນຫຼາຍມື້ມານີ້,ຊື່ມວນຊົນຕົ້ນຕໍຂອງຫຼາຍປະເທດເຊັ່ນຝະຣັ່ງ,ອີຕາລີ,ຣັດເຊຍເປັນຕົ້ນກໍໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ກົດໝາຍຕ້ານການແບ່ງແຍກປະເທດ.
|
|