ທ່ານອັບບັສກ່າວວ່າຈະປ່ອຍຜູ້ນຳແນວໂຮມປະຊາຊົນປົດປ່ອຍປາເລັສຕິນທີ່ຖືກກັກຂັງຢູ່ເມືອງເຈລີໂຄ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ15ມີນາ,ຢູ່ເມືອງເຈລີໂຄ ເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນ,ທ່ານອັບບັສ ປະທານອົງການອຳນາດແຫ່ງຊາດປາເລັສຕິນກ່າວວ່າ,ພາຍຫຼັງກອງທະຫານອິສຣາແອນຖອນອອກຈາກເຈລີໂຄແລ້ວ,ປາເລັສຕິນຈະປ່ອຍທ່ານຊາອາແດດ ຜູ້ນຳອົງການແນວໂຮມປະຊາຊົນປົດປ່ອຍປາເລັສຕິນແລະທ່ານໂຊບາກີ ຜູ້ຊ່ອຍວຽກຂອງທ່ານອາລາຟັດ ອະດີດຜູ້ນຳປາເລັສຕິນທີ່ຖືກຝ່າຍອິສຣາແອນກັກຂັງຢູ່ເມືອງດັ່ງກ່າວ.
ທ່ານອັບບັສແມ່ນໃຫ້ທັດສະນະດັ່ງກ່າວພາຍຫຼັງອິສຣາແອນປະກາດຈະມອບສິດຄວບຄຸມຄວາມປອດໄພຂອງເມືອງເຈລີໂຄໃຫ້ ປາເລັສຕິນ.
|
|