ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-16 22:54:31    
ຫວນ​ຄືນ​ການ​ພົວ​ພັນ​ການ​ເມືອງ​ສອງ​ຕໍ່​ສອງ​ລະ​ຫວ່າງ​ຈີນ​ແລະ​ຟິລິ​ປິນ

cri Author: da
ຈີນ​ແລະ​ຟິລິປິ​ນ​ແມ່ນ​ສ້າງ​ສາ​ຍສຳພັນ​ການ​ທູດ​ແຕ່​ວັນ​ທີ 9 ມິຖຸນາ ປີ 1975,​ແຕ່​ສ້າງ​ສາ​ຍສຳພັນ​ການ​ທູດ​ມານີ້,​ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ຟິລິປິນ​ໄດ້ພັດ​ທະນາ​ກວມ​ລວມ​ຢ່າງ​ຫມັ້ນ​ທ່ຽງ​,ການ​ຢ້ຽມ​ຢາມ​ຊັ້ນ​ສູງ​ແມ່ນ​ບໍ່​ຂາດ​ສາຍ,​ລັດຖະ​ບານ​ທັງ​ສອງ​ປະ​ເທດ​ໄດ້​ສ້າງ​ກົນ​ໄກ​​ເຂົ້າ​ໃຈ​ກັນ​ແລະ​ການ​ຮ່ວມ​ມື​ກັນ​ຫຼາຍ​ຊັ້ນ,​ໃນ​ນັ້ນ,ສອງ​ປະ​ເທດ​ໄດ້​ສ້າງ​ກົນ​ໄກ​ຫາລື​ທາງ​ການ​ທູດ​ເມື່ອ​ປີ 1986,​ການ​ພົວພັນ​​ມິດຕະ​ພາບ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ:​ເສດ​ຖະກິດ​ການ​ຄ້າ ວັດ​ທະນະ​ທຳ ວິທະຍາ​ສາດ​ເຕັກ​ນິກ​ແລະ​ທ່ອງ​ທ່ຽວ​ເປັນ​ຕົ້ນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຂາດ​ສາຍ,ການ​ໄປ​ມາຫາ​ສູ່​ກັນ​ໃນ​ພົນລະ​ເມືອງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

​ເດືອນ​ພະຈິກ ປີ 1996,​ທ່ານ​ຈຽງ​ເຈີ​ຫມິນ ອະ​ດີດ​ປະທານ​ປະ​ເທດ​ຈີນ​ໄດ້​ຢ້ຽມຢາມ​ລັດ​ຖະກິດ​ຟິລິ​ປິນ,ຜູ່​ນຳ​ທັງ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ນຳ​ສ້າງ​ການ​ພົວພັນ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ແລະ​ການ​ຮ່ວມ​ມື​ກັນ​ໃນ​ຖານ​ເປັນບ້ານ​ໃກ້​ເຮືອນ​ຄຽງທີ່​ດີ​ຕໍ່​ກັນ​ລະຫວ່າງ​ຈີນ​ແລະ​ຟິລິ​ປິນທີ່​ອວ່າຍ​ຫນ້າ​ໄປ​ສູ່​ສັດ​ຕະວັດ​ທີ 21,​ແລະ​ໄດ້​ບັນລຸ​ເຖິງ​ມີ​ຄວາມ​ຮູ້​ແລະ​ເຂົ້າ​ໃຈ​ສຳຄັນ​ກ່ຽວ​ກັບ​ການ​​ໂຈະ​ການ​ວິວາດ​ແລະ​ພັດ​ທະນາ​ຮ່ວມ​ກັນ​ໃນ​ບັນຫາ​ທະ​ເລ​ໃຕ້,​ພຶດ​ສະພາ ປີ 2000​,ສອງ​ຝ່າຍ​ໄດ້​ເຊັນ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ໂຄງ​ການ​ການ​ຮ່ວມ​ມື​ສອງຕໍ່​ສອງ​ໃນ​ສະຕະ​ວັດ​ທີ 21 .

​ເດືອນ​ພະຈິກ​ປີ 2001,ທ່ານ​ນາງ​ອາ​ໂລ​ໂຢ ປະທາ​ນາ​ທິບໍດີ​ຟິລິປິ​ນ ​ໄດ້​ຢ້ຽມຢາມ​ລັດ​ຖະກິດ​ປະ​ເທດ​ຈີນ,​ເດືອນ​ມິຖຸນາ ປີ 2002, ​ໂດຍ​ອີງ​ຕາມ​ດຳ​ລົດ​ຂອງ​ປະທາ​ນາທິບໍດີ​ທ່ານ​ນາງ​ອາ​ໂລ​ໂຢ​ຟິລິປິນ​ຕົກ​ລົງ​ວັນ​ທີ່​ສ້າງສາ​ຍສຳພັນ​ການ​ທູດ​ຂອງ​ສອງ​ປະ​ເທດ​ເປັນ​ວັນ​ມິດຕະ​ພາບ​ຂອງ​ຟິລິປິນ.

ວັນ​ທີ 1 ກັນຍາ ປີ 2004,ທ່ານ​ຫູ​ເຈີ​ນທາວ ປະ​ທານ​ປະ​ເທດ​​ໄດ້​ຈັດ​ການ​ເຈ​ລະຈາ​ກັບ​ທ່ານ​ນາງ​ອາ​ໂລ​ໂຢ ປະທາ​ນາ​ທິບໍດີ​ຟິລິ​ປິນ​ທີ່​ມາ​ຢ້ຽມຢາມ​ລັດ​ຖະກິດ​ຈີນ,ສອງ​ຝ່າຍ​ໄດ້​ແ​ລກປ່ຽນ​ຄວາມ​ເຫັນ​ຢ່າງ​ກວ້າງ​ຂວາງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວພັນ​ລະ​ຫວ່າງ​ຈີນ​ຟິລິ​ປິນ​ລົງ​ສູ່​ລວງ​ເລິກ​ຕື່ມ​ອີກ,​ແລະ​ບັນລຸ​ເຖິງ​ຄວາມ​ຮູ້​ສຳຄັນ​ຄື​ກັນ.ທ່ານ​ຫູ​ເຈີ​ນທາວ​ເວົ້າວ່າ​ຝ່າຍ​ຈີນ​ຍິນ​ດີ​ທຳ​ຄວາມ​ພະຍາ​ຍາມ​ຮ່ວມ​ກັນ​ກັບ​ຝ່າຍ​ຟິລິ​ປິນ,​ແລະ​ຊຸກ​ຍູ້​ການ​ພົວພັນ​ເປັນ​ຫມູ່​ຄູ່​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ຖານ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະຫວ່າງ​ຈີນ​ຟິລິປິ​ນຢ່າງ​ຮອບ​ດ້ານ:

1, ຮັກສາ​ການ​ສຳຜັດ​ຊັ້ນ​ສູງ​ແລະ​ການ​ສົນ​ທະນາ​ກັນ​ແລະ​ແລກ​ປ່ຽນ​ກັນ​ທຸກ​ຊັ້ນລະ​ຫວ່າງ​ສອງ​ປະ​ເທດ,​ເພີ່ມ​ທະວີ​ກົນ​ໄກ​ຫາລື​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ລັດຖະ​ບານ​ແລະ​ຂະ​ແຫນງ​ການ​ຂອງ​ສອງ​ປະ​ເທດ,ຮ່ວມ​ກັນ​ຈັດ​ການ​ເຄື່ອນ​ໄຫວ​ສະຫຼອງ​ຈີນ​ຟິລິ​ປິນ​ສ້າງ​ສາຍ​ສຳ​ພັນ​ການ​ທູດ​ຄົບ​ຮອບ 30 ປີ,ສົ່ງ​ເສີມ​ມິດຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ​ຟິລິ​ປິນ​ຕື່ມ​ອີກ.

2,ຂະ​ຫຍາຍ​ການ​ຮ່ວມ​ມື​ເສດ​ຖະກິດ​ການ​ຄ້າ​ຂອງ​ສອງ​ປະ​ເທດ,ປົວ​ແປງ​ອົງ​ປະກອບ​ການ​ຄ້າ ຮັກ​ສາ​ທ່ວງ​ທ່າ​ທີ່​ເພີ່ມ​ທະວີ​ການ​ຄ້າ​ສອງຕໍ່​ສອງ​ຢ່າງ​ວ່ອງ​ໄວ,​ເຮັດ​ໃຫ້ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໃນຂົງ​ເຂດ​ເຕັກ​ນິກ​ແລະ​ກົນ​ໄກ​ກະສິກຳ ​ແນວ​ພັນ​ດີ​ເປັນຕົ້ນ,​ແລະ​ເຮັດ​ໃຫ້​ການ​ຮ່ວມ​ມືຂອງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ:​ການ​ກໍ່ສ້າງ​ໂຄງ​ຮ່າງ​ພື້ນ​ຖານ ພັດ​ທະນາ​ຊັບພະ​ຍາ​ກອນ​ເປັນ​ຕົ້ນ.

3,ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ວັດທະ​ນະທຳ ການ​ສຶກ​ສາ​ແລະ​ການ​ທ່ອງ​ທ່ຽວ​ເປັນຕົ້ນ​,​ເຮັດ​ໃຫ້​ກົນ​ໄກ​ຄວາມ​ປອດ​ໄພ​ແລະ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ສົມບູ​,ຊຸກ​ຍູ້​ການ​ຊ່ອຍ​ເຫຼືອ​ດ້ານ​ຕຸລາ​ການ ​ເພື່ອ​ໂຈມ​ຕີ​ການ​ຕ້ອງ​ໂທດ​ຂ້າມ​ປະ​ເທດ​ຢ່າງ​ມີ​ປະ​ສິດທິ​ພາບ.

4,ຊຳລະ​ແກ້​ໄຂບັນຫາ​ລະອຽດ​ໃນການ​ພົວພັນ​ສອງຕ​ຕໍ່​ສອງ,​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ​ເພື່ອນ​ມິດ​ກັນ​ແລະ​ຫມູ່​ຄູ່​ດີ.

ທ່ານ​ອາ​ໂລ​ໂຢ​ເວົ້າ​ວ່າ,ລະ​ຫວ່າງ​ປະຊາ​ຊົນ​ຈີນ​ຟິລິ​ປິນມີ​ປະຫວັດ​ສາດ​ການ​ໄປມາຫາ​ສູ່​ກັນ​ໄມຕີ​ຈິດ​ເປັນ​ພັນ​ປີ,ປະຈຸ​ບັນນີ້,​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໄດ້​ບັນລຸ​ເຖິງ​ລະ​ດັບ​ທີ່​ບໍ່​ເຄີຍ​ມີ​ແຕ່​ກ່ອນ​,ຟິລິປິນ​ເຊື່ອ​ຫມັ້ນ​ໃຈ​ໃນ​ຖານ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງທີ່​ດີ​ຕໍ່​ກັນ,ປະ​ເທດ​ຈີນ​ແມ່ນ​ສຳຄັນ​ທີ່​ສຸດຕໍ່​ການ​ພັດ​ທະນາ​ຂອງ​ຟິລິປິນ​ທ່ານ​ນາງ​ອາ​ໂລ​ໂຢ​ເຫັນ​ດີ​ນຳ​ຂໍ້​ສະ​ເຫນີ​ລະ​ອຽດ​ຂອງ​ທ່ານ​ຫູ​ເຈີ​ນທາວຕໍ່​ຊຸກ​ຍູ້​ການ​ຂະຫຍາຍ​ການ​ພົວ​ພັນ​ຫມູ່​ຄູ່​ໃນ​ຖານ​ເປັນ​ບ້ານ​​ໃກ້​​ເຮືອນຄ​ຽງທີ່​ດີ​ຕໍ່ກັນ​ແລະ​ໄວ້​​​ເນື້ອ​ເຊື່ອ​ໃຈ​ກັນ​ຂອງ​ສອງ​ປະ​ເທດ​ຢ່າງ​ຮອບ​ດ້ານ,​ແລະ​ຊີ້​ນຳ​​ໃຫ້​ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ປະຕິບັດ​ອັນ​ຕັ້ງ​ຫນ້າ​ກັບ​ຝ່າຍ​ຈີນ,​ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ,​ທ່ານ​ນາງ​ອາ​ໂລ​​ໂຢ​ເວົ້າ​ວ່າ​ທ່ານ​ນາງ​ເຂົ້າ​ໃຈ​ບັນ​ຫານ​ນີ້​ມີ​ຄວາມ​ສຳຄັນ​ຕໍ່​ປະ​ເທດ​ຈີນ,​ຟລິປິນ​ເດັດ​ດ່ຽວ​ປະຕິ​ບັດນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ.

​ເມື່ອ​ເວົ້າ​ເຖິງ​ບັນຫາ​ທີ່​ຈີນ​ແລະ​ອາຊຽນ​ສ້າງ​ເຂດ​ການ​ຄ້າ​ເສລີນັ້ນ​ທ່ານ​ຫູ​ເຈີ​ນທາງ​ເວົ້າ​ວ່າ,ຈີນ​ແລະ​ອາ​ຊຽນ​ສ້າງ​ເຂດ​ການ​ຄ້າ​ເສລີ​ແມ່ນ​ການ​ຕົກລົງ​ຍຸດ​ທະ​ສາດ​ທີ່​ສອງ​ຝ່າຍ​ພິຈາ​ລະນາ​ກວມ​ລວມ​ການຂະ​ຫຍາຍ​ການ​ພົວພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ເປັນ​ຍາວ​ນານ,​ແມ່ນຈັດ​ວາງ​ທີ່​ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​​ໂຫຍ​ດ​ແລະ​ໄດ້​ໄຊຊະນະ​ສອງ​ດ້ານ​ລາຍ​ຫນຶ່ງ,​ສອງ​ຝ່າຍ​ຫວັງ​ວ່າ​ທຳ​ຄວາມ​ພະຍາ​ຍາມ​ພ້ອມ​ກັນ,​ເລັ່ງລັດ​ຂະ​ບວນການ​ເຈລະຈາ​ໂດຍ​ໄວ,ພະຍາ​ຍາມ​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະ​ສານ​ກັນ​ໂດຍ​ໄວ,​ເລີ່ມກໍ່​ສ້າງ​ເຂດ​ການ​ຄ້າ​ເສລີ​ຕາມ​ເວລາ​ກຳນົດ ​ແລະ​ປະກອບ​ສ່ວນ​ອັນ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ​ອາຊີ,​ທ່ານ​ນາງ​ອາ​ໂລ​ໂຢ​ໄດ້​ເຫັນ​ດີ​ນຳ​ຄວາມ​ເຫັນ​ຂອງ​ທ່ານ​ຫູ​ເຈີ​ນທາວ,​ເຫັນ​ວ່າ​ຍ້ອນ​ຄວາມ​ພະຍາ​ຍາມ​ພ້ອມ​ກັນ​ຂອງ​ສອງ​ຝ່າຍ,ການ​ເຈລະຈາ​ທີ່​ກ່ຽວ​ຂ້ອງ​ຈະ​ໄດ້​ຮັບການ​ຄືບ​ຫນ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ວັນ​ທີ 2 ກັນຍາ ປີ 2004 ທ່ານ​ອຸນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີ​ໄດ້​ພົບ​ປະ​ທ່ານ​ນາງ​ອາ​ໂລ​ໂຢ ປະ​ທານາ​ທິບໍດີ​ຟິ​ລິປິນ.

ວັນ​ທີ 29 ພະ​ຈິກ ປີ 2004, ​ໃນ​ໄລຍະ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ​ຢູ່​ວຽງ​ຈັນ ທ່ານ​ອຸນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ພົບ​ປະ​ທ່ານ​ນາງ​ອາ​ໂລ​ໂຢ ປະທາ​ນາ​ທິບໍ​ດີຟິລິ​ປິນ.