![]( /mmsource/images/2005/03/16/riben.jpg) ວັນທີ 16 ມີນາ,ສະພາແຂວງຊີມາເນແຫ່ງຍີ່ປຸ່ນໄດ້ຜ່ານກົດຂໍ້ກຳນົດ"ວັນເກາະທາເຄຊີມາ"
ຕາມຂ່າວCRI:ວັນທີ 16 ມີນາ,ສະພາແຂວງຊີມາເນແຫ່ງຍີ່ປຸ່ນໄດ້ຜ່ານກົດຂໍ້ກຳນົດ"ວັນເກາະທາເຄຊີມາ"ທີ່ລະລຶກວັນຍີ່ປຸ່ນປະກາດມີອະທິປະໄຕຕໍ່ເກາະທາເຄຊີມາ(ສ.ເກົາຫຼີເອີ້ນວ່າເກາະຕອກໂຕ).ການກະທຳດັ່ງກ່າວໄດ້ເຮັດໃຫ້ການວິວາດກັນລະຫວ່າງສ.ເກົາຫຼີກັບຍີ່ປຸ່ນກ່ຽວກັບອະທິປະໄຕເກາະຕອກໂຕທີ່ປະຈັກຕາຊາວໂລກໃນຫວ່າງມໍ່ໆນີ້ໄດ້ເລື່ອນຂັ້ນອີກເທື່ອໜຶ່ງ,ການພົວພັນລະຫວ່າງສ.ເກົາຫຼີຍີ່ປຸ່ນເຄັ່ງຕຶງຂຶ້ນໃນທັນທີ.
![]( /mmsource/images/2005/03/16/hanwaizhang.jpg) ພາຍຫຼັງສະມາຊິກແຂວງຊີມາເນແຫ່ງຍີ່ປຸ່ນສະເໜີສ້າງກົດຂໍ້ກຳນົດທີ່ກ່ຽວຂ້ອງແລ້ວ,ລັດຖະບານສ.ເກົາຫຼີກໍທວງໃຫ້ຍີ່ປຸ່ນຍົກເລີກແຜນການລົງຄະແນນສຽງ,ເພື່ອຫຼົບຫຼີກຄວາມຂັດແຍ່ງກ່ຽວກັບອະທິປະໄຕເກາະຕອກໂຕລະຫວ່າງສອງປະເທດດຸເດືອດຂຶ້ນ.ແຕ່ສະພາແຂວງຊີມາເນຍັງຄົງລົງຄະແນນສຽງແລະຮັບຮອງກົດຂໍ້ກຳນົດ"ວັນເກາະທາເຄຊີມາ"ໃນວັນທີ 16 ມີນາ.
ໃນມື້ດຽວກັນ,ໂຄສົກກະຊວງການຕ່າງປະເທດແລະການຄ້າສ.ເກົາຫຼີໄດ້ອອກຖະແຫຼງການ,ກ່າວປະທ້ວງຢ່າງແຮງກ້າຕໍ່ຝ່າຍຍີ່ປຸ່ນທີ່ບໍ່ເອົາຫົວຊານຳການຄັດຄ້ານອັນແຮງກ້າຂອງສ.ເກົາຫຼີ ຜ່ານຮັບຮອງກົດຂໍ້ກຳນົດ.ທ່ານຊອງມິນຊູນ ຮອງລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າສ.ເກົາຫຼີໄດ້ຮຽກພົບທູດຍີ່ປຸ່ນປະຈຳສ.ເກົາຫຼີ,ກ່າວລື້ມຫຼັກໝັ້ນຂອງລັດຖະບານສ.ເກົາຫຼີຢ່າງເຄັ່ງຂືມ.ໃນຫຼາຍມື້ມານີ້,ການເຄື່ອນໄຫວປະທ້ວງຂອງອົງການຈັດຕັ້ງມະຫາຊົນສ.ເກົາຫຼີກໍມີຂຶ້ນເລື້ອຍໆ.
![]( /mmsource/images/2005/03/16/riben2.jpg)
ປວງຊົນສ.ເກົາຫຼີເຜົາທຸງຊາດຍີ່ປຸ່ນເພື່ອປະທ້ວງ
ເກາະຕອກໂຕຕັ້ງຢູ່ທະເລຍີ່ປຸ່ນ(ສ.ເກົາຫຼີເອີ້ນວ່າທະເລຕາເວັນອອກ),ແມ່ນເກາະພູໄຟມີເນື້ອທີ່ພຽງ 0,18 ກິໂລແມັດມົນທົນ.ໃນຫຼາຍປີມານີ້,ສ.ເກົາຫຼີໄດ້ຄວບຄຸມເກາະນີ້.ເກາະນີ້ບໍ່ເໝາະຄົນຢູ່,ແຕ່ຢູ່ບໍລີເວນມີຊັບພະຍາກອນການປະມົງອຸດົມສົມບູນ ນີ້ເຮັດໃຫ້ການຕໍ່ສູ້ຍາດເອົາອະທິປະໄຕຕໍ່ເກາະນີ້ລະຫວ່າງສອງປະເທດບໍ່ເຄີຍຢຸດເຊົາຈັກເທື່ອ.ແຕ່ແຂວງຊີມາເນເລີ່ມຊຸກຍູ້ການສ້າງກົດຂໍ້ກຳນົດທີ່ກ່ຽວຂ້ອງມານີ້,ຝ່າຍຍີ່ປຸ່ນໄດ້ໃຊ້ທ່າທີຫຍໍ້ທໍ້ໂດຍອ້າງວ່າ ລັດຖະບານກາງບໍ່ມີສິດແຊກແຊງການປົກຄອງຕົນເອງຂອງອົງການປົກຄອງທ້ອງຖິ່ນ.ຝ່າຍສ.ເກົາຫຼີເຫັນວ່າ ຝ່າຍຍີ່ປຸ່ນແມ່ນເຈດຕະນາສວຍໃຊ້ການກະທຳຂອງແຂວງຊີມາເນດັ່ງກ່າວ ປ່ຽນແປງທ່າຮັບໃນບັນຫາເກາະຕອກໂຕ,ຝ່າຍສ.ເກົາຫຼີຈິ່ງຕົກລົງໃຊ້ທ່າທີປໍລະປັກກັນທີເຂັ້ມແຂງ.
ການທີ່ຝ່າຍສ.ເກົາຫຼີມີປະຕິກິລິຍາຮຸນແຮງຍັງມີສາຍເຫດອັນໜຶ່ງ,ນັ້ນກໍຄື:ແບບຮຽນປະຫວັດສາດເຫຼັ້ມໃໝ່ທີ່ອົງການຈັດຕັ້ງປີກຂວາຍີ່ປຸ່ນຮຽບຮຽງສຳເລັດນັ້ນຈະຖືກກະຊວງວັດທະນະທຳຍີ່ປຸ່ນຜ່ານຮັບຮອງ,ເນື້ອໃນຂອງມັນໄດ້ເວົ້າຍ້ອມສົງຄາມຮຸກຮານຂອງຍີ່ປຸ່ນຫຼາຍກວ່າເກົ່າ,ຝ່າຍສ.ເກົາຫຼີເຄີຍປະທ້ວງຢ່າງແຮງກ້າ,ແຕ່ຈົນຮອດປະຈຸບັນ ລັດຖະບານຍີ່ປຸ່ນຍັງບໍ່ໄດ້ຕອບຈັກເທື່ອ.
ປີນີ້ແມ່ນການພົວພັນທາງການທູດລະຫວ່າງສ.ເກົາຫຼີກັບຍີ່ປຸ່ນຫັນເປັນປົກກະຕິຄົບຮອບ 40 ປີ.ປີນີ້ກໍແມ່ນແຫຼມເກົາຫຼີຫຼຸດພົ້ນອອກຈາກການປົກຄອງລ່າເມືອງຂຶ້ນຂອງຍີ່ປຸ່ນແລະຟື້ນຟູອະທິປະໄຕຄືນໃໝ່ຄົບຮອບ 60 ປີ.ວົງການຕ່າງໆ ໂດຍສະເພາະແມ່ນປວງຊົນສ.ເກົາຫຼີເຫັນວ່າ,ທຸກການກະທຳຂອງຍີ່ປຸ່ນໄດ້ສະແດງໃຫ້ເຫັນຍີ່ປຸ່ນໃຊ້ທ່າທີບໍ່ຍອມຮັບຮູ້ບັນຫາປະຫວັດສາດຢ່າງຖືກຕ້ອງຈັກເທື່ອ.
ການຂະຫຍາຍການພົວພັນສ.ເກົາຫຼີຍີ່ປຸ່ນທີ່ອວ່າຍໜ້າໄປສູ່ອະນາຄົດແມ່ນຄວາມຮັບຮູ້ຄືກັນຂອງລັດຖະບານສ.ເກົາຫຼີແລະຍີ່ປຸ່ນ.ລັດຖະບານສ.ເກົາຫຼີກ່າວເນັ້ນວ່າ ບໍ່ຄວນກະທົບກະເທືອນເຖິງການພົວພັນລະຫວ່າງສ.ເກົາຫຼີກັບຍີ່ປຸ່ນ.ແຕ່ໃນຕໍ່ໄປພາຍໜ້າ ລັດຖະບານຍີ່ປຸ່ນຈະໃຊ້ມາດຕະການຫຍັງ,ເພື່ອຜ່ອນຄາຍສະຖານະການອັນເຄັ່ງຕຶງລະຫວ່າງສ.ເກົາຫຼີກັບຍີ່ປຸ່ນນັ້ນ ຄົນທັງຫຼາຍສົນໃຈຢູ່.
|