ຈີນລາວແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ມີພູຜາແມ່ນ້ຳຕິດຈອດກັນ, ແຕ່ບູຮານນະການມານີ້, ປະຊາຊົນສອງປະເທດກໍ່ຢູ່ຮ່ວມກັນຢ່າງຖືກຕ້ອງປອງດອງກັນ.ວັນທີ 25 ເມສາປີ 1961 ຈີນກັບລາວໄດ້ສ້າງສາຍສຳພັນການທູດຢ່າງເປັນທາງການ, ສອງປະເທດໄດ້ຮັກສາມິດຕະພາບ ຖານບ້ານໃກ້ເຮືອນຄຽງ.ແຕ່ທ້າຍຊຸມປີ 70 ຫາກາງຊຸມປີ 80 ສະຕະວັດທີ 20, ການພົວພັນລະຫວ່າງສອງປະເທດເຄີຍປະກົດມີຄວາມລະອິລະອ້ຽວ,ປີ 1989, ການພົວພັນລະຫວ່າງຈີນລາວຟື້ນຟູມາເປັນປົກກະຕິ. ໃນ 10 ກວ່າປີມໍ່ໆມານີ້, ການພົວພັນສອງຕໍ່ສອງລະຫວ່າງຈີນລາວໄດ້ຮັບການຟື້ນຟູແລະຂະຫຍາຍຕົວຮອບດ້ານ,ຜູ່ນຳສອງປະເທດຢ້ຽມຢາມເຊິ່ງກັນແລະກັນເລື້ອຍ ເລື້ອຍ, ການແລກປ່ຽນແລະການຮ່ວມືຢ່າງມີໄມຕີຈິດໃນຂົງເຂດການເມືອງ ເສດຖະກິດ ການທະຫານ ວັດທະນະທຳແລະສາທາລະນະສຸກໄດ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ,ສອງຝ່າຍໄດ້ປະສານສົມທົບແລະຮ່ວມມືກັນຢ່າງໃກ້ຊິດໃນວຽກງານສາກົນແລະພາກພື້ນ.
ວັນທີ 11-13 ພະຈິກປີ 2000, ທ່ານຈ່ຽງເຈີມີນ ປະທານປະເທດຈີນໃນຄາວນັ້ນໄດ້ໄປຢ້ຽມຢາມລາວທາງລັດຖະກິດ,ນີ້ແມ່ນປະມຸກລັດຈີນຢ້ຽມຢາມລາວເປັນຄັ້ງທຳອິດ,ມີຄວາມຫມາຍຫລັກຫມາຍທາງໃນປະຫວັດການພົວພັນຈີນລາວ. ໃນໄລຍະຢ້ຽມຢາມ, ສອງປະເທດໄດ້ອອກຖະແຫລງການຮ່ວມກ່ຽວກັບການຮ່ວມມືສອງຕໍ່ສອງ, ໄດ້ຕົກລົງສ້າງການພົວພັນຮ່ວມມືຮອບດ້ານທີ່ຫມັ້ນຄົງຍາວນານມີໄມຕີຈິດຖານບ້ານໃກ້ເຮືອນຄຽງແລະໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ.
ວັນທີ 28 ພະຈິກປີ 2004, ທ່ານເວີນເຈ່ຍປາວ ນາຍົກລັດຖະມົນຕີຈີນຢ້ຽມຢາມລາວ, ໄດ້ພົບປະເຈລະຈາກັບທ່ານບຸນຍັງ.ວໍລະຈິດ ນາຍົກລັດຖະ ມົນຕີລາວ.ສອງຝ່າຍໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບການເພີ່ມທະວີໄມຕີຈິດຖານບ້ານໃກ້ເຮືອນຄຽງແລະການຮ່ວມມືລະຫວ່າງຈີນລາວໃນທ່າມ ກາງບັນຍາກາດສະຫນິດສະຫນົມແລະມີໄມຕີຈິດ.ທ່ານເວິນເຈ່ຍປາວໄດ້ຕັ້ງ ຫນ້າຕີລາຄາການພົວພັນສອງຕໍ່ສອງ.ທ່ານເວົ້າວ່າ, ໃນປີມໍ່ໆມານີ້, ການພົວ ພັນລະຫວ່າງຈີນລາວໄດ້ຂະຫຍາຍຕົວຢ່າງຮອບດ້ານ, ທັງສອງຝ່າຍຕ່າງໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ,ປະຕິບັດຕໍ່ກັນຢ່າງສະເຫມີພາບ, ສະຫນັບສະ ຫນູນເຊິ່ງກັນແລະກັນ, ແລະຮ່ວມມືກັນຢ່າງຈິງໃຈ,ພວກຂ້າພະເຈົ້າຮູ້ສຶກເພິ່ງພໍໃຈຕໍ່ການຂະ ຫຍາຍຕົວຂອງການພົວພັນລະຫວ່າງປະເທດທັງສອງ.ທ່ານຊີ້ອອກວ່າ, ຈີນກັບລາວກຳລັງດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກ, ລ້ວນແຕ່ພະຍາຍາມພັດທະນາເສດຖະກິດ,ປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການເພີ່ມທະ ວີການພົວພັນໄມຕີຈິດຖານບ້ານໃກ້ເຮືອນຄຽງແລະການຮ່ວມມືສອດຄ່ອງກັບຜົນປະໂຫຍດກົກຮາກຂອງປະຊາ ຊົນປະເທດທັງສອງ. ທ່ານເວິນເຈ່ຍປາວຂອບໃຈນຳລັດຖະບານລາວໄດ້ເດັດດ່ຽວສະຫນັບສະຫນູນຈີນໃນບັນຫາໄຕຫວັນ.ທ່ານເວິນເຈ່ຍປາວກ່າວເນັ້ນວ່າ, ລັດຖະບານຈີນເອົາໃຈໃສ່ນຳການພົວພັນລະຫວ່າງຈີນລາວ, ທະນຸ ຖະຫນອມມິດຕະພາບຈີນລາວ, ຍິນດີເປັນເພື່ອນບ້ານດີ ເພື່ອນມິດດີ ຫມູ່ຄູ່ດີແລະສະຫາຍດີຂອງລາວຈົນເທົ່າໃດໆ.
ເພື່ອເພີ່ມທະວີມິດຕະພາບແລະການຮ່ວມມືລະຫວ່າງຈີນລາວ, ທ່ານເວິນເຈ່ຍປາວສະເຫນີວ່າ: ຫນຶ່ງ:ຂັ້ນສູງຮັກສາການຕິດຕໍ່ພົວພັນແລະໄປມາຫາສູ່ກັນ, ເພີ່ມຄວາມເຂົ້າໃຈກັນ, ແລກປ່ຽນບົດຮຽນໃນການປົກຄອງປະເທດ,ປະສານຫລັກຫມັ້ນໃນບັນຫາສາກົນແລະພາກພື້ນ.ສອງ:ຍົກລະດັບການຮ່ວມມືດ້ານເສດຖະກິດການຄ້າ,ເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ ຊັບພະຍາກອນບໍ່ແຮ່ແລະການກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນ, ຊຸກຍູ້ການຄ້າເຂດຊາຍແດນພັດ ທະນາຢ່າງສືບເນື່ອງ ປອດໃສແລະມີລະບຽບຮຽບຮ້ອຍ, ຮັດແຫນ້ນການຮ່ວມມືດ້ານເສດຖະກິດການຄ້າໃຕ້ຂອບຫລາຍຝ່າຍ. ເອົາການຊ່ອຍເຫລືອດ້ານເສດຖະກິດເຕັກນິກ ທີ່ຝ່າຍຈີນສະຫນອງໃຫ້ຝ່າຍລາວນັ້ນຕິດພັນກັບການຍົກຄວາມສາມາດພັດທະນາເສດຖະກິດຂອງລາວ,ຄວນແມ່ນຮູບການໃຫມ່ແລະວິຖີທາງໃຫມ່ຂອງການຮ່ວມມືລະຫວ່າງສອງຝ່າຍໃຕ້ສະຖານະການໃຫມ່.ສາມ:ເພີ່ມທະວີການແລກປ່ຽນແລະການຮ່ວມມືໃນທຸກຂົງເຂດແລະຫລາຍລະດັບ.ເປີດກວ້າງການຮ່ວມມືໃນຂົງເຂດອົບຮົມພະນັກງານ ວິທະ ຍາສາດເຕັກນິກ ການສຶກສາ ການທ່ອງທ່ຽວ ການຄຸ້ມຄອງເຂດຊາຍແດນ ໂຈມຕີການຕ້ອງໂທດຂ້າມຊາດແລະຕ້ານຢາເສບຕິດເປັນຕົ້ນ. ສີ່: ເພີ່ມທະວີການສະຫນັບສະຫນູນເຊິ່ງກັນແລະກັນແລະປະສານສົມທົບໃນວຽກງານພາກພື້ນ, ຊຸກຍູ້ ການພົວພັນລະຫວ່າງຈີນກັບອາຊຽນຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ທ່ານບຸນຍັງ.ວໍລະຈິດເຫັນດີນຳການຕີລາຄາແລະຂໍ້ສະເຫນີຕໍ່ການພົວ ພັນສອງປະເທດຂອງທ່ານເວິນເຈ່ຍປາວ.ທ່ານເວົ້າວ່າ, ມິດຕະພາບລາວຈີນລົງສູ່ລວງເລິກເລື້ອຍໆ, ການຮ່ວມມືຮອບດ້ານກໍ່ກວ້າງຂວາງແລະລົງເລິກກວ່າເກົ່າ.ການສະຫນັບສະຫນູນຊ່ອຍເຫລືອໃນຂົງເຂດການຄ້າ ການລົງ ທຶນ ການສຶກ ສາແລະການອົບຮົມພະນັກງານເປັນຕົ້ນແລະການຊ່ອຍເຫລືອດ້ານເຕັກນິກເສດຖະກິດເຕັກນິກທີ່ຈີນສະຫນອງໃຫ້ລາວນັ້ນ, ໄດ້ເສີມຂະ ຫຍາຍບົດບາດສຳຄັນຕໍ່ການພັດທະນາເສດຖະກິດສັງຄົມຂອງລາວ,ຝ່າຍລາວສະແດງຄວາມຂອບອົກຂອບໃຈ.ຝ່າຍລາວຫວັງໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນດ້ານກະສິກຳ ວິທະຍາສາດເຕັກນິກ ບໍ່ແຮ່ ການລົງທຶນ ແລະການກໍ່ສ້າງພື້ນຖານໂຄງລ່າງຄືໄຟຟ້ານ້ຳຕົກໂທລະຄົມ.
ວັນທີ 29 ພະຈິກປີ 2004, ທ່ານເວິນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ພົບປະທ່ານຄຳໄຕ.ສີພັນດອນ ປະທານປະເທດລາວ.ວັນທີ 30 ພະຈິກ, ທ່ານເວິນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ພົບປະທ່ານສະຫມານ.ວິຍາເກດ ປະທານສະພາແຫ່ງຊາດລາວ.
|