ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-17 09:46:10    
ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເຕັກ​ນິກ​ລະ​ຫວ່າງ​ຈີນ​ລາວ

cri Author: sayvanny
ແຕ່​ປີ 1988 ຫາ​ປີ 2002, ຈີນ​ລາວ​ໄດ້​ເຊັນ​ສັນຍາ​ຮ່ວມມື​ດ້ານ​ເສດ ຖະ​ກິດ​ການ​ຄ້າ​ມີ​ດັ່ງ​ນີ້:

《ສັນຍາ​ການ​ຄ້າ​ຈີນ​ລາວ》​ເຊັນເມື່ອ​ເດືອນ​ທັນວາ​ປີ 1988

《​ເອກະສານ​ແລກປ່ຽນ​ກ່ຽວ​ກັບ​ການ​ຄ້າ​ຊາຍ​ແດນ​ຈີນ​ລາວ》ເຊັນ​ເມື່ອ​ເດືອນ​ທັນວາ​ປີ 1988

《ສັນ​ຍາ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ແລະ​ປົກ​ປ້ອງ​ການ​ລົງ​ທຶນ​ເຊິ່ງກັນ​ລະ​ກັນ​ລະ​ຫວ່າງ​ຈີນ​ລາວ》​ເຊັນ​​ເມື່ອ​ເດືອນ​ມັງ​ກອນ​ປີ 1993

《ສັນ​ຍາ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ໂດຍ​ລົດຍົນ​ລະ​ຫວ່າງ​ຈີນ​ລາວ》​ເຊັນ​​ເມື່ອ​ເດືອນ​ທັນ​ວາ​ປີ 1993

《ສັນຍາ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ເຄື່ອງ​ຂອງ​ແລະ​ໂດຍ​ສານ​ແມ່​ນ້ຳ​ລ້ານ​ຊ້າງ​ຫາ​ແມ່​ນ້ຳຂ​ອງ​ລະ​ຫວ່າງ​ຈີນ​ລາວ》​ເຊັນ ​ເມື່ອ​ເດືອນ​ພະ​ຈິກ​ປີ 1994

《ສັນ​ຍາ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ​ຈີນ​ລາວ》​ເຊັນ​​ເມື່ອ​ເດືອນ​ຕຸ​ລາ​ປີ 1996

《ສັນ​ຍາ​ກ່ຽວ​ກັບ​ຈີນ​ລາວ​ສ້າງ​ຕັ້ງ​ຄະ​ນະ​ກຳມາ​ທິການ​ຮ່ວມມື​ເສດຖະ ກິດ​ການ​ຄ້າ​ເຕັກ​ນິກ ​​》ເຊັນ​ເມື່ອ​ເດືອນ​ພຶດ​ສະ​ພາ​ປີ 1997

《ສັນ​ຍາ​ລະ​ຫວ່າງ​ຈີນ​ລາວ​ຫລີກ​ເວັ້ນ​ເກັບ​ພາ​ສີ​ຊ້ອນ​ກັນ》ເຊັນ​​ເມື່ອ​​ເດືອນ​ມັງ​ກອນ​ປີ 1999

《ສັນຍາ​ກ່ຽວ​ກັບ​ການ​ເດີນ​ເຮືອ​ທຸ​ລະ​ກິດ​ຢູ່​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​ຫາ​ແມ່​ນ້ຳຂ​ອງ​ລະ​ຫວ່າງ​ຈີນ ລາວ ມຽນ​ມາ​ແລະ​ໄທ》​ເຊັນ​ເມື່ອ​ເດືອນ​ເມສ​າ​ປີ 2000

《ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຕໍ່​ສອງ​ລະ​ຫວ່າງ​ສປ ຈີນ​ກັບ​ສປປ​ລາວ》​ເຊັນ​ເມື່ອ​ເດືອນ​ພະ​ຈິກ​ປີ 2000

《ສັນ​ຍາ​ດ້ານ​ຫລັກ​ການ​ລະ​ຫວ່າງ​ກະ​ຊວງ​ທີ່​ດິນ​ແລະ​ຊັບ​ພະ​ຍາ​ກອນ ທຳ​ມະ​ຊາດ​ຈີນ​ກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ຫັດ​ຖະ​ກຳ​ລາວ​ກ່ຽວ​ກັບ​ການ​ຮ່ວມ​ມື​ ​ບຸກ​ເບີກ​ແຮ່​ເກືອ​ກາ​ລີ》​ເຊັນ​​ເມື່ອ​ເດືອນ​ພະ​ຈິກ​ປີ 2000

《ບົດ​ບັນ​ທຶກ​ກອງ​ປະຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ມື​ເສດ​ຖະ​ກິດ ການ​ຄ້າ​ແລະ​ເຕັກ​ນິກ​ລະ​ຫວ່າງ​ຈີນ​ລາວ》​ເຊັນ​​ເມື່ອ​ເດືອນ​ພະ​ຈິກ​ປີ 2000

《ບົດ​ບັນ​ທຶກ​ຊ່ອຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມມື​ກະ​ສິ​ກຳ​ລະ​ຫວ່າງ​ກະ​ຊວງ​ກະ​ສິ​ກຳ​ຈີນ​ກັບ​ກະ​ຊວງ​ກະ​ກຳ​ປ່າ​ໄມ້​ລາວ》ເຊັນ​​ເມື່ອ​ເດືອນ​ພະຈິກ​ປີ 2000

《ສັນ​ຍາ​​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເຕັກ​ນິກ​ລະ​ຫວ່າງ​ສປ​ຈີນ​ກັບ ສປປ​ລາວ》ເຊັນ​ເມື່ອ​ເດືອນ​ກຸມ​ພາ​ປີ 2002

《ສັນຍາ​ຂອບ​ລະ​ຫວ່າງ​ສປ​ຈີນ​ກັບ​ສປປ​ລາວ​ກ່ຽວ​ກັບ​ຈີນ​ໃຫ້​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ​ແກ່​ລາວ》ເຊັນ​​ເມື່ອ​ເດືອນ​ກຸມ​ພາ​ປີ 2002

《ສັນ​ຍາ​ຮ່ວມ​ມື​ລະ​ຫວ່າງ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ກັບ​ທະ​ນາ​ຄານ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ》​ເຊັນ​ເມື່ອ​ເດືອນ​ກຸມ​ພາ​ປີ 2002

​ໃນ​ຫລາຍ​ປີ​ມາ​ນີ້, ການ​ພົວພັນ​ເສ​ດຖະກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ລາວ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ສະ​ດວກ.ສອງ​ຝ່າຍ​ໄດ້​ສ້າງ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​​ແລະ​ເຕັກ​ນິກ​ລະ​ຫວ່າງ​ສອງ​ຝ່າຍ.ປີ 2000, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ບັນລຸ 40 ບ້ານ 8 ​ແສນ 4 ຫມື່ນ​ໂດ​ລາ​ສະ​ຫະ​ລັດ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ ປີ 1999 28,8%.ປີ 2001 ​ແມ່ນ 61 ລ້ານ 8 ​ແສນ 7 ຫມື່ນໂດ​ລາ​ສະ​ຫະ​ລັດ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​​ປີ 2000 51,4%.

ແຕ່​ປີ 1990 ​ເປັນ​ຕົ້ນ​ມາ ບໍ​ລິ​ສັດ​ຈີນ​ເລີ່ມ​ລົງ​ທຶນ​ສ້າງ​ໂຮງງານ​ຢູ່​ລາວ​, ນັບ​ມາ​ຮອດ​ທ້າຍ​ປີ 2001, ຍອດ​ມູນ​ຄ່າ​ການ​ລົງທຶນ​ໃນ​ຂໍ້​ຜູກ​ພັນ​ມີ​ປະ​ມານ 75 ລ້ານ​ໂດ​ລາ​ສະ​ຫະ​ລັດ, ຂົງ​ເຂດ​ການ​ລົງ​ທຶນ​ກວມ​ເຖິງ​ວັດ​ສະ​ດຸ​ກໍ່​ສ້າງ ການ​ປູກ​ຝັງ​ແລະ​ການ​ລ້ຽງ​ສັດ ການ​ຜະລິດ​ຢຸກຢາ.​ໃນ​ຂະ​ນະ​ດຽວ​ກັນ, ບໍລິ​ສັດ​ຈີນ​ຍັງ​ໄດ້​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ຮັບ​ເຫມົາ​ກໍ່​ສ້າງ​ໂຄງ​ການ​ຢູ່​ລາວ, ຍອດ​ມູນ​ຄ່າ​ໃນ​ຂໍ້​ຜູກ​ພັນ​ຫລາຍ​ກວ່າ 500 ລ້ານ​ໂດ​ລາ​ສະ​ຫະ​ລັດ.

​ໂຄງ​ການ​ທີ່​ຈີນ​ຊ່ອຍ​ເຫລືອ​ລາວ​ສ້າງ​ຂຶ້ນ​ນັ້ນ​ຍັງ​ມີ​ສະຖານີ​ຮັບ​ສັນ​ຍານ​ໂທ​ລະ​ພາບ​ໂດຍ​ຜ່ານ​ດາວ​ທຽມ,​ໂຮງ​ໄຟ​ຟ້າ​ນ້ຳກໍ້ ​ໂຄງການ​ສົ່ງ​ໄຟຟ້າ ຫໍ​ວັດ​ທະ​ນະ​ທຳ​ແຫ່ງ​ລາວ ​ແລະ​ໂຮງ​ງານ​ຜະ​ລິດ​ຊີ​ມັງ​ວັງ​ວຽງ​ໄລຍະ​ທີ​ສອງ​ເປັນ​ຕົ້ນ.