|
 |
(GMT+08:00)
2005-03-17 09:57:36
|
ອາເມລິກາອັງກິດປະຕິເສດວາງຕາລາງເວລາຖອນທະຫານອອກຈາກອີຣັກ
cri
Author: sayvanny
ຕາມຂ່າວ CRI: ໃນວັນທີ 15 ມີນາ ພາຍຫລັງອີຕາລີປະກາດຈະຖອນທະຫານອອກຈາກອີຣັກ ແລ້ວ, ວັນທີ 16 ທ່ານບຸສ ປະທານາທິບໍດີອາເມລິກາແລະທ່ານແບຼ ນາຍົກລັດຖະມົນຕີອັງກິດລ້ວນແຕ່ປະຕິເສດວາງຕາລາງເວລາຖອນທະຫານອອກຈາກອີຣັກ.
ໃນງານຖະແຫລງຂ່າວທີ່ຈັດຂຶ້ນຢູ່ທຳນຽບຂາວໃນມື້ດຽວກັນ, ທ່ານບຸສເວົ້າວ່າ, ທະຫານອາເມລິກາປະຈຳອີຣັກຈະຖອນອອກຈາກອີຣັກໃນເວລາທີ່ກຳລັງຮັກສາຄວາມປອດໄພຂອງອີຣັກມີຄວາມສາມາດປ້ອງກັນຕົນເອງແລ້ວ.
ມື້ດຽວກັນ, ທ່ານແບຼກໍ່ກ່າວວ່າ, ທະຫານອັງກິດຍັງຈະປະຈຳຢູ່ອີຣັກຕໍ່ໄປ.
|
|
|