ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-17 10:50:44    
ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຂ້າມ​ຜ່ານ​ຂອງ​ອີ​ຣັກ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ຜົນ​ຫນ້ອຍ

cri Author: sayvanny
ຕາມ​ຂ່າວ CRI: ກອງ​ປະຊຸມ​ສະ​ພາ​ແຫ່ງ​ຊາດ​ຂ້າມ​ຜ່ານ​ຂອງ​ອີ​ຣັກ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມີ​ນາ ​ໄດ້​ຮັບ​ຜົນ​ບໍ່​ຫລາຍ,ບໍ່​ໄດ້​ເລືອກ​ຕັ້ງ​ປະ​ທານ​ສະ​ພາ​ແລະ​ຄະນະ​ກຳ​ມະ​ການ​ປະ​ທາ​ນາ​ທິ​ບໍ​ດີ.ບັນ​ດາ​ພັກ​ການ​ເມືອງ​ແລະ​ອົງ​ການ​ຈັດ​ຕັ້ງ​ທີ່​ຮ່ວມ​ປະ​ຊຸມ​ສືບ​ຕໍ່ປິດ​ປະຕູ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ແບ່ງ​ປັນ​ສຳ​ຄັນ ໃນ​ລັດຖະ​ບານ.

ມື້​ດຽວ​ກັນ ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫລງ​ການ​ຫວັງ​ໃຫ້​ອີ​ຣັກ​ປະ​ກອບ​ຈັດ​ຕັ້ງ​ລັດຖ​ະ​ບານ​ຂ້າມ​ຜ່ານ​ໂດຍ​ໄວ​ແລະ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃຫມ່, ພ້ອມ​ກັນ​ນັ້ນ ທ່ານ​ກ່າວ​ລື້​ມວ່າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ​ການ​ສ້າງ​ສາ​ການ​ເມືອງ​ແລະ​ເສດ​ຖະ​ກິດ​ຂອງ​ອີ​ຣັກ​ຄືນ​ໃຫມ່, ​ແລະ​ຈະ​ໃຫ້ການ​ຊ່ອຍ​ເຫລືອ​ອັນ​ຈຳ​ເປັນ.