ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-17 16:33:57    
ທ່ວງ​ທ່າ​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ​ສະ​ກັດ​ກັ້ນ​ໄວ້​ຍາກ

cri Author: li
ຕາມ​ຂ່າວ CRI: ​​ເນື່ອງ​ໃນ​ໂອກາດ​ສົງຄາມ​ອີຣັກ​ເກີດ​ຂຶ້ນ​ຄົບຮອບ 2 ປີ,ບາງ​ປະ​ເທດ​ຄື​ອີ​ຕາ​ລີ,ບຸນ​ກາລີ,ອູ​ແກຼນ​ແລະ​ປອກຕຸຍ​ການ​ເປັນຕົ້ນ​ທີ່​ແຕ່​ກ່ອນ​ສະໜັບສະໜຸນ​ອາ​ເມ​ລິ​ກາ​ກໍ່​ສົງຄາມ​ອີຣັກ​ແລະ​ແຕ່ງ​ທະຫານ​​ໄປປະຈຳ​ອີຣັກນັ້ນ​ໄດ້​ພາກັນ​ຂໍ​ຖອນ​ທະຫານ. ​ໂດຍ​ແນ​ໃສ່​ສະພາບ​ດັ່ງກ່າວ,ບຸກຄົນ​ວິ​ເຄາະ​ຊີ້​ອອກ​ວ່າ,​ອາ​ເມ​ລິ​ກາ​ຢາກ​ຊັກ​ຊວນ​ໃຫ້​ສະມາຊິກ​ອື່ນໆ​​ໃນ​ກອງ​ທະຫານ​ນາໆ​ຊາດ​ປະ​ຈຳ​ຢູ່​ອີຣັກຕໍ່​ໄປ​ແມ່ນ​ເລື່ອງ​ຍາກຫຼາຍ,ມູນ​ເຫດ​ຕົ້ນຕໍ​ມີ​ສາມ​ດ້ານດັ່ງ​ນີ້:

ໜຶ່ງ, ສັນຕິພາບກັບ​ຕ່າ​ວອີຣັກຍັງ​​ແມ່ນ​​ເລື່ອງ​ຍາວ​ໄກ. ​ຂະ​ບວນການ​ການ​ເມືອງ​ອີຣັກທີ່​ອາ​ເມ​ລິກາ​ເຂົ້າຮ່ວມ​ການ​ອອກ​ແບບ​ນັ້ນ​ຄື​ບໜ້າຊັກ​ຊ້າ​ທີ່​ສຸດ. ພັນທະ​ມິດ​ຂອງ​ອາ​ເມ​ລິ​ກາ​ໃນ​ສົງຄາມ​ອີຣັກນັບ​ມື້​ນັບ​ສຳນຶກ​ຮູ້​ວ່າ,ອີຣັກ​ພາຍຫຼັງ​ສົງຄາມ​ນັ້ນບໍ່​​ໄດ້​ເຂົ້າສູ່​ຍຸກ​​ໃໝ່​ທີ່​ມີ​ປະຊາ​ທິປະ​ໄຕ,​ເສລີ​ແລະ​ຮັ່ງ​ມີ​ຄືດັ່ງ​ທ່ານ​ປະທານາທິບໍດີ​ບຸສ​ວາດ​ພາບ​ນັ້ນ​ຈັກ​ເມັດ.

ສອງ,ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກທີ່​ຊຸດ​ຮ້າຍ​ເຂົ້າຕໍ່​ມາ​ເຮັດ​ໃຫ້​ລັດຖະບານ​ຂອງ​ປະ​ເທດ​ທີ່​ສົ່ງ​ທະຫານ​ປະ​ເຊີນ​ກັບ​ກຳລັງ​ກົດໜີບ​ທາງ​ການ​ເມືອງຢ່າງ​ຮຸນ​ແຮງ. ຕົວຢ່າງ​ຄື​ອີ​ຕາ​ລີ,ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ສອດ​ແນມ​ຜູ້​ໜຶ່ງ​ຂອງ​ອີ​ຕາ​ລີ​​ໄດ້ຖືກ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຍິງ​ຕາຍ​ໃນ​​ເວລາ​ປ້ອງ​ກັນ​ນັກ​ຂ່າວ​ເພດ​ຍິງ​ຂອງ​ອີ​ຕາ​ລີ​ທີ່ຖືກ​ກອບ​ກູ້​ໄປ​ເດີ່ນຍົນ​ແບກ​ແດັດ,​ເຫດການ​ດັ່ງກ່າວ​ບໍ່​ພຽງ​ແຕ່​ພາ​ໃຫ້​ປະຊາຊົນ​ພາຍ​ໃນປະ​ເທດ​ອີ​ຕາ​ລີ​ຈັດການ​ເຄື່ອນ​ໄຫວ​ຄັດຄ້ານ​ອາ​ເມ​ລິ​ກາ​ເທື່ອ​ໃໝ່​ທໍ່​ນັ້ນ ​ແລະ​ຍັງ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ອີ​ຕາ​ລີ​ກັບ​ອາ​ເມ​ລິ​ກາ​ປົກ​ຫຸ້ມ​ໄປ​ດ້ວຍ​​ເງົາ​ມືດ​ການ​ເມືອງ. ​ໃນຕົ້ນ​ເດືອນ​​ເມສາ,ອີ​ຕາ​ລີ​ຈະ​ຈັດການ​ເລືອກ​ຕັ້ງຢູ່​ທ້ອງ​ຖິ່ນ,ປີ 2006 ຍັງ​ຈະ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ,ທັງ​ນີ້​ເປັນ​ການ​ທົດ​ສອບ​ອັນ​ມະຫາສານ​ຕໍ່​ລັດຖະບານ​ສະຫະພັນ​ເປັນກາງ​ແລະ​ປີກ​ຂວາ​ທີ່​ນຳ​ໂດຍ​ທ່ານ​ເບີ​ລຸ​ສ໌​ໂຄ​ນີ,ທ່ານ​ຈຳ​ເປັນ​ຕ້ອງ​ພິຈາລະນາ​ຜົນ​ສະທ້ອນ​ທາງ​ລົບ​ຂອງ​ນະ​ໂຍບາຍ​ຕໍ່​ອີຣັກ​ໃນ​ໝູ່​ປະຊາຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

ສາມ,ບັນຫາ​ຖອນ​ທະຫານ​ຈະ​ພາ​ໃຫ້​ມີ​ຜົນ​ກະທົບ​ສະ​ເນືອ​ນກັນ​ໄປ. ກອງ​ທະຫານ​ຕ່າງປະ​ເທດ​ປະຈຳ​ອີຣັກ​ໄດ້​ມີ​ກະ​ແສ​ຖອນ​ທະຫານ​ຮອບ​ໃໝ່,ບໍ່​ພຽງ​ແຕ່​ຈະ​ກະທົບກະ​ເທືອນ​ແຜນການ​ຈັດ​ວາງ​ກອງ​ທະຫານ​ຂອງປະ​ເທດ​ສົ່ງ​ທະຫານ​ຕົ້ນຕໍ​ໂດຍ​ກົງ,​ໂດຍ​ສະ​ເພາະ​ແມ່ນ​ອາ​ເມ​ລິ​ກາ,ອັງກິດ​ແລະ​ອົສຕຼາລີ​ຢູ່​ອີຣັກທໍ່​ນັ້ນ ຫາກ​ຍັງ​​ເປັນ​ກຳລັງ​ໜີບ​ແຮງ​ທີ່​ສຸດ​ຕໍ່​ບາງ​ປະ​ເທດ​ເຊັ່ນ​ໂປ​ໂລ​ຍ​ເປັນຕົ້ນ. ​ເມື່ອ​ຮອດ​ເວລາ​ນັ້ນ ກອງ​ທະຫານ​ຕ່າງປະ​ເທດ​ທີ່​ຍັງ​ຄົງ​ປະຈຳ​ຢູ່​ອີຣັກ​ນັ້ນ​ຈະປະ​ເຊີນ​ກັບ​ສະພາບ​ທີ່​ຕາບ​ຈູ​ນ​ແຖບ​ເປົ່າ​ຫວ່າງ​ຍ້ອນ​ທະຫານ​ພັນທະ​ມິດ​ຖອນ​ໜີ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ,ຄວາມ​ໝາຍ​ການ​ເມືອງ​ທີ່​ປະ​ເທດ​ພັນທະ​ມິດ​ຂອງ​ອ​າ​ເມ​ລິ​ກາ​ແລະ​ອັງກິດ​ຖອນ​ທະຫານ​ແມ່ນ​ໃຫຍ່​ກວ່າ​ຄວາມ​ໝາຍ​ທາງ​ການ​ທະຫານ​ຕັ້ງ​ຫຼວງຫຼາຍ. ອະນາຄົດ​ຂອງ​ກອງ​ທະຫານ​ພັນທະ​ມິດ​ປະຈຳ​ອີຣັກ​ເວົ້າ​ໃນ​ສ່ວນ​ໃຫຍ່​ແລ້ວ​ຕ້ອງ​ອາ​ໃສ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ມີ​ຄວາມ​ສາມາດ​ຮັກສາ​ຄວາມ​ສະ​ຫງົບ​ພາຍ​ໃນ​ປະ​ເທດ. ​ແຕ່​ບຸກຄົນ​ທີ່​ກ່ຽວຂ້ອງ​ກໍ​ຊີ້​ອອກ​ວ່າ, ຄວາມ​ສາມາດ​ຂອງ​ກອງ​ທະຫານ​ຄວາມ​ປອດ​ໄພ​ອີຣັກ​ດຽວ​ນີ້​​ຍັງ​ໄກ​ຢູ່ທີ່​ຈະ​ຫາບ​ແບກ​ໜ້າ​ທີ່​ປ້ອງ​ກັນ,ສະນັ້ນ ກອງ​ທະຫານ​ອາ​ເມ​ລິ​ກາ​ແລະ​ອັງກິດ​ຈຳ​ເປັນ​ຕ້ອງ​ແຕ່ງ​ທະຫານ​ຍິ່ງຫຼາຍ​ໄປ​ອີຣັກ. ສາມາດ​ຄາດ​ຄະ​ເນ​ໄດ້​ວ່າ,ນີ້​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ລັດຖະບານ​ບຸສ​ແລະ​ລັດຖະບານ​ແບຼຖືກ​ສັດຕູ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ຕິຕຽນຫຼາຍກວ່າ​ເກົ່າໃນ​ບັນຫາ​ອີຣັກທໍ່​ນັ້ນ ​ແລະ​ຍັງ​ຈະ​ເຮັດ​ໃຫ້​ກອງ​ທະຫານ​ອາ​ເມ​ລິ​ກາ​ແລະ​ອັງກິດ​ທີ່​ຫຼົ່ມລົງ​ບວກຕົມ​ສົງຄາມ​ອີຣັກ​ຢ່າງ​ເລິກ​ນັ້ນຍິ່ງ​ໂດດ​ດ່ຽວ​ກວ່າ​ເກົ່າ​.