ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-17 17:03:28    
ເປັນ​ຫຍັງ​ອິສ​ລາ​ແອນ​ຈິ່ງ​ມອບ​ເມືອງ​ເຈ​ລີ​ໂຄ​ໃນ​ຍາມ​ນີ້

cri Author: sayvanny

ພາຍ​ຫລັງ​ປາ​ເລັສ​ຕິນ​ອິສ​ລາ​ແອນ​ເຊັນ​ສັນຍາ​ມອບ​ເມືອງ​ເຈ​ລີ​ໂຄ ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃນ​ຕອນ​ເດິກ​ທ່ຽງ​ຄືນ​ວັນ​ທີ 14 ມີນາ​ແລ້ວ, ວັນ​ທີ 16 ມີ​ນາ ວຽກ​ງານ​ມອບ​ຮັບ​ກໍ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ.​ ໃນ​ກອງ​ປະ​ຊຸມ​ ສຸດ​ຍອດ​ຊຳ​ແອນ​ເຊັກ,ອິສ​ລາ​ແອນກໍ່​ໄດ້​ປະກາດ​ມອບ​ສິດ​ຄວບ​ຄຸມ 5 ຕົວ​ເມືອງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ເຊິ່ງ​ລວມ​ທັງ​ເມືອງ​ເຈ​ລີ​ໂຄ​ໃຫ້​ຝ່າຍ​ປາ​ເລັສ​ຕິນ​ແຕ່​ດົນ​ແລ້ວ,​ແຕ່​ການ​ມອບ​ຮັບ​ໄດ້​ໂຈະ​ໄວ້​ດົນ​ນານ.​ເປັນ​ຫຍັງ​ອິສ​ລາ​ແອນ​ຈິ່ງ​ໄດ້​ເລືອກ​ເອົາ​ຍາມ​ນີ້ມ​ອບຮັບ​​ເມືອງ​ເຈ​ລີ​ໂຄ​ໃຫ້​ຝ່າຍ​ປາ​ເລັດສ​ຕິນ?

​ເຖິງ​ວ່າ​ຫ້າ​ຕົວ​ເມືອງ​ດັ່ງ​ກ່າວ​ຕັ້ງ​ຢູ່​ດິນ​ແດນ​ປາ​ເລັສ​ຕິນ, ​ແຕ່​ຖືກ​ອິສ​ລາ​ແອນ​ຄວບ​ຄຸມ​ດ້ວຍ​ກຳ​ລັງ​ການ​ທະ​ຫານ​ຍາວ​ນານ.ທະ​ຫານ​ອິສ​ລາ​ແອນ​​ໄດ້ ຕັ້ງ​ປົດ​ກວດ​ກາ​ແລະ​ວາງ​ສິ່ງ​ຂວາງ​ທາງ​ຢູ່​ອ້ອມ​ແອ້ມ​ຕົວ​ເມືອງ​ເຫລົ່າ​ນີ້,ກວດ ກາ​ຊາວ​ປາ​ເລັສ​ຕິນ​ທີ່​ເຂົ້າ​ອອກ​ເມືອງ​ເຫລົ່າ​ນີ້​ຢ່າງ​ເຄັ່ງ​ຄັດ.ສະ​ນັ້ນ, ຍາມ​ໃດ​ຈິ່ງ​ມອບ​ສິດ​ຄວບ​ຄຸມ​ເມືອງ​ເຫລົ່າ​ນີ້​ແມ່ນ​ຄຸມຢູ່​​ໃນ​ກຳມື​ຂອງ​ຊາວ​ອິສ​ລາ​ແອນ​ທີ່​​ເປັນ​ເຈົ້າການ.​ໃນ​ຫນຶ່ງ​ເດືອນ​ທີ່​ຜ່ານ​ມາ, ການ​ມອບ​ຮັບ​ເມືອງ​ເຈ​ລີ​ໂຄ​ໄດ້​ຖືກ​ເລື່ອນ​ເວ​ລາ​ສອງ​ເທື່ອ​ແລ້ວ.

ສື່​ມວນ​ຊົນ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ​ເທື່ອ​ນີ້ ຝ່າຍ​ອິສ​ລາ​ແອນ​ມອບ​ເມືອງ​ເຈ​ລີ​ໂຄ​ໃຫ້​ຝ່າຍ​ປາ​ເລັສ​ຕິນ​ຢ່າງ​ສະ​ດວກ​ພາຍ​ຫລັງ​ສອງ​ຝ່າຍ​ໄດ້​ເຊັນ​ສັນ​ຍາ​ກັນ​ພຽງ​ແຕ່ 24 ຊົ່ວ​ໂມງ, ​ແມ່ນ​ຍ້ອນ​ພິ​ຈາ​ລະ​ນາ​ເຖິງ​ສອງ​ດ້ານ.ຄື ຫນຶ່ງ​ແມ່ນ​ເພື່ອ​ເພີ່ມ​ນ້ຳຫ​ນັກ​ຂອງ​ທ່ານ​ອາ​ບັສ ຜູ່​ນຳ​ປາ​ເລັສ​ຕິນ​ທີ່​ພວມ​ເຈ​ລະ​ຈາ​ກັບ​ອົງການ​ຈັດ​ຕັ້ງ​ປະ​ກອບ​ອາ​ວຸດ​ຄື​ຂະ​ບວນ​ການ​ຕໍ່​ຕ້ານ​ອິສ​ລາມ​ປາ​ເລັສ​ຕິນ.ຕັ້ງ​ແຕ່​ຂຶ້ນ​ກຳ​ອຳ​ນາດ​ເປັນ​ຕົ້ນ​ມາ, ທ່ານ​ອາບັສ​ຝ່າຍ​ອ່ອນ​ໂຍນ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ອິສ​ລາ​ແອນ​ແລະ​ອາ​ເມ​ລິ​ກາ ຄູ່​ຕໍ່​ສູ້ເ​ກົ່າ​ໃນ​ແຕ່​ກ່ອນ, ທ່ານ​ຊາ​ຣອນ ນາ ຍົກ​ລັດ​ຖະ​ມົນ​ຕີ​ອິສ​ລາ​ແອນ​ຈົນ​ໄດ້​ກ່າວ​ຫລາຍ​ເທື່ອ​ວ່າ​ຈະ​ໃຊ້​ມາດ​ຕະ​ການ​ສົມ​ຄູ່​ກັນ​ເພື່ອ​ສະ​ຫນັບ​ສະ​ຫນູນ​ທ່ານ.

ສອງ​ແມ່ນ​ເພື່ອ​​ສະ​ແດງ​ທ່າ​ທາງ, ຫມາຍ​ຈະ​ປ່ຽນ​ແປງ​ຫລັກ​ຫມັ້ນ​ຂອງ​ປະ​ເທດ​ສ່ວນ​ຫນຶ່ງ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ເອີ​ລົບ​ທີ່​ເຂົ້າ​ຂ້າງ​ປາ​ເລັສ​ຕິນ​ໂດຍ​ຕະ​ຫລອດ​ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິສ​ລາ​ແອນ.ວັນ​ທີ 15 ມີ​ນາ ອະ​ນຸ​ສອນ​ສະຖານ​ການ​ສັງຫານ​ໂຫດ​ຊາວ​ຢິວ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ໄດ້​ສ້າງ​ສຳ​ເລັດ​ຢູ່​ເຢລູ​ຊາ​ເລັມ​ອິສ​ລາ​ແອນ, ນັກ​ການ​ເມືອງ​ແລະ​ຜູ່​ນຳ 500 ກວ່າ​ທ່ານ​ທີ່​ມາ​ຈາກ 15 ປະ​ເທດ​ຄື ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ລາ​ຟາ​ແລງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຝຣັ່ງ​ແລະ​ທ່ານ​ຟີ​ເຊີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ​ເປັນ​ຕົ້ນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເຢ​ລູ​ຊາ​ເລັມ,​ໃນ​ນັ້ນ ​ຫລາຍໆ​ຄົນ​ແມ່ນ​ມາ​ຈາກ​ເອີ​ລົບ.

ຜູ່​ວິ​ເຄາະ​ເຫັນ​ວ່າ, ການ​ມອບ​ເມືອງ​ເຈ​ລີ​ໂຄ​ຈະ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ວຽກ​ງານ​ມອບ​ຮັບ​ຕົວ​ເມືອງ​ອີກ 4 ​ເມືອງ,​ແລ້ວ​ເຮັດ​ໃຫ້​ທ່ານ​ອາ​ບັສ ປະ​ທານ​ອົງ ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຍິ່ງ​ຫລາຍ ຈາກ​ມວນ​ຊົນ, ພ້ອມ​ກັນ​ນັ້ນ, ກໍ່ຈະ​ຊ່ອຍ​​ໃຫ້ປາ​ເລັສ​ຕິນ​ອິສ​ລາ​ແອນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ຄືນ​ໃຫມ່, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄືນ​ໃຫມ່​ໃນ​ພາຍ​ຫນ້າ.