ຢູ່ອາເມລິກາ,ເຄີຍມີການໂຕ້ຖຽງກັນກ່ຽວກັບບົດບາດແລະປະລິມານຂອງວິຕາມິນເຊເຊິ່ງຍືດເຍືອມາເປັນເວລາ 20 ກວ່າປີ,ມາຮອດຊູ່ມື້ນີ້,ເຖິງວ່າການໂຕ້ຖຽງກັນໄດ້ມິດໄປແລ້ວກໍຕາມ,ແຕ່ກໍຍັງມີທັດສະນະຕ່າງກັນແນວນັ້ນແນວນີ້ຢູ່,ເວລາໄດ້ຍືດເຍືອມາ,ຍາວນານແລະພົວພັນກັບຫຼາຍດ້ານດັ່ງກ່າວແມ່ນບໍ່ຄ່ອຍເຫັນໃນປະຫວັດສາດ.
ຜູ່ທີ່ພາໃຫ້ເກີດມີການໂຕ້ຖຽງກັນບັ້ນນີ້ແມ່ນທ່ານແລນາຍສ໌ ໂບລິນນັກວິທະຍາສາດທີ່ມີຊື່ສຽງຂອງອາເມລິກາ.ທ່ານແລນາຍສ໌ ໂບລິນ ແມ່ນນັກປາດທີ່ມີຊື່ສຽງຂອງອາເມລິກາ,ເຄີຍໄດ້ຮັບລາງວັນໂນແບນພຽງຜູ່ດຽວເຖິງສອງເທື່ອ,ເພິ່ນໄດ້ເຖິງແກ່ກຳເມື່ອວັນທີ 19 ສິງຫາປີ 1994 ລວມມີອາຍຸ 93 ປີ.ໃນຕະຫຼາດຊີວິດຂອງທ່ານໂບລິນເຄີຍໄດ້ຮັບກຽດກິຕິມະສັກຢ່າງຫຼວງຫຼາຍເຊັ່ນ:ເພິ່ນໄດ້ຮັບລາງວັນຂອງຫຼາຍປະເທດແລະຫຼາຍອົງການຈັດຕັ້ງ,ຫຼາຍມະຫາວິທະຍາໄລໃນໂລກເຄີຍມອບປະລິນຍາເອກກິຕິມະສັກໃຫ້ເພິ່ນ,ທ່ານເອອິນສະຕານ ຕີລາຄາທ່ານໂບລິນເປັນຜູ່ມີພອນສະຫວັນແທ້,ແຕ່ວ່າ,ໃນເວລາຂ່າວສານລອຍເຕີລາຍງານຂ່າວທ່ານໂບລິນເຖິງແກ່ກຳນັ້ນພັດເວົ້າວ່າ,ທ່ານແມ່ນນັກວິທະຍາສາດຜູ່ຫນຶ່ງທີ່ໄດ້ຮັບຄວາມເຄົາລົບຫຼາຍກວ່າຫມູ່ແລະຖືກຄົນຫົວເຍີ້ຍຫຼາຍກວ່າຫມູ່ໃນສັດຕະວັດນີ້.
ການທີ່ນັກວິທະຍາສາດທີ່ໄດ້ຮັບຄວາມເຄົາລົບຫຼາຍກວ່າຫມູ່ແຕ່ພັດຖືກຄົນຫົວເຍີ້ຍຫຼາຍກວ່າຫມູ່ນັ້ນ,ແມ່ນຍ້ອນວ່າເພິ່ນໄດ້ສະເຫນີທັດສະນະໃຫມ່ກ່ຽວກັບບົດ ບາດຂອງວິຕາມິນເຊ,ໂດຍສະເພາະແມ່ນກິນວິຕາມິນເຊຢ່າງຫຼວງຫຼາຍເກີນຄວນໂພດ.
ທ່ານໂບລິນ ເອີ້ນຕົນເອງເປັນນັກເຄມີສາດ,ນັກຟິຊິກສາດ,ນັກຊີວະຊາດໂມເລກຸນຜູ່ຄົ້ນຄວ້າແພດສາດ,ເພິ່ນບໍ່ໄດ້ຖືຕົນເອງເປັນນັກແພດສາດ,ແຕ່ເພິ່ນຊ້ຳພັດພາໃຫ້ເກີດການໂຕ້ຖຽງກັນໃນຂົງເຂດແພດສາດຢ່າງຍືດເຍືອຍາວນານ.
ເພິ່ນໄດ້ອີງຕາມການຄົ້ນຄວ້າມາຫຼາຍປີຂອງເພິ່ນ,ແລ້ວພິມຈຳຫນ່າຍຫນັງສືເຫຼັ້ມ ຫນຶ່ງເລື່ອງວິຕາມິນເຊກັບການເປັນຫວັດທຳມະດາ,ເມື່ອປີ 1970, ໃນຫນັງສື ເຫຼັ້ມນີ້ມີທັດສະນະວ່າ:ແຕ່ລະມື້ກິນວິຕາມິນເຊ 1 ພັນມີລິກຼາມຫຼືຫຼາຍກວ່ານັ້ນກໍ ສາມາດກັນບໍ່ເປັນຫວັດໄດ້,ຫນັງສືເຫຼັ້ມນີ້ໄດ້ຮັບຄວາມຍ້ອງຍໍຈາກຜູ່ອ່ານແລະ ຖືກປະກວດເປັນຫນັງສືເຜີຍແຜ່ວິທະຍາສາດໃຫ້ທົ່ວເຖິງດີກວ່າຫມູ່ຂອງອາເມລິ ກາ,ແຕ່ບັນດາຜູ່ຊົງອິດທິພົນທາງແພດສາດພັດຄັດຄ້ານແຮງຕໍ່ທັດສະນະຂອງທ່ານ ໂບລິນ.ກອງທຶນສາທາລະນະສຸກຂອງອາເມລິກາກ່າວເຕືອນຜູ່ອ່ານວ່າ:ຄວາມເວົ້າ ທີ່ວ່າແຕ່ລະມື້ກິນວິຕາມິນເຊກວ່າ 1 ພັນມີລີກຼາມຈະກັນບໍ່ເປັນຫວັດໄດ້ນັ້ນແມ່ນມີ ຫຼັກຖານບໍ່ພຽງພໍ.ມີແຕ່ນັກແພດສາດບາງຄົນແລະສາມັນຊົນຈຳນວນຫນຶ່ງທໍ່ນັ້ນ ສະຫນັບສະຫນູນທ່ານໂບລິນ,ແຕ່ວ່າ,ທ່ານໂບລິນ ບໍ່ເອົາຫົວຊານຳຄວາມເວົ້າ ເຫຼົ່ານີ້,ເພິ່ນຍັງຄົງດຳເນີນການຊອກຄົ້ນໃນຂົງເຂດແພດສາດທີ່ບໍ່ລື້ງເຄີຍນັ້ນຢູ່ຄືເກົ່າ. ປີ 1979,ທ່ານກັບທ່ານດຣ.ຄາເມລູນ ໄດ້ຮ່ວມມືກັນພິມຈຳຫນ່າຍຫນັງສືເຫຼັ້ມຫນຶ່ງ ເລື່ອງໂລກມະເຮັງກັບວິຕາມິນເຊ,ໂດຍໄດ້ສະເຫນີໃຫ້ຜູ່ເປັນໂລກມະເຮັງແຕ່ລະ ຄົນ ກິນວິຕາມີນເຊ 10 ກຼາມຫຼືຫຼາຍກວ່ານັ້ນ,ເພື່ອເປັນການຊ່ອຍປິ່ນປົວຕາມແຜນ ທຳມະດາພວກເພິ່ນເວົ້າວ່າ,ພວກຂ້າພະເຈົ້າເຊື່ອວ່າ,ວິທີງ່າຍດາຍແນວນີ້,ຈະປົວ ແປງຜົນການປິ່ນປົວໂລກມະເຮັງທັງຫມົດໃຫ້ພົ້ນເດັ່ນຂຶ້ນຫຼາຍທີ່ສຸດ.
ແຕ່ວ່າ,ບັນດາຜູ່ຊົງອິດທິພົນຍິ່ງບໍ່ເຊື່ອທັດສະນະແນວນີ້,ເຖິງວ່າມັນຈະເປັນວິທີ ຊ່ອຍເຫຼືອກໍຕາມ,ທ່ານໂບລິນ ເຄີຍຮ້ອງຂໍການອຸດຫນູນຈາກສະຖາບັນຄົ້ນຄວ້າ ໂລກມະເຮັງແຫ່ງຊາດເຖິງ 8 ເທື່ອ,ເພື່ອເອົາສັດມາທົດລອງຄົ້ນຄວ້າຕື່ມອີກກໍຕາມ ແຕ່ຄຳຮ້ອງຂໍຂອງເພິ່ນແຕ່ລະເທື່ອກໍລ້ວນແຕ່ຖືກປະຕິເສດທັງນັ້ນ,ເພິ່ນຈິ່ງອາໄສແຕ່ ການອຸດຫນູນຂອງຫຼາຍຄົນມາດຳເນີນງານ,ເວລານີ້ກໍຍັງມີຄົນເຈັບຈຳນວນ ຫນຶ່ງສະຫນັບສະຫນູນທັດສະນະຂອງທ່ານໂບລິນດ້ວຍຕົວຢ່າງຂອງຕົນເອງ.
ປີ 1985,ທ່ານໂບລິນໄດ້ຂຽນຫນັງສືເຫັ້ຼມໃຫມ່ອີກກ່ຽວກັບສຸກຂະພາບເຂັ້ມແຂງແລະມີອາຍຸຍືນ,ໃນຫນັງສືເຫຼັ້ມນີ້,ເພິ່ນຂຽນວ່າ,ເລີ່ມແຕ່ໄວຫນຸ່ມຫຼືໄວກາງຄົນຖ້າກິນວິຕາມິນແລະທາດບຳລຸງອື່ນໆຢ່າງເຫມາະສົມ,ແລະຫັດກາຍແນວໃດແນວຫນຶ່ງແລ້ວກໍຈະເຮັດໃຫ້ອາຍຸຍືນໄປອີກ 25 ປີຮອດ 35 ປີ,ຖ້າທ່ານກ້າວເຂົ້າສູ່ໄວຊະລາແລ້ວ,ຍັງສາມາດຫວັງໃຫ້ຂະບວນວິວັດແຫ່ງຄວາມເຖົ້າແກ່ນັ້ນຄ່ອຍລົງ,ຕໍ່ອາຍຸໄປໄດ້ອີກ 15 ປີຫຼື 20 ປີ,ດ້ວຍເຫດນີ້,ທ່ານຈິ່ງສະເຫນີວ່າ:ແຕ່ລະມື້ໃຫ້ກິນວິຕາມິນເຊ 6 ຫາ 18 ກຼາມຫຼືຫຼາຍກວ່ານັ້ນຍິ່ງດີ,ມື້ໃດກໍບໍ່ໃຫ້ຂາດ,ແຕ່ວ່າ,ທັດສະນະດັ່ງກ່າວຂອງເພິ່ນພັດຖືກວົງການແພດສາດປະຕິເສດອີກເທື່ອຫນຶ່ງ.
ຈຸດໂຕ້ຖຽງກັນຫຼາຍກວ່າຫມູ່ລະຫວ່າງບັນດາຜູ່ຊົງອິດທິພົນແພດສາດ ກັບທ່ານໂບລິນທີ່ຈິງແລ້ວແມ່ນຢູ່ໃນປະລິມານວີຕາມິນເຊແມ່ນຢູ່ໃນປະລິມານລະຫວ່າງ 2,3 ກຼາມຮອດ 10 ກຼາມ,ຖ້າຫາກຕ້ອງການ,ຍັງຈະເພີ່ມຂຶ້ນຮອດ 20 ກຼາມ 30 ກຼາມຫຼືຫຼາຍກວ່ານັ້ນຕໍ່ມື້ຍິ່ງດີ,ແຕ່ປະລິມານທີ່ອົງການຊົງອິດທິພົນຂອງອາເມິລກາຄືຄະນະກຳມະການໂພຊະນາການສະເຫນີອອກໃນປີນັ້ນແມ່ນໃຫ້ກິນມື້ລະ 60 ມີລິກຼາມ,ມີນັກໂພຊະນາການວິທະຍາບາງທ່ານເຫັນວ່າໃຫ້ກິນແຕ່ 30 ຮອດ 40 ມີລິກຼາມກໍພໍແລ້ວ,ປະລິມານທີ່ທ່ານໂບລິນ ສະເຫນີແລະປະລິມານທີທ່ານເອງກິນເພື່ອຕ້ານຄວາມເຖົ້າແກ່ໃນແຕ່ລະມື້ນັ້ນແມ່ນຫຼາຍກວ່າປະລິມານສະເຫນີຕັ້ງຫຼາຍສິບເທົ່າຮອດຮ້ອຍກວ່າເທົ່າ.
ຫັຼກຖານສຳຄັນກວ່າຫມູ່ທີ່ວົງການແພດສາດຄັດຄ້ານການກິນວິຕາມິນເຊຢ່າງຫຼວງຫຼາຍນັ້ນແມ່ນ:ອາດຈະພາໃຫ້ເປັນຫນີ້ວຫມາກໄຂ່ຫລັງແລະມີພິດຮ້າຍອື່ນໆ.
ແຕ່ທ່ານໂບລິນ ກ່າວຕີໂຕ້ວ່າ,ເຖິງວ່າອາດມີຄວາມເປັນໄປໄດ້ໃນດ້ານທິດສະດີກໍຕາມ,ແຕ່ໃນເອກະສານແພດສາດແມ່ນບໍ່ມີຄົນເຈັບຈັກຄົນເປັນຫນິ້ວຫມາກໄຂ່ ຫລັງຍ້ອນກິນວິຕາມິນເຊຢ່າງຫຼວງຫຼາຍ.
ເນື່ອງຈາກອິດທິພົນຂອງອາເມລິກາ,ການໂຕ້ຖຽງກັນເມື່ອ 30 ປີກ່ອນນັ້ນກໍໄດ້ຂ້າມຊາຍແດນປະເທດຕັ້ງແຕ່ຫົວທີພຸ້ນແລ້ວ,ໃນຄາວນັ້ນ,ນັກແພດສາດບັນດາປະເທດເກືອບທຸກຄົນກໍລ້ວນແຕ່ສະຫນັບສະຫນູນຜູ່ປະກອບອາຊີບດຽວຢູ່ອາເມລິກາ.
ຈົນຮອດທ່ານໂບລິນ ເຖິງແກ່ກຳແລ້ວ,ພວກເຮົາຈຶ່ງມີຄວາມຮັບຮູ້ໃຫມ່ແນວນັ້ນແນວນີ້ກ່ຽວກັບປະລິມານແລະບົດບາດຂອງວິຕາມິນເຊດັ່ງລຸ່ມນີ້ຄື:ວັນທີ 16 ເມສາ ປີ 1996,ຜູ່ຄົ້ນຄວ້າຂອງສະຖາບັນຄົ້ນຄວ້າສາທາລະນະສຸກແຫ່ງຊາດອາເມລິກາໄດ້ປະກາດບົດລາຍງານຄົ້ນຄວ້າໃຫມ່ຢ່າງລະອຽດໂດຍຊີ້ອອກວ່າ,ປະລິມານວີຕາມິນເຊທີ່ເຫມາະກິນແຕ່ລະມື້ແມ່ນ 200 ມີລິກຼາມ,ຖ້າເກີນ 400 ມີລິກຼາມແລ້ວກໍ່ຈະບໍ່ມີຄຸນຄ່າຫຍັງ,ຖ້າກິນຫຼາຍກວ່ານັ້ນກໍຈະຖືກລະບາຍອອກ,ສ່ວນປະລິມານທີ່ອະນຸຍາດໃນເມື່ອກ່ອນນັ້ນແມ່ນມີແຕ່ 60 ມີລິກຼາມ.
ປີ 1996 ຫນັງສືພິມນິວຢອກແທມສ໌ລາຍງານວ່າ,ມີຊາວອາເມລິກາປະມານ 30% ຫາ 40% ພວມກິນວິຕາມິນເຊ,ໃນນັ້ນປະລິມານຂອງຄົນ 1 ສ່ວນ 5 ໃນແຕ່ລະມື້ແມ່ນເກີນ 1 ,ນີ້ສະແດງໃຫ້ເຫັນວ່າ,ຊາວອາເມລິການັບເປັນພັນເປັນຫມື່ນບໍ່ເຊື່ອປະລິມານທີ່ອົງການຊົງອິດທິພົນສະເຫນີ.
ປີ 1997 ວາລະສານສະບັບຫນຶ່ງຂອງອາເມລິກາລາຍງານວ່າ,ຜູ່ຄົ້ນຄວ້າໄດ້ສຳຫຼວດແມ່ຍິງທີ່ມີອາຍຸແຕ່ 56 ປີຮອດ 71 ປີ 247 ຄົນ,ໃນນັ້ນ,ມີ 11% ກິນວິຕາມີນເຊທຸກມື້ກາຍ 10 ປີແລ້ວ,ພວກເຂົາເຈົ້າບໍ່ມີໃຜຕິດພະຍາດຕາເຂົ້າເຝື້ອ.ພ້ອມກັນນັ້ນ,ບົດລາຍງານສະບັບດັ່ງກ່າວເຫັນວ່າ,ການກິນວິຕາມີນເຊເປັນເວລາຍາວນານສາມາດເຮັດໃຫ້ໄພອັນຕະລາຍເປັນພະຍາດຕາເຂົ້າເຝື້ອຫຼຸດລົງກວ່າ 77%,ແຕ່ທ່ານໂບລິນໄດ້ບັນລະຍາຍແນວນີ້ຕັ້ງແຕ່ 10 ກວ່າປີກ່ອນພຸ້ນແລ້ວ.
ພວກເຮົາຈະບໍ່ເວົ້າເຖິງທັດສະນະຂອງທ່ານໂບລິນມີການລຳອຽງເກີນໄປຫຼືບໍ່,ແຕ່ກໍມີຂໍ້ຫນຶ່ງຢັ້ງຢືນໄດ້ວ່າ,ວິທະຍາສາດຍັງບໍ່ທັນຮອດຈຸດຫມາຍປາຍທາງຂອງມັນເທື່ອ,ເມື່ອສັງເກດຈາກແງ່ດັ່ງກ່າວນີ້ແລ້ວເຫັນວ່າ,ທັດສະນະດັ່ງລຸ່ມນີ້ຂອງທ່ານຍິ່ງມີຄຸນຄ່າໃຫ້ຄົນທັງຫຼາຍສຳນຶກກຶກກອງວ່າ,ຖ້າແພດສາດຢາກກ້າວຫນ້າ,ຂະແຫນງການຂອງຜູ່ເປັນແພດກໍຕ້ອງການຮັບເອົາແນວຄຶດໃຫມ່.
|