ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-17 22:32:49    
ການ​ພົວພັນ​ການ​ຄ້າ​ແລະ​ການ​ຮ່ວມ​ມື​​ເສດ​ຖະ​ກິດ​​ເຕັກ​ນິກ​ລະ​ຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ

cri Author: q

ສອງ​ປະ​ເທດ​ຈີນ​ແລະ​ມາ​ເລ​ເຊຍ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ10ກວ່າ​ສະ​ບັບ​ເຊັ່ນ:ສັນຍາ​ຫຼີກ​ເວັ້ນ​ເກັບ​ພາສີ​ຊ້ຳກັນ ສັນຍາ​ການ​ຄ້າ ສັນຍາ​​ປົກ​ປ້ອງ​ການ​ລົງທຶນ ສັນ​ຍາ​ການ​ຂົນ​ສົ່ງ​ທາງ​ທະ​ເລ ສັນຍາ​ຂົນ​ສົ່ງ​ທາງ​ການບິນ​ພົນລະເຮືອນ​ເປັນ​ຕົ້ນ,​ເມື່ອ​ປີ 1988 ,ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງຄະນະ​ກຳມະການ​ປະສົມ​ເສດຖະກິດ​ການ​ຄ້າ.

ປີ 2002 ,ສອງ​ຝ່າຍ​ໄດ້​ສ້າງ​ສະມາ​ຄົມ​ການຄ້າ​ສອງຝ່າຍ​ຈີນ​ມາ​ເລ​ເຊຍ,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​​ສອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນຊູ່​ປີ,ມູນ​ຄ່າ​ການ​ຄ້າ​ສອງຕໍ່​ສອງ​ໃນ​ປີ 2002​ ບັນ​ລຸ 14 ຕື້270 ລ້ານ​ໂດ​ລາ​ສະຫະລັດ,ເພີ່ມ​ຂຶ້ນຫຼາຍກວ່າ​ເວລາ​ດຽວ​ກັນ ໃນ​ປີ 2001​51.4%,​ໃນ​ນັ້ນ,ສິນຄ້າ​ຂາ​ອອກ​ຂອງ​ຝ່າຍ​ຈີນມີ 4 ຕື້ 975 ລ້ານໂດ​ລາ​ສະຫະລັດ,ສິນຄ້າ​ຂາ​ເຂົ້າມີ 9 ຕື້ 296 ລ້ານ​ໂດ​ລາ​ສະ​ຫະ​ລັດ,ຕ່າງ​ເພີ່ມ​ຂຶ້ນ 54.4%​ແລະ 49.8% .ມາ​ເລ​ເຊຍ​ໄດ້​ກາຍ​ເປັນຄູ່​ການ​ຄ້າ​ໃຫຍ່​ກວ່າ​ຫມູ່ຂອງ​ຈີນ​ກັບອາຊ​ຽນ​​ເປັນ​ເທື່ອ​ທຳ​ອິດ.

ການ​ຮ່ວມ​ມື​ເສດ​ເຖະກິດ​​ຈີນ​ ​ມາ​ເລ​ເຊຍ​ໄດ້​ຂະຫຍາຍຕົວ​ເປັນ​ຢ່າງ​ດີ,ການ​ລົງທຶນ​ເຊິ່ງກັນ​ແລະ​ກົນ​ໄດ້​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,ນັບ​ມາ​ຮອດທ້າຍ ປີ 2002ວິ​ສາ​ຫະກິດ​ທຶນ​ຈີນ​​ 97​ ຫລັງ​ຢູ່​ມາ​ເລ​ເຊຍທີ່​ໄດ້ຮັບ​ອະນຸຍາດ​ຈາກ​ກະຊວງ​​ເສດ​ຖະ​ກິດ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ,​ຍອດ​ຈຳ​ນວນ​ທຶນ​ໃນ​ສັນຍາ​​ຢູ່​ມາ​ເລເຊຍມີ 72 ລ້ານ 3 ​ແສນ​ໂດ​ລາ​ສະຫະລັດ, ​ລົງທຶນ​ຕົວ​ຈິງ 35 ລ້ານ 7 ​ແສນ​ໂດ​ລາ​ສະຫະລັດ,ປີ 2002,​ໂຄງການ​ລົງທຶນ​ຂອງ​ມາ​ເລ​ເຊຍ​ຢູ່​ຈີນ​ລວມ 319​ໂຄງ​ການ.​ທຶນ​ໃນ​ຂໍ້​ຜູກ​ພັນບັນລຸ 790 ລ້ານ​ໂດ​ລາ​ສະຫະລັດ,​ ​ເພີ່ມ​ຂຶ້ນຫຼາຍກວ່າ​ເວລາ​ດຽວ​ກັນ​ໃນ​ປີ 2001​67.9%,​ມູນ​ຄ່າ​ຕົວ​ຈິງ 370 ລ້ານ​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນຫຼາຍ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ 2001​39.9%.

ປີ 2000 ,ທະນາຄານ​ຈີນ​ແລະ​ທະນາຄານ​ມາ​ເລ​ເຊຍ​ຕ່າງ​ຕັ້ງສາ​ຂາ​ຢູ່​ກົວ​ລາ​ລຳ​ເບີ​ແລະ​ນະຄອນ​ຊຽງ​ໄຮ້,​ເດືອນຕຸລາປີ2002,ທະນາຄານ​ປະຊາຊົນ​ຈີນ​ແລະ​ທະນາຄານ​ແຫ່ງ​ຊາດ​ມາ​ເລ​ເຊຍ​ໄດ້​ເຊັນ​ສັນຍາ​​ທີ່​ແລກປ່ຽນ​ເງິນຕາສອງ​ຝ່າຍ.