ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-17 22:49:17    
ຫວນ​ຄືນ​ການ​ພົວ​ພັນ​ສອງ​ຕໍ່​ສອງ​ແລະ​ການ​ພົວ​ພັນ​ການ​ເມືອງ​ລະ​ຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ

cri Author: q

ສອງ​ປະ​ເທດ​ຈີນ​ແລະ​ມາ​ເລ​ເຊຍ​ໄດ້​ສ້າງສາ​ຍສຳພັນ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 31 ພຶດສະພາ ປີ 1974,​ແຕ່​ສ້າງສາ​ຍສຳພັນ​ການ​ທູດ​ມານີ້,ການ​ພົວພັນ​​ໄມ​ຕິ​ຈິດແລະ​​ຮ່ວມ​ມືກັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ:ການ​ເມືອງ ​ເສດຖະກິດ​​ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ສະ​ດວກ​ໃນ​ດ້ານ​ກວມ​ລວມ​,​ແຕ່​ປີ 1985 ​ເປັນຕົ້ນ​ມາ,​ລັດ​ຖະ​ບານ​ມາ​ເລ​ເຊຍ​ໄດ້​ປັບ​ນະ​ໂຍ​ບາຍ​ຕໍ່​ຈີນ​ເທື່ອ​ລະ​ກ້າວ,ການ​ໄປມາຫາ​ສູ່​ກັນ​ຊັ້ນ​ຕ່າງໆ​ຂອງ​ສອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,​ແຕ່​ເຂົ້າ​ສູ່​ຊຸມ​ປີ 90​ສະ​ຕະ​ວັດ​ທີ 20 ,ການ​ພົວ​ພັນ​ລະ​ຫວ່າງ​ຈີນ​​ກັບ​ມາ​ເລ​ເຊຍ​​ໄດ້ເລີ່​ມ​ເຂົ້າສູ່​ໄລຍະ​ຂະ​ຫຍາຍ​ຕົວ​ໃຫມ່,​ການ​ແລກ​ປ່ຽນ ແລະ​ການ​ຮ່ວມ​ມື ດ້ວຍ​ໄມ​ຕິ​ຈິດໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຮອບ​ດ້ານ.

ເດືອນພຶດສະພາປີ2004,​ພາຍ​ຫລັງ​ທ່ານ​ບາ​ດາ​ວີ​ຂຶ້ນ​ຮັບ​ຕຳ​ແຫນ່ງ​ນາ​ຍົກ​ລັດ​ຖະມົນ​ຕີ​ມາ​ເລ​ເຊຍ​ແລ້ວ, ການ​ຢ້ຽມຢາມ​ທາງລັດ​ຖະ​ກິດ​​ເທື່ອ​ທຳ​ອິດ​ຂອງ​ທ່ານກໍ​ແມ່ນ​ ມາ​ຢາມ​ຈີນ,ວັນ​ທີ 28 ​ພຶດ​ສະ​ພາ,ທ່ານ​ອຸນ​ເຈຍ​ປາວ ນາຍົກລັດຖະ​ມົນຕີ​ຈີນ​ໄດ້​ເຈລະຈາ​ກັບ​ທ່ານ​ບາ​ດາ​ວີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ຢູ່​ປັກ​ກິ່ງ,ທ່ານ​ອຸນ​ເຈຍ​ປາວ​ໄດ້​ຕີ​ລາຄາ​ສູງ​ຕໍ່ການ​ພົວພັນ​ລະຫວ່າງ​ຈີນ​ກັບມາ​ເລ​ເຊຍ,ທ່ານ​ເວົ້າວ່າ,ປີ 2004 ​ແມ່ນ​ຈີນ​ກັບມາ​ເລ​ເຊຍ​ໄດ້​ສ້າງສາ​ຍສຳພັນ​ການ​ທູດ​ຄົບຮອບ 30 ປີ,​ແລະກໍ​ແມ່ນ​ປີ​ມິດຕະພາບຈີນ​​ມາ​ເລ​ເຊຍ 30 ປີ​ມານີ້,ພາຍ​ໃຕ້​ຄວາມ​ພະຍາຍາມ​ພ້ອມ​ກັນ​ຂອງ​ສອງ​ຝ່າຍ,ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​ໄດ້​ຂະຫຍາ​ຍ​ຢ່າງ​ສະ​ດວກ,​ໃນ​ສະ​ເພາະ​ຫນ້າ​ນີ້,ການ​ພົວພັນ​​ຈີນ​ມາ​ເລ​ເຊຍ​ພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ສອງ​ປະ​ເທດ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ດ້ານການ​ເມືອງ,ຜົນ​ປະ​ໂຫຍ​ດ​ຮ່ວມ​ກໍ​ຂະ​ຫຍາຍ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ,​​​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ດ້ານ​ເສດ​ຖະ​ກິດ​ແລ້ວ,ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ນັບ​ມື້​ນັບ​ແຫນ້ນ​ແຟ້ນ,​ແລະ​ມີ​ເຈດຈຳນົງ​ຄ້ານ​ຄື​ກັນ​ຫຼາຍຢ່າງ​ໃນ​ວຽກ​ງານສາກົນ​ແລະ​ພາກພື້ນ​,ການ​ປະສານ​ສົມ​ທົບ​ກັນກໍ​ຫຼາຍ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,​ເທື່ອ​ນີ້,ຈີນ​ແລະ​ມາ​ເລ​ເຊຍ​ຈະ​ອອກ​ປະກາດ​ແຈ້ງ​ການ​ຮ່ວມ​ແລະ​ເຊັນ​ເອກະສານ​ຮ່ວມ​ມື​ຫຼາຍ​ສະ​ບັບ,ທັງ​ນີ້​ຍ່ອມຈະ​ມີ​ບົດບາດ​ສຳ​ຄັນ​ຕໍ່​ການປັບ​ປຸງ​ແລະ​ຂະ​ຫຍາຍ​ການ​ພົວ​ພັນ​ຂອງ​ສອງ​ປະ​ເທດ​ຕື່ມ​ອີກ,ຝ່າຍ​ຈີນ​ມີ​ຄວາມ​ຫມັ້ນ​ໃຈ​​ເຕັມ​ປ່ຽມຕໍ່​ເລື່ອງ​ນີ້,​ເພື່ອ​ຂະຫຍາຍ​ແລະ​ລົງ​ເລິກການ​ພົວພັນ​​ສອງ​ປະ​ເທດ​ ທ່ານ​ອຸນ​ເຈຍປາວ​​ໄດ້ສະ​ເຫ​ນີຂໍ້​ສະ​ເຫ​ນີ 5​ຂໍ້ຄື:

1.ຮັກສາ​ທ່ວງທ່າ​ຢ້ຽມຢາມ​ກັນລະຫວ່າງ​ຜູ່ນຳ​ຊັ້ນສູງ​ສອງ​ປະ​ເທດແລະ​ແລກປ່ຽນ​ຄວາມ​ເຫັນ​ກັນ​ເລື້ອຍໆ​ກ່ຽວ​ກັບ​ບັນຫາ​ສຳຄັນ,​ເຮັດ​ໃຫ້ການ​ພົວພັນ​ ຝ່າຍ​ຂະຫຍາຍຕົວ​ຢ່າງ​ປອດ​ໄສ​ແລະ​ຫມັ້ນທ່ຽງ

2.ເປີດ​ກວ້າງ​ການ​ພົວພັນ​​ໄມຕີ​ຈິດ​​ຖານ​ບ້ານ​ໃກ້​ເຮືອນຄ​ຽງ​ຂອງ​ສອງ​ປະ​ເທດ​ຢ່າງຄົບ​ວົງ​ຈອນ,​ ​ເພີ່ມ​ທະວີ​ການ​ຮ່ວມ​ມືກັນ​ໃນ​ຂອບ​ແຫ່ງການ​ພົວພັນຄູ່​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາຊ​ຽນ.

3.ຊຸກ​ຍູ້​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຈຸດ​ຫນັກ​ຂອງສອງ​ປະ​ເທດເຊັ່ນ:​ກະ​ສິ​ກຳ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ ການ​​ກໍ່​ສ້າງ​​ພື້ນ​ຖານ​ໂຄງ​ລ່າງ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ,​​ເພີ່ມ​​ມູນ​ຄ່າ​ການ​ຄ້າ​ ລະ​ຫວ່າງ​ສອງ​ຝ່າຍ.

4.ເພີ່ມ​ທະວີ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ,​ຊຸກ​ຍູ້​ທຸກ​ການ​ແລກ​ປ່ຽນ​ລະ​ດັບ​ຕ່າງໆ​ລະ​ຫວ່າງ​ຈີນ​​ມາ​ເລ​ເຊຍ,​ໂດຍ​ສະ​ເພາະ​ລະ​ຫວ່າງ ເຍົາ​ວະ​ຊົນ​ຊາວ​ຫນຸ່ມ.

5.ເພີ່ມ​ທະວີ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາ​ກົນ​ຊຸກ​ຍູ້​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ທີ່​ຖື​ເອົາ​ອາຊ​ຽນ​ແລະ​ຈີນ ຍີ່​ປຸ່ນ​ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ​( 10 +3 )​ເປັນ​ຊ່ອງ​ທາງ​ຫຼັກ,ຊຸກ​ຍູ້​ການ​ສ້າງ​ລະບຽບ​​​ການ​ເມືອງ​ ​ເສດຖະກິດ​ສາກົນ​​ໃຫມ່​ທີ່​ທ່ຽງ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ.

ທ່ານບາ​ດາ​ວີ​ໄດ້​ເຫັນ​ດີ​ຢ່າງ​ສົມບູນນຳ​ການ​ຕີ​ລາຄາຂອງ​ທ່ານ​ອຸນ​ເຈຍ​ປາວ​ຕໍ່​ການ​ພົວ​ພັນ​ຂອງ​ສອງ​ປະ​ເທດເຫັນ​ວ່າ​ຂໍ້​ສະ​ເຫ​ນີທີ່ທ່ານ​ເວິນ​ເຈຍ​ປາວ​ສະ​ເຫ​ນີ​ນັ້ນມີ​ຄວາມ​ຫມາຍ​ສຳ​ຄັນ​ຕໍ່​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​ຫັນລົງ​ສູ່​ລວງ​ເລິກ,ທ່ານ​ເວົ້າ​ວ່າ,​ຈີນ​​ມາ​ເລ​ເຊຍ​ສ້າງ​ສາ​ຍສຳພັນ​ການ​ທູດ​ເປັນ​ເວລາ30 ມານີ້,ໄປຄຽງ​ຄູ່​ກັບ​ສອງ​ປະ​ເທດ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ,ການ​ຮ່ວມ​ມື​​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ກໍໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ,​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ.​ທ່ານ​ມາ​ຢ້ຽມ​ຢາມ​ຈີນ​ເທື່ອ​ນີ້​​ແມ່ນ​ເພື່ອ​ລະ​ລຶກມາ​ເລ​ເຊຍ​ ຈີນ​ສ້າງ​ສາຍ​ສຳ​ພັນ​ການ​ທູດ​ຄົບ​ຮອບ 30ປີ,​ທັງ​ຫວັງ​ຖື​ໂອກາດ​ນີ້​ຊຸກ​ຍູ້​​ໃຫ້​ການ​ພົວ​ພັນ​ສອງ​ຕໍ່​ສອງ​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ ຮັດ​ແຫນ້ນ​​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ ,ທ່ານ​ເວົ້າ​ວ່າ,​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕະ​ຫຼາດ​ຂອງ​ຈີນ​ໄດ້​ອຳນວຍ​ໂອ​ກາດ​ສຳ​ຄັນ​ໃຫ້​​ແກ່ມາ​ເລ​ເຊຍ,​ຝ່າຍ​ມາ​ເລ​ເຊຍ​ຫວັງ​ວ່າ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ ການ​ກໍ່​ສ້າງ​​ພື້ນ​ຖານ​ໂຄງ​ລ່າງ ກະ​ສິ​ກຳ ​ເຕັກ​ນິກ​ໂທ​ລະ​ຄົມ​ຂ່າວ​ສານ ການ​ສຶກ​ສາ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ,​ທ່ານ​ບາ​ດາ​ວີ ​ກ່າວ​ລື້​ມຝ່າຍ​ມາ​ເລ​ເຊຍ​ຈະ​ຍຶດ​ຫມັ້ນ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ​ຢ່າງ​ເດັດ​ດ່ຽວ​ຫນຽວ​ແຫ​ນ້ນ​ຕໍ່​ໄປ.

ວັນ​ທີ 29 ພຶດສະພາ ປີ 2004 ,ທ່ານ​ຫູ​ຈີ​ນທາວ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ບາ​ດາ​ວີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ຢູ່​ປັກ​ກິ່ງ.