ຕາມຂ່າວCRI: ວັນທີ 17 ມີນາຢູ່ກົວລາລຳເປີ ນະຄອນຫຼວງມາເລເຊຍ, ທ່ານນາຈິບ ຮອງນາຍົກລັດຖະມົນຕີມາເລເຊຍໄດ້ກ່າວຄຳປາໄສໃນພິທີໄຂກອງປະຊຸມເວທີປາໄສຜູ່ນຳອາຊຽນຄັ້ງທີ 2, ທ່ານໄດ້ວາງຂໍ້ສະເໜີ 3 ຂໍ້ກ່ຽວກັບການສ້າງສາອາຊຽນທີ່ຈະເລີນຮຸ່ງເຮືອງ ປອດໄພແລະມີສະຖຽນລະພາບ.
ຂໍ້ສະເໜີ 3 ຂໍ້ມີດັ່ງນີ້: ສືບຕໍ່ຊຸກຍູ້ບັນດາແຜນປະຕິບັດງານຂອງອາຊຽນ, ສ້າງບັນຍາກາດສັນຕິພາບແລະໝັ້ນທ່ຽງໃຫ້ແກ່ການສ້າງສາເສດຖະກິດສັງຄົມ; ເພີ່ມທະວີແລະປັບປຸງກົນໄກເຮັດວຽກຢູ່ພາຍໃນອາຊຽນ; ຍົກສູງການພົວພັນກັບຄູ່ຂາອື່ນໆທີ່ບໍ່ແມ່ນສະມາຊິກອາຊຽນ.
|