ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-18 10:19:52    
ວິທີ​ຜະລິດ​ຝຸ່ນ​ຊີວະ​ຊາດສາມ​ຢ່າງ

cri Author: li

ການ​ຜະລິດ​ຝຸ່ນ​ຊີວະ​ຊາດ ຍ້ອນ​ວ່າ​ຕ້ອງ​ລົງທຶນ​ບາດ​ດຽວຫຼາຍ​ໝື່ນ​ຈົນ​ຮອດ​ລ້ານ​ຢວນ,ຄົນ​ທຳ​ມະ​ດາ​ຈົນ​ຫາບ​ແບກ​ຍາກ,​ແຕ່​ຖ້າ​​ໄດ້ກຳ​ເຕັກນິກ​ອັນ​ເໝາະ​ສົມ,ລົງທຶນ​ໜ້ອຍດຽວ​,​ໃຊ້​ວິທີ​ງ່າຍ​ໆ​ກໍ​ສາມາດ​ຜະລິດ​ຝຸ່ນ​ຊີວະ​ຊາດ​ທີ່​ໃຊ້​ຕົວ​ຈິງ​ໄດ້ຄື​ກັນ.

ການ​ຜະລິດ​ຝຸ່ນ​ຊີວະ​ຊາດ​ທາດ​ແຂງ ​ໃຫ້​ເອົາ​ຫີນ​ດິນ​ດານ 1000 ກິ​ໂລ,ຮຳ​ເຂົ້າ​ເບຼ 50 ກິ​ໂລ,ນ້ຳ​ຕານ​ແດງ 10 ກິ​ໂລ,​ແປ້ງ​ເຂົ້າສາລີ 5 ກິ​ໂລ,​​ເຊື້ອ​ໝັກ​ປະສົມ​ຈຸນ​ລະ​ຊີບ 20 ກິ​ໂລ,​ໃສ່​ນ້ຳ​ປະມານ 100 ກິ​ໂລ,ຄົນໃຫ້​ສະ​ໝ່ຳສະ​ເໝີ​ກັນ,ກອງ​ຂຶ້ນ​ສູງ 1 ຮອດ 1,2 ​ແມັດ,ກວ້າງ 0,8 ຮອດ 1 ​ແມັດ,ຄວາມ​ຍາວ​ບໍ່​ຈຳກັດ. ​ເມື່ອ​ອຸນຫະພູມ​ຂອງ​ກອງ​ສູງ​ຂຶ້ນ​​ແຕ່ 45 ຮອດ 50 ອົງສາ​ນັ້ນ ​ໃຫ້​ປິ້ນກອງ 5 ​ເທື່ອ​ລຽນຕິດ,​ແລ້ວ​​ເບີຍ​ອອກຕາກ​ແຫ້ງ​​ແລ້ວໃສ່​ຖົງ. ປະລິມານ​ໃສ່​ຝຸ່ນ​ນີ້​ແມ່ນ​ໃສ່​ຕາມ​ໜຶ່ງ​ໄຮ່​ຈີນ: ຜັກຕູບ​ໃຫຍ່​ໃຫ້​​ໃສ່ 600 ກິ​ໂລ,ຜັກ​ໃຫຍ່​ໄວ​ໃຫ້​ໃສ່ 1 ພັນ​ກິ​ໂລ,​ເດີ່ນ​ຫຍ້າ​ແລະ​ສວນ​ດອກ​ໄມ້​ໃຫ້​ໃສ່ 800 ກິ​ໂລ.

ນອກ​ນັ້ນ ຍັງ​ສາມ​າດ​ເອົາ​ລຳ​ຕົ້ນ​ຂອງ​ພື​ດ​ໃດ​ໜຶ່ງ​​ເຊັ່ນ​ເຂົ້າສາລີ​ແລະ​ເຂົ້າ​ເບຼ​ເປັນ​ຕົ້ນ 5000 ກິ​ໂລ,ຮຳ​ເຂົ້າ​ເບຼ 200 ກິ​ໂລ,ນ້ຳຕານ​ແດງ 30 ກິ​ໂລ,​ແປ້ງ​ເຂົ້າ​ສາລີ 30 ກິ​ໂລ,​ເຊື້ອ​ໝັກ​ປະສົມ​ຈຸນ​ລະ​ຊີບ 100 ກິ​ໂລ,ລຳ​ຕົ້ນ​ຍາວ​ກໍ​ໄດ້​ສັ້ນ​ກໍ​ໄດ້,ດີ​ທີ່​ສຸດ,ສັບ​​ເປັນ​ຕ່າ​ນ​ຍາວ 5 ຮອດ 10 ຊັງ​ຕີ​ແມັດ,​ໃສ່​ນ້ຳຄົນໃຫ້​ສະໝ່ຳ​ເໝີ​ກັນ,​ແລ້ວ​ກອງ​ຂຶ້ນ​ສູງ 1,5 ​ແມັດ,ກວ້າງ 2 ຮອດ 3 ​ແມັດ,ບໍ່​ຈຳກັດ​ຄວາມ​ຍາວ. ​ເມື່ອ​ແທກ​​ໄດ້ອຸນຫະພູມ​ຂອງ​ບ່ອນ​ຈາກ​ຍອດ​ລົງ​ລຸ່ມ 30 ຊັງ​ຕິ​​ແມັດ​​​ແຕ່ 50 ຮອດ 55 ອົງສາ​ນັ້ນ,ປິ້ນກອງ​ເທື່ອ​ທຳ​ອິດ,ຫຼັງ​ຈາກ​ນັ້ນ,​ເມື່ອ​ແທກ​​ໄດ້ອຸນຫະພູມ​ຂອງ​ກອງ​ຮອດ​ລະດັບ​ສູງ​ສຸດ​ນັ້ນ ​ໃຫ້​ປະ​ໄວ້ 10 ຊົ່ວ​ໂມງ​ແລ້ວ​ຈຶ່ງ​ປິ້ນກອງ 6 ຮອດ 8 ​ເທື່ອ,ຫຼັງ​ຈາກ​ນັ້ນ ຄົນ​ໃຫ້​​ສະ​ໝ່ຳສະ​ເໝີ​ກັນ​ແລ້ວ​ກໍ​ໃຊ້​ເປັນ​ຝຸ່ນຮອງ​ພື້ນ​ໂດຍ​ກົງ​​ໄດ້​ໂລດ,ຕາກ​ແຫ້ງ​ສະ​ສົມ​ໄວ້​ເພື່ອ​​ໃຊ້​ໃນພາຍໜ້າ​ກໍ​ໄດ້. ທຳ​ມະ​ດາ​ແລ້ວ ​ແຕ່ລະ​ໄຮ່​ຈີນ​ໃຫ້​ໃສ່ 5 ພັນ​ກິ​ໂລ,​ແລະ​ຕ້ອງ​​ເອົາດິນປົກ​ຢ່າງວ່ອງ​ໄວ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ແສງ​ແດດ​ຂ້າ​​​ເຊື້ອ​ຕາຍ.

​ການຜະລິດ​ຝຸ່ນ​ຊີວຊາດ​ທາດ​ແຫຼວ​ໃຫ້​ເອົາ​ຂີ້​ໄກ່​ແຫ້ງ 5 ກິ​ໂລ,ຮຳ​ເຂົ້າ​ເບຼ 2 ກິ​ໂລ,​ແປ້ງໝາກ​ຖົ່ວ 1,8 ກິ​ໂລ,ນ້ຳຕານ​ແດງ 0,5 ກິ​ໂລ,​ແປ້ງ​ເຂົ້າ 0,2 ກິ​ໂລ,ນ້ຳ 30 ກິ​ໂລ,​ເຊື້ອ​ໝັກ​ປະສົມ​ຈຸນ​ລະ​ຊີບ 1 ກິ​ໂລ. ​ເມື່ອຄົນ​ໃຫ້​ມັນສະ​ໝ່ຳສະ​ເໝີ​ກັນ​ຢ່າງ​ເຕັມ​ສ່ວນ​ແລ້ວ ວາງ​ໄວ້​ຢູ່​ໃນ​ໄຫທຳ​ມະ​ດາ​ຫຼື​ອ່າງ​ຊີມັງ​ຂະໜາດ​ນ້ອຍ,ປົກ​ດ້ວຍ​ຕາໜ່າງ​ຫຼື​ໄພ​ຫຍ້າເພື່ອ​ບັງ​​ແສງ​ແດດ,​ໃຫ້ຄົນມື້​ລະ​ເທື່ອ​ສອງ​ເທື່ອ​ເພື່ອ​ເພີ່ມ​ອອກ​ຊີ​ແຊນ. ​ເມື່ອ​ອຸນຫະ​ພູມຮອດ 25 ອົງສາ,10 ມື້​ກໍ​ໃຊ້​ໄດ້​ແລ້ວ. ວິທີ​ໃຊ້​ຄື: ຕອງ​ນ້ຳ​ຝຸ່ນ​ກ່ອນ,​ແລ້ວ​ໃສ່​ນ້ຳ​ສະອາດ​ເພື່ອ​ໃຊ້​ພົ່ນ​ໃສ່,ຜັກຕູບ​ໃຫຍ່​ໃສ່​ນ້ຳ 300 ​ເທົ່າ,ຜັກ​​ໃຫຍ່ໄວ​ໃສ່​ນ້ຳ 200 ​ເທົ່າ,ຕົ້ນ​ໄມ້​ກິນ​ໝາກ​ໃສ່​ນ້ຳ 150 ​ເທົ່າ,ພື​ດອື່ນໆ​ໃສ່​ນ້ຳ​ປະມານ 120 ​ເທົ່າ,​ເດີ່ນ​ຫຍ້າດອກ​ໄມ້​ໃສ່​ນ້ຳ 120 ​ເທົ່າ,ວິທີ​ພົ່ນ​ໃສ່​ແມ່ນ​ຄື​ກັນ​ກັບ​ຝຸ່ນ​ຊີວະ​ຊາດ​ທີ່​ຂາຍ​ໃນ​ຕະຫຼາດ.

ຖ້າ​ຜະລິດ​ຝຸ່ນ​ຊີວະ​ຊາດ​ເພື່ອ​ໃສ່​ເພີ່ມ​ເຕີມ ​ໃຫ້​ເອົາ​ຝຸ່ນ​ຊີວະ​ຊາດ​ຂີ້​ໄກ່,ຄື​ເອົາ​ຂີ້​ໄກ່ 1000 ກິ​ໂລ,​ເຂົ້າ​ເບຼລີບ 200 ກິ​ໂລ,ຮຳ​ເຂົ້າ​ເບຼ 50 ກິ​ໂລ,​ເຊື້ອ​ໝັກ​ປະສົມ​ຈຸນ​ລະ​ຊີບ 15 ກິ​ໂລ. ວິທີ​ຜະລິດ​ແມ່ນ​ຄື​ກັນ​ກັບ​ທີ່​ກ່າວ​ມາ​ເທິງ​ນີ້. ​ໃນ​ເວລາ​ໃຊ້​ເປັນ​ຝຸ່ນຮອງ​ພື້ນນັ້ນ ​ແຕ່ລະ​​ໄຮ່​ຈີນ​ໃຫ້​ໃສ່​ເຄິ່ງໜຶ່ງ,​ໃນ​ເວລາ​ໃຊ້​ມາ​ເປັນ​ຝຸ່ນ​ເພີ່ມ​ເຕີມ​ນັ້ນ ຄວນ​ແບ່ງ​ເປັນ 2 ຮອດ 3 ​ເທື່ອ,ວິທີ​ພົ່ນ​ໃສ່​ກໍ​ຄື​ກັນ.