ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-18 10:58:46    
ທວນ​ຄືນ​ການ​ພົວ​ພັນ​ການ​ເມືອງ​ລະ​ຫວ່າງ​ສອງ​ຝ່າຍ​ຈີນ​ໄທ

cri

ຈີນ​ແລະ​ໄທ​ໄດ້​ສ້າງ​ສາຍ​ສຳ​ພັນ​ການ​ທູດ​ເມື່ອ​ວັນ​ທີ 1 ກໍ​ລະ​ກົດ​ປີ1975, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ສະ​ດວກ, ການ​ຢ້ຽມຢາມ ລະຫວ່າງ​ຊັ້ນ​ສູງດຳ​ເນີນ​ໄປ​ຢ່າງ​ເນື່ອງນິດ.

ວັນ​ທີ 21 ມິຖຸນາ​ປີ 2004ຢູ່​ເມືອງຊິງຕາວ, ທ່ານ ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດຖະມົນຕີ​​ຈີນ​ໄດ້​ພົບ​ທ່ານ ທັກສິນ ຊິນນະ​ວັດ ນາ​ຍົກ​ລັດຖະມົນຕີ​ໄທທີ່​ມາ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ສົນ​ທະ​ນາ​ການ​ຮ່ວມ​ມື​ອາຊີ​ຄັ້ງ​ທີ 3 .

ວັນ​ທີ 2 ກັນຍາ​ປີ 2004ຢູ່​ປັກ​ກິ່ງ, ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ທ່ານ ທັກ​ສິນ ຊິນນ​ະ​ວັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​​ໄທ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສາ​ກົນ​ພັກ​ການ​ເມືອງ​ອາຊີ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກັນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ເຊັ່ນ​ການ​ພົວພັນ​ສອງ​ຝ່າຍ​​ແລະ​ການ​ຮ່ວມ​ມື​ພາກ​ພື້ນ​​ເປັນ​ຕົ້ນ​ໃນ​ທ່າມ​ກາງ​ບັນ​ຍາ​ການ​ໄມຕີ​ຈິດ​ສະ​ໜິດ​ສະ​ໜົມ.

ວັນ​ທີ 29 ພະຈິກ​ປີ 2004ຢູ່​ວຽນ​ຈັນ, ທ່ານ ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ທ່ານ ທັກ​ສິນ ຊິນ​ນະ​ວັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຢ່າງ​ເປັນ​ລະ​ບົບ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ໄທ​ເປັນ​ຈຸດ​ໜັກ, ສະ​ແດງ​ຄວາມ​ເພີ່ງ​ພໍ​ໃຈ​ຕໍ່​ຜົນງານ​ທີ່​ສອງ​ປະ​ເທດໄດ້​ຮັບ​ໃນ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ການ​ຄ້າ ຄົມ​ມະ​ນາ​ຄົມ ຊັບ​ພະ​ຍາ​ກອນ​ແລະ​ພະ​ລັງ​ງານ​ເປັນ​ຕົ້ນ. ສອງ​ຝ່າຍ​ສະ​ແດງ​ວ່າ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝ່າຍ.

ການ​ພົວ​ພັນ​ເສດ​ຖະກິ​ດ​ການ​ຄ້າ​​​ແລະ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຕັກ​ນິກ​ລະ​ຫວ່າງ​ຈີນ​ໄທ
ນັບ​ແຕ່​ຈີນ​ແລະ​ໄທ​ສ້າງ​ສາຍ​ສຳ​ພັນ​ການ​ທູດ​​ເປັນ​ຕົ້ນ​ມາ, ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ພັດທະນາ​ຂ້ອນ​ຂ້າງ​ໄວ. ປີ 2002 ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​​ໄດ້​ມີ 8 ຕື້ 560ລ້ານ​ໂດ​ລາ​ສະຫະ​ລັດ, ​ເພີ່​ມຂຶ້ນ​ຫຼາຍ​ກວ່າ​ເມື່ອ​ກ່ອນ 21.4%. ​ໃນ​ນັ້ນ, ຝ່າຍ​ຈີນ​ສົ່ງອອກ 2 ຕື້ 960 ລ້ານ​ໂດ​ລາ​ສະຫະ​ລັດ, ນຳເຂົ້າ 5 ຕື້ 600ລ້ານ​ໂດ​ລາ​ສະຫະລັດ, ຕ່າງ​​ໄດ້ເພີ່ມ​ຂຶ້ນ 26.6%​ແລະ 18.8%. ຈີນ​ແມ່ນໝູ່ຄູ່​ການ​ຄ້າ​ໃຫຍ່​ທີ່ 4 ຂອງ​ໄທ, ​ໄທ​​ແມ່ນ​ໝູ່ຄູ່​ການ​ຄ້າ​ທີ 14 ຂອງ​ຈີນ.

ສະພາບ​ການ​ລົງທຶນ​ແກ່​ກັນ​ລະຫວ່າງຈີນ​ໄທຢູ່​​ໃນ​ຂັ້ນ​ດີ. ນັບ​ມາ​ຮອດ​ທ້າຍ​ປີ 2002, ​ໂຄງການ​ລົງ​ທຶນ​ທີ່​ນັກ​ທຸກ​ລະ​ກິດ​ໄທ​ມາ​ລົງທຶນ​ຢູ່​ຈີນ​ມີ 3180 ​ໂຄງການ, ລົງທຶນ​ຕົວ​ຈິງ​ 2 ຕື້ 525 ລ້ານ​ໂດ​ລາ​ສະ​ຫະ​ລັດ. ​ໃນ​ໄຕ​ມາດ​ທີ​ໜຶ່ງປີ 2003, ການ​ລົງທຶນ​ຕົວ​ຈິງ​ຂອງ​ໄທຢູ່​ຈີນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​​ເວລາ​ດຽວ​ກັນ​ໃນ​ປີ 2002 40.2%. ນັບ​ມາ​ຮອດ​ທ້າ​ຍປີ 2002, ວິ​ສາ​ຫະກິດ​ຈີນ​ໄດ້​ສ້າງວິ​ສາ​ຫະກິ​ດຮ່ວມທຶນ​ຢູ່​ໄທ235​ແຫ່ງ​, ຈຳນວນ​​ເງິນລົງທຶນ​​ໄດ້​ມີ 214 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ປີ 1985, ຈີນ​ແລະ​ໄທ​ໄດ້​ສ້າງຕັ້ງ​ຄະນະ​ກຳມະການ​ຮ່ວມ​ເສດຖະກິດ​ການ​ຄ້າ, ພາຍຫຼັງ​ສ້າງ​ສາຍສຳພັນ​ການ​ທູດ​ມາ​ນີ້​ໄດ້​​ເຊັນ "ສັນຍາ​ການຂົນສົ່ງ​ທາງ​ທະ​ເລ​ແລະ​ອະນຸສສັນຍາ​ເພີ່ມ​ຕື່ມ​ສອງ​ສະບັບ"(ປີ 1979)"ສັນຍາການຂົນສົ່ງ​ທາງ​ອາກາດ​ພົນລະ​ເຮືອນ​ແລະ​​​ໃບ​ຢັ້ງຢຶນອຳນາດ​ເຕັມ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ" (ປີ 1980) "ສັນຍາ​ຊຸກຍູ້​ແລະ​ຮັກສາ​ການ​ລົງ​ທຶນ"(ປີ 1985) "ສັນຍາຫຼີກ​ເວັ້ນ​ເກັບ​ພາສີ​ສອງ​ຊ້ອນ​ແລະປ້ອງ​ກັນ​ບໍ່​ໃຫ້​ໜີ​ພາສີ"(ປີ 1986) "ບົດ​ບັນທຶກ​ຊ່ອຍ​ຈຳ​ເພື່ອ​ຄວາມ​ເຂົ້າ​ໃຈດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ຮ່ວມ​ມື​ເຕັກນິກ"(ປີ 1997) "ສັນຍາ​ແລກປ່ຽນ​ເງິນຕາ​ສອງ​ຝ່າຍ"(ປີ 2001) ​ແລະ​ອື່ນໆ.