ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-18 11:09:03    
ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຕໍ່​ສອງ​ແລະ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຕັກ​ນິກ​ລະ​ຫວ່າງ​ຈີນ​ແລະ​ມຽນ​ມາ

cri

ໃນ​ຫຼາຍປີ​ມໍ່ໆ​ນີ້,ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ມຽນມ້າ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​​ໃຫຍ່​ຫຼວງ,ຂົງ​ເຂດ​ການ​ຮ່ວມ​ມື​ໄດ້​​ເປີດ​ກວ້າງ​ຈາກ​ການ​ຄ້າ​ລ້ວນ​ໆ​ເມື່ອ​ກ່ອນ​ຮອດ​ການຮັບ​ເຫມົາ​ກິດຈະການ,ການ​ລົງທຶນ​ແລະ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ,​ມູນ​ຄ່າ​ການ​ຄ້າ​ສອງຕໍ່​ສອງ​ໄດ້​ເພີ່ມ​ຂຶ້ນຢ່າງ​ໃຫຍ່​ຫຼວງ,ຕາມ​ສະ​ຖິຕິຂອງ​ດ່ານ​ພາ​ສີ​ຈີນ,ປີ 2002 ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ມຽນມາ​ມີ 862 ລ້ານ​ໂດ​ລາ​ສະ​ຫະ​ລັດ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ 2001 36%,ຕາມ​ສະຖິຕິຝ່າຍ​ມຽນມາ​ ,ຈີນ​ໄດ້​ກາຍ​ເປັນ​ຫມູ່​ຄູ່​ການ​ຄ້າ​ໃຫຍ່​ທີ 3 ຂອງ​ມຽນມ້າ​ທີ່​ຖັດຈາກ ສິງກະ​ໂປ​ແລະ​ໄທ,ສິນຄ້າ​ທີ່​ຈີນ​ສົ່ງ​ອອກ​ມຽນ​ມາ​ຕົ້ນ​ຕໍ​ມີເຄື່ອງ​ປະກອບ​ຄົບ​ຊຸດແລະ​ຜະລິດ​ຕະພັນເຄື່ອງ​​ຈັກ​ໄຟຟ້າ ສິ່ງ​ປັ່ນ​ທໍ່ ຜະລິດ​ຕະພັນ​ເຕັກ​ນິກສູງ​ແລະ​ໃຫມ່,​ ສິນຄ້າ​ທີ່​ຈີນ​ຊື້​ຈາກ​ມຽນມານັ້ນຕົ້ນ​ຕໍ​ມີ​ໄມ້​ທ່ອນ​ເພັດ​ພອຍ​ແລະ​ໄມ້​ເລື່ອຍ​ເປັນ​ຕົ້ນ.

ນັບ​ມາ​ຮອດ​ເດືອນ 10 ປີ 2002, ບໍລິສັດ​ຈີນ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ຮັບ​ເຫມົາ​ກິດ​ຈະ​ການ​ຢູ່​ມຽນ​ມ້າ 800 ​ໂຄງ​ການ,ມູນ​ຄ່າ​​ໃນຂໍ້​ຜູກ​ພັນ​ລື່ນ​ກາຍ 2 ຕື້ 100 ລ້ານ​ໂດ​ລາ​ສະຫະລັດ,ວິ​ສາ​ຫະກິດ​ຈີນ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ການ​ຮ່ວມ​ມື​​ແຮງ​ງານ​ຢູ່​ມຽນມາ​ມີ​ມູນ​ຄ່າ​ລື່ນ​ກາຍ 60 ລ້ານ​ໂດ​ລາ​ສະຫະລັດ,ນັບ​ມາ​ຮອດ​ໄຕ​ມາດ​ທີ 3 ປີ 2002 ,ອົງການ​ທຶນ​ຈີນທີ່​ຢູ່​ມຽນມາ​ມີ 37 ຫລັງ,​ໂຄງການ​ລົງທຶນມີ 36 ລາຍ,ມູນ​ຄ່າ​ການ​ລົງທຶນ​ໃນ​ສັນຍາມີ​ປະມານ 170 ລ້ານ​ໂດ​ລາ​ສະ​ຫະ​ລັດ.

​ເມື່ອ​ປີ 1971,ຈີນ​ແລະ​ມຽນມ້າ​ໄດ້​ເຊັນ​ສັນຍາ​ການ​ຄ້າ,ສອງ​ຝ່າຍ​​ໄດ້ໃຫ້​ຜົນ​ປະ​ໂຫຍ​ດພິ​ເສດ​ແກ່​ກັນ,​ເມື່ອ​ປີ 1994 ,ລັດ​ຖະ​ບານ​​ຈີນ​ແລະ​ມຽນມ້າ​ໄດ້​ເຊັນ​ບົດ​ບັນທຶກ​ ຊ່ອຍ​ຈຳ​ກ່ຽວ​ກັບ​ການ​ຄ້າຢູ່​ເຂດ​ຊາຍ​ແດນ.​ເມື່ອ​ປີ 1997,ລັດ​ຖະ​ບານ​​ຈີນ​ມຽນມ້າ​ໄດ້​ເຊັນ​ສັນ​ຍາ​ສ້າງ​ຕັ້ງ​ຄະນະ​ກຳ​ມະ​ການ​ວຽກ​ງານ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ເສດ​ຖະ​ກິດ​ການ​ຄ້າ​ແລະ​​ເຕັກນິກ.​ເມື່ອ​ປີ 2001, ລັດຖະບານ​ຈີນ​ແລະ​ມຽນມາ​ໄດ້​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ໃຫ້​ຊຸກ​ຍູ້​ແລະ​ປົກ​ປ້ອງ​ການ​ລົງທຶນ.