ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-18 11:19:15    
ຫວນ​ຄືນ​ການ​ພົວ​ພັນ​ການ​ເມືອງ​ສອງ​ຕໍ່​ສອງ​ລະ​ຫວ່າງ​ຈີນ​ມຽນ​ມ້າ

cri

​ຈີນ​ມຽນ​ມ້າ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ,​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ມີ​ກົກ​ເຄົ້າ​ເຫງົາ​ມູນ​ຍາວ​ໄກ,​ແຕ່​ບູ​ຮານ​ນະ​ການ​ມານີ້,​ປະ​ຊາ​ຊົນ​ສອງ​ປະ​ເທດ​ກໍ​ເອີ້ນ​ເປັນ​ອ້າຍ​ນ້ອງ​,ສອງ​ປະ​ເທດ​ໄດ້​ສ້າງ​ສາຍ​ສຳ​ພັນ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 8 ມິຖຸນາ ປີ 1950,​ເປັນ​ເວລາ​ຍາວ​ນານ​ມາ​ນີ້,ຈີນ​​ແ​ລະມ​ຽນມ້າ​ຍຶດ​ຫມັ້ນ​ມີມິ​ດຕະພາບຕໍ່​ກັນ​ໃນ​ຖານ​ເປັນ​ບ້ານ​ໃກ້​ເຮື​ອນຄຽງ​ທີ່​ດີ​ຕໍ່vກັນ,​ຮັກສາ​ການ​ຮ່ວມ​ມື​ອັນ​ດີງາມ​ໃນ​ວຽກ​ງານ​ພາກ​ພື້ນ​ແລະສາ​ກົນ,ການ​ພົວ​ພັນ​ສອງ​ຕໍ່​ສອງ​​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຫມັ້ນ​ທ່ຽງ.

ປີ 2000 ​ແມ່ນ​ຈີນ​ແລະ​ມຽນມ້າ​ສ້າງສາ​ຍສຳພັນ​ການ​ທູດ​ຄົບຮອບ 50 ປີ,​ເດືອນ​ມິຖຸນາ,​ໃນ​ໄລຍະ​ທ່ານພົນ​ເອກ​ມາວ​ເອ ຮອງ​ປະ​ເທດ​ ​ຄະນະ​ກຳມະ​ການ​ສັນຕິພາບ​ແລະ​ການ​ພັດ​ທະນາ​​ແຫ່ງ​ຊາດ​ມຽນມ້າ,ສອງ​ປະ​ເທດ​ໄດ້​ເຊັນ​ຖະ​ແຫຼງ​ການ​ຮ່ວມ​ລະຫວ່າງ​ຈີນ​ແລະ​ມຽນມ້າກ່ຽວ​ກັບ​ເອກະສານ​ໂຄງ​ຮ່າງ​ການ​ຮ່ວມ​ມື​ສອງຕໍ່ສອງ​ໃນ​ອະນາຄົດ,​ເດືອນ​ກໍລະກົດປີ 2000,ທ່ານ​ຫູ​ຈິນທາວ ຮອງ​ປະທານ​ປ​ະເທດ​ຈີນ​ໃນ​ຄາວ​ນັ້ນ​ໄດ້​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ມຽນມ້າ​ຢ່າງ​ເປັນ​ທາງ​ການ,​ໄດ້​ຊຸກ​ຍູ້​ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ລົງ​ສູ່​ລວງ​ເລິກ​ຢ່າງຮອບດ້ານ,​ໃນ​ໄລຍະ​ຢ້ຽມຢາມ​ມຽນມ້າ,ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ​ຮ່ວມມື​ວິທະຍາສາດ​ເຕັກນິກ​ລະຫວ່າງ​ຈີນ​​ແລະ​ມຽນມ້າ ສົນ​ຍາ​ການ​ຮ່ວມມື​ການທ່ອງທ່ຽວ​ລະຫວ່າງ​ຈີນ​ແ​ລະມຽນມ້າ​ແລະ​ສັນຍາ​ການ​ຮ່ວມ​ມື​ເສດຖະກິດ​ເຕັກນິກ​ລະຫວ່າງ​ຈີນ​ແລະ​ມຽນມ້າ.

​ແຕ່ວັນ​ທີ 12 ຫາ​ ວັນ​ທີ 15 ​ເດືອນ​ທັນ​ວາ ປີ 2001,ທ່ານ​ຈຽງ​ເຈີ​ມິນ ປະທານ​ປະ​ເທດ​ຈີນ​ໃນ​ຄາວ​ນັ້ນ​ໄດ້​ຢ້ຽມຢາມ​ມຽນ​ມ້າ​ທາງ​ລັດ​ຖະ​ກິດ​ ເປັນ​ເວລາ 4 ມື້,ນີ້​ແມ່ນ​ຜູ່​ນຳ​ສູງ​ສຸດ​ຈີນ​ຢ້ຽມຢາມ​ມຽນມ້າ​ເປັນ​ເທື່ອ​ທຳ​ອິດ,​ແລະ​ມີ​ຄວາມ​ຫມາຍ​​ເປັນ​ຫລັກ​ ຫມາຍ​ທາງໃນ​ປະ​ຫວັດ​ສາດ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ລະ​ມຽນ​ມ້າ

ເດື​ອນມັງກອນ ປີ 2003,ທ່ານ​ທັນ​ເຊ ປະທານ​ຂອງ​ມຽນມ້າ​ຢ້ຽມຢາມ​ປະ​ເທດ​ຈີນ​ວັນ​ທີ 30 ​ເດືອນ​ພະຈິກ ປີ 2004,​ໃນ​ໄລຍະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊ​ຽນ​ຢ່າງ​​ເປັນລະບົບ​ຢູ່​ວຽນ​ຈັນ,ທ່ານ​ອຸນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ທ່ານ​ໂຊ​ວິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມຽນ​ມ້າ,ທ່ານ​ອຸນ​ເຈຍ​ປາວ​ເວົ້າ​ວ່າ,​ການ​ຂະ​ຫຍາຍ​ມິດ​ຕະ​ພາບ​​ຖານ​ບ້ານ​ໃກ້​ເຮືອນຄ​ຽງທີ່​ດີ​ຕໍ່​ກັນ​ຈີນ​ມຽນມາແມ່ນ​ພາກສ່ວນ​ປະກອບ​ອັນສຳຄັນ​ແຫ່ງ​ນະ​ໂຍບາຍ​ທາງ​ການ​ທູດ​ຂອງຈີນ,ພວກ​ຂ້າ​ພະ​ເຈົ້າຍິນ​ດີ​ພ້ອມ​ກັນ​ກັບຝ່າຍ​ມຽນມ້າ​ສືບ​ທອດ​ແລະ​ສົ່ງ​ເສີມ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ຂະຫຍາ​ຍ​ແລະ​ເຮັດ​ໃຫ້ການ​ຮ່ວມ​ມື​ລົງ​ສູ່​ລວງ​ເລິກ,​ແລະ​ຊຸກ​ຍູ້​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ເຂົ້າສູ່​ລະດັບ​ໃຫມ່ຢ່າງ​ບໍ່​ຢຸດ​ຢັ້ງ,ທ່ານ​ເວົ້າວ່າ,ວຽກ​ງານ​ພາຍ​ໃນ​ຂອງມຽນມ້າ​ຄວນ​ໃຫ້​ລັດຖະບານ​ແລະ​ປະຊາຊົນມຽນມ້າ​​ຫາລື​ແລະ​ແກ້​ໄຂຢ່າງ​ເປັນ​ເຈົ້າຕົນ​ເອງ

ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ສະ​ຖາ​ນະ​ການ​ການ​ເມືອງ​ຂອງ​ມຽນມ້າຈົ່ງ​ຮັກສາ​ສະຖຽນ​ລະ​ພາບ,ສືບຕໍ່​ຍຶດ​ຫມັ້ນ​ການ​ປະຕິ​ຮູບ​ການ​ເມືອງ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ແຫ່ງ​ຊາດ​ມຽນມ້າ,ຊຸກ​ຍູ້​ຂະ​ບວນການ​ຖືກຕ້ອງ​ປອງ​ດອງ​​ຊາດ​ຕື່ມ​ອີກ,​ເຊື່ອ​ວ່າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ມຽນມ້າ​ສາມາດ​ສ້າງສາ​ປະ​ເທດ​ຊາດ​ຂອງ​ຕົນ​ໃຫ້​ດີ​ຍິ່ງ​ຂຶ້ນ​ຢ່າງ​ແນ່​ນອນ,ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ,ທ່ານ​ອຸນ​ເຈຍ​ປາວ​ເວົ້າວ່າ,ພວກ​​ຂ້າພະ​ເຈົ້າຈະສືບຕໍ່​ໃຫ້​ການ​ຊ່ອຍ​ເຫຼືອ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ແ​ກ່ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງມຽນມ້າ,ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ຈີນ​​ດຳ​ເນີນ​ການ​ຮ່ວມ​ມື​ ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດດ້ວຍຮູ​ບການ​ຕ່າງໆ​ຢູ່​ມຽນມ້າ​ປະສານ​ສົມທົບ​ຢ່າງ​ໃກ້ຊິດ​ກັບ​ຝ່າຍ​ມຽນມ້າ,ຮັບປະກັນ​ຢ່າງ​ຄັກ​ແນ່​ໃຫ້​ໂຄງການ​ຮ່ວມ​ມື​ທີ່​ພວມ​ດຳ​ເນີນ​ນມ້າ​ປະສານ​ສົມທົບ້​ຊຸກ​ຍູ້​ແລະ​ປົກ​ປ້ອງ​ການ​ລົງທຶນາມປະ​ໄຕ​ດີງາມ​ແຫ່ງ​ການ​ພົວພ​ຢູ່​ນັ້ນສ້າງ​ສຳ​ເລັດ​ຕາມ​ເວລາ​ກຳນົດ​ດ້ວຍ​ຄຸນ​ນະພາ​ບດີ.

ທ່ານ​ໂຊ​ວິນ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ນຳການ​ພົວພັນ​ລະຫວ່າງ​ຈີນ​ແລະ​ມຽນ​ມ້າ​ທີ່​ໄດ້​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ,ທ່ານ​ຂອບ​ອົກ​ຂອບ​ໃຈ​ນຳ​ຝ່າຍ​ຈີນ​ທີ່​ໄດ້ຊ່ອຍ​ເຫຼືອ​ຝ່າຍ​ມຽນ​ມ້າ,​ຫວັງ​​ໃຫ້​ປັບ​ປຸງ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ,ທ່ານ​ເວົ້າວ່າ,ສະຖານະການ​ຂອງ​ມຽນມ້າ​ໃນ​ສະ​ເພາະ​ຫນ້າ​ນີ້​ຫມັ້ນ​ທ່ຽງ,​ແລະ​ຈະ​ຂະຫຍາຍ​ໄປຕາມທິດ​ທາງ​ອັນ​ດີງາມ,ລັດຖະບານ​ມຽນມ້າ​ຈະ​ສືບຕໍ່ສຸມ​ກຳລັງ​ເຂົ້າ​ໃນ​ການພັດ​ທະນາ​ເສດ​ຖະກິດ​ແລະ​ວຽກ​ງານ​ສັງຄົມ​ທຸກ​ລາຍ,​ແລະ​ຊຸກ​ຍູ້​ຂະ​ບວນການ​ຫັນ​​ການ​ເມືອງ​​ເ​ປັນ​ແບບ​ປະຊາທິ​ປະ​ໄຕ.