ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-18 11:28:33    
ບັນດາ​ຝ່າຍ​ປາ​ເລັສຕີນ​ເຫັນ​ດີ​ສືບ​ຕໍ່​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ສະ​ຖາ​ນະ​ການ​ປາ​ເລັສ​ຕີນ​ອິສ​ຣາ​ແອນ

cri Author: li
ຕາມ​ຂ່າວ CRI: ກອງ​ປະຊຸມ​ສົນທະນາ​ຂອງ​ບັນດາ​ຝ່າຍ​ປາ​ເລັສຕີນ​ຮອບ​ໃໝ່​ສຸດ​ທີ່​ໄຂ​ຂຶ້ນຢູ່​ເລີ​ແກ ນະຄອນ​ຫຼວງ​ເອຢິບ​ນັ້ນ​ໄດ້​ອັດ​ລົງ​​ໃນ​ວັນ​ທີ 17 ມີນາ. ກອງ​ປະຊຸມ​​ໄດ້​ປະກາດ"ຖະ​ແຫຼງການ​ເລີ​ແກ",​ໂດຍ​ຂຽນ​ວ່າ,ບັນດາ​ຝ່າຍ​ປາ​ເລັສຕີນ​ເຫັນ​ດີ​ສືບ​ຕໍ່​ຮັກສາ​ຄວາມ​ສະຫງົບ​ຂອງ​ສະຖາ​ນະ​ການ​ປາ​ເລັສຕີນ​ອິສຣາ​ແອນ​ໃນ​ສະ​ເພາະ​ໜ້າ​ນີ້,​ແຕ່​ເຕືອນ​ໃຫ້​ອິສຣາ​ແອນ​ໃຊ້​ມາດ​ຕະການ​ທີ່​ສົມ​ຄູ່​ກັນ​ເພື່ອ​ຜ່ອນຄາຍ​ສະຖາ​ນະ​ການ.

ຖະ​ແຫຼງການ​ຂຽນ​ວ່າ,ບັນດາ​ຝ່າຍ​ປາ​ເລັສຕີນ​ເຫັນ​ດີ​ບໍ່​ກຳນົດ​ເວລາ​ສຸດ​ທ້າຍ​ຂອງ​ໄລຍະ​ສະຫງົບ​ໃນ​ປັດຈຸບັນ,​ແຕ່​ກ່າວ​ເນັ້ນວ່າ,ການ​ຮັກສາ​ໄລຍະ​ສະຫງົບ​ດັ່ງກ່າວ​ບໍ່​ແມ່ນ​ບໍ່​ມີ​ເງື່ອນ​ໄຂ,ມັນ​ຊີ້​ຂາດ​ຢູ່​ນຳ​ຝ່າຍ​ອິສຣາ​ແອນ​ຈະປະຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ກ່ຽວຂ້ອງ​ຫຼື​ບໍ່,ລວມ​ທັງ​ການ​ຢຸດຕິ​ທຸ​ການ​ເຄື່ອນ​ໄຫວ​ເປັນ​ປໍ​ລະ​ປັກ​ກັນ​ທີ່​ແນ​ໃສ່​ຊາວ​ປາ​ເລັສຕີນ,ປ່ອຍ​ຕົວ​ນັກ​ໂທດ​ປາ​ເລັສຕີນ​ແລະ​ຖອນ​ທະຫານ​ອອກ​ຈາກ​ຕົວ​ເມືອງປາ​ເລັສຕີນ​ທີ່​ຖືກ​ຍຶດຄອງ​ເປັນຕົ້ນ.

ກອງ​ປະຊຸມ​ສົນທະນາ​ເທື່ອ​ນີ້​ຍັງ​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ບາງ​ບັນຫາ​ທີ່​ຄົງ​ຄ້າງ​ຢູ່​ພາຍ​ໃນ​ປາ​ເລັສຕີນ.