|
![](/images/spacer.gif) |
(GMT+08:00)
2005-03-18 12:40:27
|
![](/images/shim.gif) |
ຕ່າງອີງໃສ່ກັນປານສົບກັບແຂ້ວ: ຈີນກັບອາຊຽນ
cri
Author: li
ວິກິດການການເງິນອາຊີທີ່ກະທົບກະເທືອນທົ່ວໂລກເມື່ອ 7 ປີກ່ອນນັ້ນ ຈົນຮອດປັດຈຸບັນ,ຄົນທັງຫຼາຍຍັງຈື່ໄດ້ຢູ່. ປີ 1997 ໃນເວລາອາຊີອາຄະເນຕົກຢູ່ໃນສະພາບຫຍຸ້ງຍາກ,ທົ່ວໂລກລ້ວນແຕ່ເລັງສາຍຕາໃສ່ຈີນທີ່ໃກ້ອາຊີອາຄະເນ. ເວລານັ້ນ,ຖ້າເງິນຢວນຈີນລອຍຂຶ້ນໜ້ອຍດຽວ,ກໍຈະເຮັດໃຫ້ເສດຖະກິດຂອງທົ່ວອາຊີຕາເວັນອອກຈົນກະທັ້ງປະເທດໃນພາກພື້ນຍິ່ງໄກນັ້ນຫວັ່ນໄຫວຄອນແຄນ,ເສດຖະກິດອາຊີອາຄະເນຍ່ອມຈະຫຍຸ້ງຍາກຍິ່ງຂຶ້ນ.
ຈີນບໍ່ໄດ້ໃຫ້ເງິນຢວນຈີນລົງລາຄາເພື່ອປົກປ້ອງຂາອອກຂອງຕົນ,ພ້ອມກັນນັ້ນ ໄດ້ອອກແຮງຊ່ອຍເຫຼືອອາຊີອາຄະເນ. ພາຍໃນເຄິ່ງປີຫຼັງຈາກເກີດວິກິດການການເງິນຂອງອາຊຽນ,ຈີນກັບອາຊຽນກໍໄດ້ເຊັນ"ຖະແຫຼງການຮ່ວມກ່ຽວກັບການສ້າງການພົວພັນໝູ່ຄູ່ທີ່ເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນແລະໄວ້ເນື້ອເຊື່ອໃຈກັນທີ່ອວ່າຍໜ້າໄປສູ່ສະຕະວັດທີ 21",ແລະກ່າວຢ່າງແຈ່ມແຈ້ງວ່າ,ຈີນແມ່ນເພື່ອນບ້ານທີ່ດີ,ເພື່ອນມິດທີ່ດີແລະໝູ່ຄູ່ທີ່ດີຂອງອາຊີອາຄະເນຈົນເທົ່າໃດໆ. ຈີນໃຊ້ການກະທຳຂອງຕົນເຮັດໃຫ້ບັນດາປະເທດອາຊີອາຄະເນຮູ້ສຶກວ່າ:ຈະເຫັນໃຈມິດແທ້ກໍແຕ່ໃນຍາມທຸກ.
ໃນຫຼາຍປີພາຍຫຼັງເກີດວິກິດການແລ້ວ,ເຖິງວ່າອາຊີອາຄະເນໄດ້ສ້າງຕົນໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ,ແລະໄດ້ບັນລຸການຟື້ນຟູແບບ V ໃນປີ 2000 ກໍຕາມ,ແຕ່ເສັ້ນທາງຟື້ນຟູເສດຖະກິດບໍ່ແມ່ນຮາບພຽງ,ຂາອອກຂອງອາຊຽນບໍ່ໄດ້ເພີ່ມຂຶ້ນ,ຢູ່ໃນສະພາບຢຸດສະງັກຕະຫຼອດມາ,ເມື່ອທຽບກັບຈັງຫວະເຕີບໂຕ 7—8% ຢ່າງລຽນຕິດຂອງຈີນແລ້ວ,ຈັງຫວະເຕີບໂຕຂອງ 5 ປະເທດຕົ້ນຕໍອາຊຽນຄືສິງກະໂປ,ມາເລເຊຍ,ໄທ,ອິນໂດເນເຊຍແລະຟິລິບປິນໃນປີ 2002 ແມ່ນ 2—5%,ຢາກເຕີບໂຕດ້ວຍຈັງຫວະສູງຄື 6-7% ກ່ອນວິກິດການການເງິນນັ້ນແມ່ນເລື່ອງຍາກ. ເມື່ອເສດຖະກິດໂລກມີການປ່ຽນແປງ,ເສດຖະກິດອາຊີອາຄະເນທີ່ຍັງບໍ່ທັນຟື້ນຟູນັ້ນກໍຈະຖືກກະທົບກະເທືອນ. ເຖິງວ່າເຂດການຄ້າເສລາອາຊຽນທີ່ໝາຍຈະເພີ່ມທະວີການຮ່ວມມືໃນພາກພື້ນໄດ້ເລີ່ມກໍ່ສ້າງແລ້ວກໍຕາມ,ແຕ່ຍັງບໍ່ແຂງແຮງປານໃດຍ້ອນຍອດປະລິມານເສດຖະກິດຈຳກັດ. ສ່ວນເສດຖະກິດຂອງຈີນ ປະເທດອ້ອມຂ້າງພັດເຕີບໂຕຢ່າງສືບເນື່ອງແລະວ່ອງໄວ,ຍອດປະລິມານເສດຖະກິດໄດ້ຂຶ້ນເປັນທີ 6 ໃນໂລກແລ້ວ.
ສະນັ້ນ ອາຊີອາຄະເນໄດ້ຄັດເລືອກເອົາຄວາມຈະເລີນຮຸ່ງເຮືອງໄປຕາມຄວາມຈະເລີນຮຸ່ງເຮືອງຂອງຈີນ,ສ່ວນຈີນໄດ້ເລືອກເອົາການຂ້ຽວເລັ່ງເປີດກວ້າງການໄຂປະຕູສູ່ພາຍນອກຕື່ມອີກ,ມີໄມຕີຈິດຕໍ່ປະເທດໃກ້ຄຽງ,ຖືປະເທດໃກ້ຄຽງເປັນເພື່ອນ,ເກາະແຂນກັບອາຊີອາຄະເນ ພ້ອມກັນພັດທະນາໃນກະແສສູງທີ່ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ. ສອງຝ່າຍເຫັນໂດຍທົ່ວໄປວ່າ,ການສ້າງເຂດການຄ້າເສລີຈີນອາຊຽນຈະເຮັດໃຫ້ຈີນກັບ 10 ປະເທດອາຊີອາຄະເນສັບຊ້ອນອົງປະກອບເສດຖະກິດ,ຈັດສັນຊັບພະຍາກອນແລະເຮັດໃຫ້ທ່າແຮງເຂັ້ມແຂງຂຶ້ນຢູ່ຂົງເຂດທີ່ຍິ່ງກວ້າງຂວາງ; ຈະເຮັດໃຫ້ເສດຖະກິດບັນດາປະເທດເຊື່ອມໂຍງເຂົ້າກັນຫຼາຍກວ່າເກົ່າ,ການພົວພັນທາງເສດຖະກິດຈະແໜ້ນແຟ້ນເປັນພິເສດ,ການຮ່ວມກັນຊົມໃຊ້ໂອກາດການຄ້າຈະບັນລຸຜົນເປັນຈິງ,ຈະເຮັດໃຫ້ກ່ຳປັ່ນບັນທຸກເຮືອບິນລຳນີ້ທີ່ພ້ອມກັນສ້າງຂຶ້ນນັ້ນມີຄວາມສາມາດຕ້ານລົມໃຕ້ຝຸ່ນໃນທະເລເສດຖະກິດທົ່ວໂລກ.
ແຕ່ວ່າ,ໃນທີ່ຕັ້ງພູມສັນຖານ,ຈີນກັບອາຊີອາຄະເນແມ່ນມີພູຜາປ່າໄມ້ແລະແມ່ນ້ຳລຳເຊຕິດຈອດກັນ,ໃນການເມືອງສາກົນ,ຈີນກັບອາຊີອາຄະເນມີຄວາມຮັບຮູ້ຄືກັນຢ່າງໃຫຍ່ຫຼວງແລະມີພາສາຄືກັນ; ໃນເສດຖະກິດສາກົນ,ຈີນກັບອາຊີອາຄະເນຕ່າງຕ້ອງການແລະຕ່າງກະທົບກະເທືອນກັນ. ການພົວພັນກັນແນວນີ້ເຮັດໃຫ້ພວກເຮົາມີຄວາມຕ້ອງການອັນຮີບດ່ວນໃນການຮ່ວມມືກັນ.
|
|
|