ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-18 13:31:31    
ຂໍ້​ສຳຄັນ​ທີ່​ຜູ້​ຊາຍ​ຕ້ອງ​ລະ​ວັງ​ໃນ​ອາ​ຫານ​ການ​ກິນ

cri Author: li

ທ່ານ​ກໍ​ຄົງ​ອາດ​ຈະ​ຮູ້ສຶກ​ວ່າຜູ້​ຊາຍ​​ແຂງ​ແຮງ​ກວ່າ​ຜູ້ຍິງ,ພວກ​ເຂົາ​ເຈົ້າມີ​ກ້າມ​ເນື້ອ​ແຂງ​ແຮງ,ຕ້ອງ​ການສິ້ນ​ເປືອງ​ກາ​ໂລ​ລີ​ຍິ່ງ​ຫຼາຍ​ກວ່າ. ຖັດມາ,ການ​ຂັບ​ຖ່າຍ​ໂກ​ເລ​ສະ​ເຕລອນ​ຂອງ​ຜູ້​ຊາຍ​ຈະຖືກ​ທຳລາຍ​ເລື້ອຍໆ,ສະ​ນັ້ນ ພວກ​ເຂົາ​ເຈົ້າມັກ​ຈະ​ເປັນ​ໂຣກ​ເລືອດ​ດັນ​ສູງ,​ໂຣກຫົວ​ໃຈ​ຍ້ອນ​ຂາດ​ເລືອດ,​ເປັນ​ລົມ​ຍ້ອນ​ເສັ້ນ​ເລືອດ​ສະໝອງ​ແຕກ​ແລະ​ຫົວ​ໃຈ​ວາຍ.

ໜຶ່ງ,​ໃຫ້​ກິນທາດ​ໂກຼມ​ໃນ​ປະລິມານ​ອັນ​ແນ່ນອນ.

​ໂກຼມຈະ​ຊ່ອຍ​ຂັບ​ຖ່າຍ​ໂກ​ເລ​ສະ​ເຕລອນ,​ເພີ່ມ​ຄວາມ​ທົນ​ຂອງ​ຮ່າງ​ກາຍ,ນອກ​ນີ້ ​ໃຕ້​ເງື່ອນ​ໄຂ​ອັນ​ແນ່ນອນ​ຂອງ​ຮ່າງກາຍ​,ມັນ​ຍັງ​ສາມາດ​ຊຸກ​ຍູ້​​ໃຫ້ມີ​ກ້າມ​ເນື້ອ​ຈໍ່​ຕົວ​ຂຶ້ນ,ຫຼີກ​ເວັ້ນ​ບໍ່​ໃຫ້​ມີ​ໄຂມັນ​ເຫຼືອ​ເຟືອ. ຜູ້​ຊາຍ​ໄວ​ກາງ​ຢ່າງ​ໜ້ອຍ​ຕ້ອງການ​ໂກຼມມື້​ລະ 50 ມີ​ລີກຼາມ,​ສ່ວນ​ຜູ້​ຊາຍ​ທີ່​ມີ​ການ​​ເຄື່ອນ​​ໄຫວ​ຫຼາຍ​ແດ່​ຕ້ອງການ​ໂກຼມ 100 ຮອດ 200 ມີ​ລີກຼາມ​ຕໍ່​ມື້,ປະລິມານ​ນີ້​ແມ່ນ​ຍາກ​ທີ່​ຈະ​ຮັບ​ຈາກ​ອາຫານ,ສະນັ້ນ ຈຶ່ງ​ສະ​ເໜີ​ໃຫ້​ຜູ້​ຊາຍ​ກິນ​ຢາ​ທີ່​ມີ​ໂກຼມ,​ເຊັ່ນ​ວິຕາມິນ​ປະສົມ​ແລະ​ວັດຖຸທາດ​ແຮ່,ຫຼືກິນ​ເບຍ.

ສອງ,​ໃຫ້​ກິນ​ອາຫານ​ທີ່​ມີ​ໃຍ​ພືດອຸດົມສົມບູນ

ບົດບາດ​ສຳຄັນ​ຂອງ​ໃຍ​ພືດ​ແມ່ນ​ເລັ່ງລັດ​ການ​ຄັ້ນຮູດ​ຂອງ​ລຳ​ໄສ້,ຫຼຸດ​ໂກ​ເລ​ສະ​ເຕ​ລອນ​ໃຫ້​ໜ້ອຍ​ລົງ,ຫຼຸດກຼູ​ໂກສ​ແລະ​ອາ​ສິດ​ໄຂມັນ​ໃນ​ເລືອດ,​ແລະມີ​ບົດບາດ​ຫຼຸດ​ຄວາມ​ດັນ​ເລືອດ,ນອກ​ນີ້ ຍັງ​ສາມາດ​ກຳຈັດ​ວັດຖຸທີ່​ພາ​ໃຫ້​ເປັນ​ມະ​ເຮັງ​ບາງ​ຢ່າງ,ຫຼີກ​ເວັ້ນບໍ່​ໃຫ້​ເປັນ​ມະ​ເຮັງ​ໄສ້ສຸດ. ​ເມື່ອ​ຄົນ​ເຮົາ​ກິນ​ອາຫານ​ທີ່​ມີ​ໃຍ​ພືດ​ຫຼາຍ,ຈະ​ຮູ້ສຶກ​ອີ່ມທ້ອງ,​ແລະ​ບໍ່ຕ້ອງ​ເປັນ​ຮ່ວງ​ວ່າ​ຈະ​ສະ​ສົມ​ກາ​ໂລ​ລີ​ຈົນ​ເຫຼືອ​ເຟືອ,ສະນັ້ນ ຍັງ​ມີ​ບົດບາດ​ລົດ​ຄວາມ​ອ້ວນ. ອາຫານ​ທີ່​ມີ​ໃຍ​ພືດ​ຫຼາຍ​ມີ​ຮຳ​ເຂົ້າ​ເບຼ,​ເຂົ້າຈີ່​​ເຂົ້າ​ເບຼ​ລ້ວນ,ຜັກ​ກະຫຼ່ຳ​ປີ,ມັນຝຣັ່ງ,ຫົວ​ກາຫຼົດ,ໝາກ​ໂປມ,ໜໍ່​ສະຫຼັດ,ກະຫຼ່ຳ​ດອກ​ແລະ​ຜັກ​ເຊ​ເລີ​ລີ​ເປັນຕົ້ນ. ຜູ້​ຊາຍຄວນ​ກິນຫຼາຍ​ແດ່.

ສາມ,​ໃຫ້​ກິນ​ອາຫານ​ທີ່​ມີ​ມາ​ເຍຊີ​ອົມ.

ສານ​ມາ​ເຍຊີ​ອົມ​ຈະ​ຊ່ອຍ​ດັດສົມ​ການ​ເຄື່ອນ​ໄຫວ​ຂອງ​ຫົວ​ໃຈ​,ຫຼຸດ​ຄວາມດັນ​ເລືອດ​ໃຫ້​ຕ່ຳລົງ,ປ້ອງ​ກັນ​ໂຣກ​ຫົວ​ໃຈ,​ເສີມ​ຄວາມ​ສາມາດ​ສືບ​ພັນ​ຂອງ​ຜູ້​ຊາຍ. ອາຫານ​ທີ່​ມີ​ມາ​ເຍຊີ​ອົມ​ຫຼາຍນັ້ນ​ມີ​ຖົ່ວ​​ເຫຼືອງ,ມັນ​ຝຣັ່ງ​ເຜົາ,​ໝາກ​ມັນ​ຫໍ້,ມັກ​ກາ​ໂລ​ນີ​ແລະ​ປູ​ປາທະ​ເລ.

ສີ່,​ໃຫ້​ກິນ​ອາຫານ​ທີ່​ມີ​ວິຕາມິນ​ອາ

ວິຕາມິນ​ອາ​ຈະ​ຊ່ອຍ​ຍົກ​ພູມ​ຕ້ານທານ​ຂອງ​ຄົນ​ເຮົາ​ໃຫ້​ແຂງ​ແຮງ,ປ້ອງ​ກັນ​ມະ​ເຮັງ,ຮັກສາ​ຕາ​. ​ໃນ​ແຕ່​ລະ​ມື້ ຜູ້​ຊາຍ​ຕ້ອງ​ກິນ​ວິຕາມິນ​ອາ 1000 ມິ​ລີກຼາມ,​ແຕ່ວ່າ​​ຖ້າ​ກິນຫຼາຍ​ເກີນ​ໄປກໍ​ມີ​ຜົນ​ຮ້າຍ​ຕໍ່​ຮ່າງກາຍ. ອາຫານ​ທີ່​ມີ​ວິຕາມິນ​ອາຫຼາຍ​ແດ່ນັ້ນ​ມີ​ຕັບ,ອາຫານ​ປະ​ເພດ​ນ້ຳ​ນົມ,​ປາ,ໝາກ​ເລັ່ນ,ຫົວ​ກາ​ຫຼົດ,ໝາກ​ອະ​ມັ່ງ​ແລະ​ໝາກ​​ແຕງຫອມ​​ເປັນຕົ້ນ.

ຫ້າ,​ໃຫ້​ກິນ​ອາຫານ​ທີ່​ມີ​ວິຕາມິນ​ເບ 6.

ວິຕາມິນ​ເບ 6 ຈະ​ຊ່ອຍ​ຍົກ​ພູມ​ຕ້ານທານ​ຂອງ​ຄົນ​ເຮົາ​ໃຫ້​​ແຂງ​ແຮງ,ສາມາດ​ປ້ອງ​ກັນ​ມະ​ເຮັງຜິວ​ໜັງແລະ​ປ້ອງ​ກັນ​ເປັນ​ໜິ້ວໝາກ​ໄຂ່ຫຼັງ​. ​ຜູ້​ຊາຍ​ມື້ໜຶ່ງ​ຕ້ອງ​ກິນ​ວິຕາມິນ​ເບຫົກ 2 ມີ​ລີກຼາມ,ທໍ່​ກັບ​ກິນກ້ວຍ​ງ້າວ​ສອງ​ໜ່ວຍ. ອາຫານ​ທີ່​ມີ​ວິຕາມິນ​ເບ 6 ຫຼາຍ​ແດ່ນັ້ນ​ມີ​ຊີ້ນ​ໄກ່,ຕັບ,ມັນ​ຝຣັ່ງ​ແລະ​ໝາກກ້ວຍ​ເປັນຕົ້ນ.

ຫົກ,​ໃຫ້​ກິນ​ອາຫານ​ທີ່​ມີ​ວິຕາມິນ​ເຊຫຼາຍ.

ບົດບາດ​ຕົ້ນຕໍ​ຂອງ​ວິຕາມິນ​ເຊ​ແມ່ນ​ຍົກ​ພູມ​ຕ້ານທານ​ຂອງ​ຄົນ​ໃຫ້​​ແຂງ​ແຮງຂຶ້ນ,ປ້ອງ​ກັນ​ມະ​ເຮັງ,ປ້ອງ​ກັນ​ໂຣກຫົວ​ໃຈ,ປ້ອງ​ກັນ​ເປັນ​ລົມ,​ຕາ​ເຂົ້າ​ເຝື້ອ,ຮັກສາ​ແຂ້ວ​ແລະ​ຟັນ​ແຂ້ວ,ຈະ​ຊ່ອຍ​ດີ​ບາດ​​ແຜ,ຕ້ານ​ເປັນ​ຫືດ,ປົວ​ໝັນຊາຍ. ນອກ​ນີ້ ກິນ​ວິຕາມິນ​ເຊ​​ເປັນ​ປະຈຳ​ສາມາດ​ເຮັດ​ໃຫ້ເຖົ້າ​ຊ້າ. ອາຫານ​ທີ່​ມີ​ວິຕາມິນ​ເຊຫຼາຍກວ່າ​ໝູ່​ມີຜັກກະຫຼ່ຳດອກ,ໝາກ​ເພັດ​​ໃຫຍ່,ໝາກກ້ຽງ,ນ້ຳອະ​ງຸ່ນ,ໝາກ​ເລັ່ນ. ນອກ​ນີ້ ​ກິນ​ນ້ຳໝາກ​ກ້ຽງ​ມື້​ລະ​ເຄິ່ງ​ຈອກ​ສາມາດ​ປ້ອງ​ກັນ​ເປັນຫວັດ. ຜູ້​ທີ່​ສູບຢາ​ຍິ່ງ​ຄວນ​ກິນ​ວິຕາມິນ​ເຊ​ໃຫ້ຫຼາຍ.

​ເຈັດ,​ໃຫ້​ກິນ​ອາຫານ​ທີ່​ມີ​ວິຕາມິນ​ເອີຫຼາຍ.

ບົດບາດ​ຕົ້ນຕໍ​ຂອງ​ວິຕາ​ມິນ​ເອີ​ແມ່ນຫຼຸດ​ໂກ​ເລ​ສະ​ເຕລອນ​ໃຫ້​ໜ້ອຍ​ລົງ,ຂັບ​ຖ່າຍ​ຂອງ​ເສດ​ໃນ​ຮ່າງກາຍ,ປ້ອງ​ກັນ​ຕາ​ເຂົ້າ​ເຝື້ອ. ​ໃນ​ຖົ່ວດິນ​ມີ​ວິຕາ​ມິນ​ເອີຫຼາຍ,​ແຕ່​ວ່າ​ຄົນ​ເຮົາ​ບໍ່ອາດ​ຮັບ​ເອົາ​ວິຕາມິນ​ເອີ​ຢ່າງ​ພຽງພໍ​ຈາກ​ອາຫານ​ເຫຼົ່ານີ້, ສະນັ້ນ​ຈຶ່ງ​ສະ​ເໜີ​ໃຫ້​ຜູ້​ຊາຍ​ກິນ​ຢາ​ວິຕາມິນ​ເອີມື້​ລະ 10 ມີ​ລິກຼາມ.