ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-18 16:36:36    
ຜູ່​ຊ່ຽວ​ຊານ​ຈີນ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ:​ຜົນ​ສະ​ທ້ອນ​ຂອງ​ສົງ​ຄາມ​ອີ​ລັກ

cri

​ໃນວັນ​ທີ 20 ມີນາ​ຂອງ​ສອງ​ປີ​ຫລັງ,​ ໂດຍ​​ບໍ່​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ສະພາຄວາມ​ຫມັ້ນຄົງ​ ສະຫະ​ປະຊາ​ຊາດ,ອາ​ເມ​ລິ​ກາ​ໄດ້​ກໍ່​ສົງຄາມ​ອີຣັກ,ສອງ​ປີ​ໄດ້​ຜ່ານ​ໄປ​ແລ້ວ​ພັບ​ຕາ​ດຽວ,ອີ​ລັກ​ໄດ້​ມີ​ການ​ປ່ຽນ​ແປງ​ຫຍັງ​​ແດ່?,ພວກ​​ເຮົາ​ຈະ​ຕີ​ລາຄາສົງຄາມ​ບັ້ນນີ້​ແນວ​ໃດ​ແດ່?ນັກ​ຂ່າວ​ວິທະຍຸ​ສາ​ກົນ​ພວກ​ເຮົາ​ໄດ້​ສຳພາດ​ທ່ານ​ຫລີ​ຊ້າ​ວຊຽນ ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ກາ​ນ​ພົວ​ພັນ​ລະຫວ່າງ​ຊາດສະ​ໄຫມ​ໃຫມ່​ຂອງ​ຈີນ​,ທ່ານ​ຫລີ​ຊ້າ​ວຊຽນສະ​ເຫ​ນີວ່າ,​ໃນ​ເມື່ອ​ຫົວ​ທີ,​ອາ​ເມ​ລິ​ກາ​ກໍ່​ສົງ​ຄາມອີກຣັກມີ​ສອງ​ສາຍ​ເຫດ​:1 ​​ອີຣັກມີ​ອາວຸດ​ລ້າງ​ຜັນ​ຂະຫນາດ​ໃຫຍ່ 2 ​ ອຳ​ນາດ​ຊັດ​ດາມ​ມີ​ການ​ພົວພັນ​ກັບ​ອົງການ​ກໍ່​ການ​ຮ້າຍ,​ແຕ່​ວ່າ,ສອງ​ສາຍ​ເຫດ​ດັ່ງກ່າວ​ນີ້​ລ້ວນ​ແຕ່​ຖືກ​ຢັ້ງຢືນ​​ແມ່ນ​ຂໍ້​ອ້າງ​ທີ່​ບໍ່​ແມ່ນ​ຕົວ​ຈິງ,ທີ່​ຈິງ​ແລ້ວ,ອາ​ເມ​ລິ​ກາ​ກໍ່​ສົງຄາມ​ອີຣັກ​ມີ​ສາຍ​ເຫດ​ອັນ​ເລິກ​​ເຊິ່ງກວ່າ​ເກົ່າ,ທ່ານ​ຫລີ​ຊ້າ​ວຊຽນຊີ້​ອອກ​ວ່າ,​ພາຍ​ຫລັງ​​ເຫດການ​ 11 ກັນຍາ​ໄດ້​ເກີດ​ຂຶ້ນ​ແລ້ວ,ອາ​ເມ​ລິ​ກາ​ເຫັນວ່າການ​ຂົ່ມ​ຂູ່​ຕົ້ນຕໍ​ທີ່​ອາ​ເມລິ​ກາປະ​ເຊີນ​ໃນ​​ໄລຍະ​ປະຈຸ​ບັນ​ແລະ​ໄລຍະ​ຕໍ່​ໄປ​ແມ່ນ​ລັດທິ​ກໍ່​ການ​ຮ້າຍ,​ຫາກ​ກົກ​ເຄົ້າ​ເຫງົາ​ມູນ​ແລະ​ແກງ​ກາງຂອງ​ລັດທິ​ກໍ່​ການ​ຮ້າຍ​ແ​ມ່ນຢູ່​ພາກພື້ນຕາ​ເວັນ​ອອກ​ກາງ,ສະນັ້ນ,ອາ​ເມ​ລິ​ກາ​ຫວັງ​​ອາ​ໄສ​ສົງ​ຄາມ​ອີຣັກມາ​​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງຊັດ​ດາມ,​ ສ້າງ​ອີຣັກ​ພາຍ​ຫລັງ​ສົງຄາມ​​ເປັນ​ແບບ​ຢ່າງ​ ​ ​ປະຊາທິປະ​ໄຕ,​ແລ້ວ​ໃຫ້​ຕາ​ເວັນ​ອອກ​ກາງ​ກ້າວ​ຂຶ້ນ​ເສັ້ນ​ທາງ​​ປະຊາທິປະ​ໄຕ,​ລົບ​ລ້າ​ງການ​ຂົ່ມ​ຂູ່​ຖາວອນ​ຕໍ່​ອາ​ເມ​ລິ​ກາທີ່​ມາ​ຈາກ​ຕາ​ເວັນ​ອອກ​ກາງໃນ​ທີ່​ສຸດ

ພ້ອມ​ກັນນັ້ນ,ທ່ານ​ຫລີ​ຊ້າ​ວຊຽນຊີ້​ອອກ​ວ່າ,​ເຖິງ​ວ່າ​ອາ​ເມ​ລິ​ກາ​​ໄດ້ໂຄ່ນ​ລົ້ມອຳນາດ​ການ​ປົກຄອງຊັດ​ດາມ​ດ້ວຍ​ສົງຄາມ​ອີຣັກກໍ່ຕາມ,ບັນລຸ​ຈຸດຫມາຍ​ຂອງຕົນ​ໃນລະດັບ​ໃດ​ຫນຶ່ງ,​ແຕ່​ສົງຄາມ​ອີຣັກ​ໄດ້​ເຮັດ​ໃຫ້​ສະຖາ​ນະ​ການອີຣັກກໍ​ຄື ທົ່ວພາກ​ຕາ​ເວັນ​ອອກ​ກາງປັ່ນ​ປ່ວນ​ວຸ້ນ​ວາຍ,ທັງ​ນີ້ສະ​ແດງ​​ໃຫ້​ເຫັນ​ວ່າ,ສົງຄາມ​ບໍ່​​ແມ່ນ​ວິທີ​ ໍ​ຄປົກຄອງ​ຕາ​ເວັນ​ອອກ​ກາງວ່າ,ຳ​ອິດ.ຈຸດ​ຢ່າງ​ແມ່ນຢຳ,ນີ້​ແມ່ນ​ຕົວ​ເລກ​ທີ່​ຖືກຕ້ອງ​ກວ່າ​ຫມູ່​ທີ່​ມວນ​ມະນຸດ​ໃຊ້​ສິ່ງ​ປະດິດ​ສ້າງ​ຂອງ​ດີ ​ທີ່​ແກ້​ໄຂ​ບັນຫາ​ສາກົນ.ທ່ານ​ເວົ້າວ່າ,ພາຍຫລັງໄດ້ຈັດ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ມັງກອນ​ແລ້ວ,ຄວາມ​ແຕກ​ແຍກ​ກັນ​ຢູ່​ອີຣັກ​ໄດ້ນັບ​ມື້​ນັບ​ຈະ​ແຈ້ງ​​ແ​ລ້ວ,ອີຣັກ​ໃນ​ອະນາ​ຄົດ​ຈະ​​ເປັນ​ເອກະ​ພາບ​ໄດ້​ຫຼືບໍ່ຈະ​ແມ່ນ​ບັນຫາ​ຍາກ​​ທີ່​ສຸດ,
​ເມື່ອ​ເວົ້າ​ເຖິງ​ຜົນ​ສະທ້ອນ​ຂອງສົງຄາມ​ອີຣັກທີ່​ມີຕໍ່​ສະຖານະ​ການ​ຕາ​ເວັນ​ອອກ​ກາງ​ແລະ​ການ​ພົວພັນລະຫວ່າງ​ຊາດ​​ນັ້ນ,ທ່ານ​ຫລີ​ຊ້າ​ວຊຽນ​ເຫັນ​ວ່າ,ສົງຄາມ​ອີຣັກບໍ່​ໄດ້​ປ່ຽນ​ແປງ​ໂລກ,​ແຕ່​ໄດ້​ປ່ຽນ​ແປງ​ພາກ​ຕາ​ເວັນ​ອອກ​ກາງ,​ແລະ​ຈະ​ປ່ຽນ​ແປງ​ໂລກ​ໂດຍ​ຜ່ານຈາກ​ການ​ປ່ຽນ​ແປງຕາ​ເວັນ​ອອກ​ກາງ​,ສະນັ້ນ,ພາກ​ຕາ​ເວັນ​ອອກ​ກາງ​

 ເລີ່​ມ​ກ້າວເຂົ້າສູ່​ສະ​ໄຫມ​ທີ່ປັ່ນ​ປ່ວນ​ວຸ້ນວາຍ​ຢ່າງໃຫຍ່​ແລະ​ແບ່ງ​ແຍກ​ຢ່າງໃຫຍ່,​ທ່ານ​ເວົ້າວ່າ,ຜົນ​ສະ​ທ້ອນ​ຂອງ​ສົງຄາມ​ອີຣັກຕໍ່​ພາກ​ຕາ​ເວັນ​ອອກ​ກາງ​ຕົ້ນຕໍ່ ຢູ່​ໃນ3 ດ້ານ​ຄື:

1 ຈາກສົງຄາມ​ອີຣັກ​ໄດ້ສະ​ແດງ​ໃຫ້​ເຫັນວ່າ​ອາ​ເມ​ລິ​ກາ​ຈະດັດ​ສ້າງ​ຕາ​ເວັນ​ອອກ​ກາງ​ໃຫ້​ຫັນ​ເປັນ​ປະຊາທິປະ​ໄຕ​ຢ່າງ​ຂະຫນາດ​ໃຫຍ່, ​ນີ້​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນວ່າ​ພາຍຫລັງ​ສົງຄາມ​ໂລກຄັ້ງ​ທີ​ສອງ​​ແລ້ວ,ອາ​ເມ​ລິ​ກາ​ໄດ້​ປ່ຽນ​ແປງ​ນະໂຍ​ບາຍ​ຕໍ່ຕາ​ເວັນ​ອອກ​ກາງທີ່​ປະຕິ​ບັດ​ມາ​ເປັນ​ເວລາ​ຍາວ​ນານ​ນັ້ນ​​ຢ່າງ​ເຖິງ​ຖອງ​ແລ້ວ, ຖັດມາ,​ສົງຄາມອີຣັກ​ເຮັດ​ໃຫ້​ຕາ​ເວັນ​ອອກ​ກາງ​ກາຍ​ເປັນ​ແນວ​ຫນ້າ​ການ​ຕໍ່​ສູ້​ລະຫວ່າງລັດທິກໍ່​ການ​ຮ້າຍກັບ​ການຕ້ານ​ກໍ່​ການ​ຮ້າຍ,​ໄດ້​ມີ​ເຂດ​ແຄວ້ນ​ແລະ​ປະ​ເທດ​
ຈຳນວນ​ຫນຶ່ງ​ດຳ​ເນີ​ດລັດທິ​ກໍ່​ການ​ຮ້າຍ​ຫຼາຍກວ່າ​​ເພິ່ນ 3 ສົງຄາມ​ໄດ້​ທຳລາຍກ້ຳ​ເກິ່ງ​ກັນດ້ານ​ການ​​ເມືອງ​ພາກພູມ​ສາດ​ໃນ​ພາກຕາ​ເວັນ​ອອກ​ກາງ,ປະຈຸ​ບັນ​ນີ້,ຢູ່ພາກ​ຕາ​ເວັນ​ອອກ​ກາງ​ໄດ້​ປະກົດ​ມີ​ແງ່​ຂະຫຍາຍ​ທີ່​ບັນດາ​ປະ​ເທດ​ແຕກ​ແຍກ​ກັນ​ແລະ​ປະກອບ​ເປັນ​ກຸ່ມ​ໃຫຍ່​ອີກ ຈັ່ງ​ແມ່ນ​ສັບສົນ​ຫຼາຍ.