ກອງທະຫານເຢຍລະມັນສຳເລັດວຽກງານກອບກູ້ຊ່ອຍເຫຼືອແບບມະນຸດສະທຳຢູ່ອິນໂດເນເຊຍແລ້ວກັບຄືນປະເທດ
cri
Author: q
ຕາມຂ່າວສານຊິນຮວາ,ວັນທີ17ມີນາ,ນາຍແລະພົນທະຫານເຢຍລະມັນ503ຄົນໄດ້ສຳເລັດວຽກງານກອບກູ້ຊ່ອຍເຫຼືອແບບມະນຸດສະທຳຢູ່ແຂວງອາເຈະອິນໂດເນເຊຍ,ແລ້ວກັບຄືນປະເທດ.
ເຈົ້າໜ້າທີ່ສະຖານທູດເຢຍລະມັນປະຈຳອິນໂດເນເຊຍກ່າວວ່າ,ກ່ອນຈະກັບຄືນປະເທດ,ກອງທະຫານເຢຍລະມັນໄດ້ບໍລິຈາກອຸປະກອນປິ່ນປົວໃຫ້ໂຮງໝໍແຫ່ງໜຶ່ງຂອງອິນໂດເນເຊຍ.ຕໍ່ໄປພາຍໜ້າ,ເຢຍລະມັນຈະສືບຕໍ່ໃຫ້ການຊ່ອຍເຫຼືອແກ່ວຽກງານຟື້ນຟູແລະສ້າງສາຄືນໃໝ່ຂອງແຂວງອາເຈະ.
|
|