ເອຢິບແລະຫວຽດນາມເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ
cri
Author: q
ຕາມກະຊວງການຄ້າຈີນ: ວັນທີ17ມີນາ,ສະຫະພັນນັກທຸລະກິດເອຢິບໄດ້ຈັດງານສັງສັນການຄ້າເອຢິບ-ຫວຽດນາມ,ທ່ານນາງນາຈາລັດຖະມົນຕີກະຊວງຮ່ວມມືສາກົນເອຢິບໄດ້ເຂົ້າຮ່ວມງານສັງສັນແລະກ່າວຄຳປາໄສ,ທ່ານນາງຊີ້ອອກວ່າ,ເອຢິບຊື້ສິນຄ້າຈາກຫວຽດນາມມີມູນຄ່າປະມານ38ລ້ານໂດລາສະຫະລັດ,ສ່ວນສິນຄ້າສົ່ງຂາຍໃຫ້ຫວຽດນາມມີພຽງແຕ່3ລ້ານໂດລາສະຫະລັດທໍ່ນັ້ນ,ສອງປະເທດເອຢິບແລະຫວຽດນາມພວມພະຍາຍາມແກ້ໄຂສະພາບບໍ່ດຸນດຽງໃຫ້ໜ້ອຍລົງ.ພ້ອມກັນນັ້ນ,ການຮ່ວມມືລະຫວ່າງສອງຝ່າຍມີອະນາຄົດອັນກວ້າງຂວາງ,ເອຢິບສາມາດສົ່ງຂາຍຝ້າຍ,ຫີນອ່ອນ,ຝຸ່ນເຄມີ,ຜະລິດຕະພັນອາລູມີນິອົມ,ຜະລິດຕະພັນອຸດສາຫະກຳເຄມີ,ຢຸກຢາແລະຊີມັງໃຫ້ຫວຽດນາມ,ນັກລົງທຶນຂອງຫວຽດນາມກໍລົງທຶນໂດຍກົງຢູ່ເອຢິບ,ນຳໃຊ້ສັນຍາການຄ້າທີ່ເອຢິບເຊັນກັບກັບປະເທດອ້ອມຂ້າງ,ບຸກເບີກຕະຫຼາດສາກົນ.
|
|