ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Monday    Apr 21th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-18 18:08:05    
ອົງການ​ກໍ່​ການ​ຮ້າຍ​ອາຊີ​ອາຄະ​ເນ​ວາງ​​ແຜນ​ລັບຈະ​ຫຼອນ​ໂຈມ​ຕີ​ຈາກ​ທະ​ເລ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ17​ມີນາ,​ກອງທັບ​ຟິລິ​ບປິນ​​ເປີດ​ເຜີຍ​ວ່າ,ອົງການ​ອາ​ບູຊາ​​ເຢັຟ ກອງ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ແລະ​ອົງການ​ກອງພັນ​ໃຫຍ່​ອິສລາມ​ທີ່​ມີ​ການ​ພົວພັນ​ກັບ​ອົງການ​ອານ​ເຄດາ​ພວມ​ຮ່ວມ​ກັນ​​ຝຶກ​ແອບ​ດຳ​ນ້ຳ,​ເຈດ​ຕະນາ​ຈະ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຈາກ​ທາງ​ທະ​ເລ.

ຝ່າຍ​ທະຫານ​ຟິລິບ​ປິນ​ໄດ້​ຊາ​ບຈາກ​ສະມາຊິກ​ອົງການ​ອາ​ບູຊາ​ເຢັຟທີ່​ຖືກ​ຈັບ​ວ່າ,ພວກ​ເຂົາ​ເຈົ້າ​​​ເຄີຍ​ໄດ້​ຮັບ​ການ​ຝຶກ​ດຳນ້ຳ​ຢູ່​ໃຕ້​ທະ​ເລ​ເລິກ​ໂດຍ​ໃຊ້ເຄື່ອງ​ຫາຍ​ໃຈ.ຄົນ​ຜູ້​ໜຶ່ງ​ທີ່​ຖືກ​ສົງ​ໄສ​ເຂົ້າ​ຮ່ວມ​ຄະດີ​ລົດຍົນ​ລະ​ເບີດ​ທີ່​ມາ​ນີລາ​​ໃນ​ວັນ​ທີ14​ກຸມພາ​ໄດ້​ຮັບສາລະພາບ​ວ່າ,​ອົງ​ການ​ກອງ​ພັນ​ໃຫຍ່​ອິສລາມ​​ໄດ້​ວາງ​ແຜນ​ລັບຈະ​ຫຼອນ​ໂຈມ​ຕີ​ເປົ້າ​ໝາຍຂອງຟີ​ລິບ​ປິນຢູ່​ຕ່າງປະ​ເທດ,ການ​ຝຶກ​ດຳ​ນ້ຳ​ກໍ​ແມ່ນ​ເພື່ອ​ທຳ​ການ​ກະກຽມ​ໃຫ້​ແກ່​ການ​ຫຼອນ​ໂຈມ​ຕີ​ຈາກ​ໃຕ້​ທະ​ເລ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040