ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-21 10:22:46    
ການ​ພົວ​ພັນ​ການ​ເມືອງ​ແລະ​ການ​ພົວ​ພັນ​ການ​ໄປ​ມາ​ຫາ​ສູ່​ກັນ​ສຳ​ຄັນ​ລະ​ຫວ່າງ​ຈີນ​ກັບ​ບຼູ​ໃນ

cri Author: sayvanny
ວັນ​ທີ 30 ກັນຍາ​ປີ 1991, ຈີນ​ກັບ​ບຼູ​ໃນ​ໄດ້​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ. ແຕ່​​ເວລາ​ນັ້ນ​ມາ​ນີ້, ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ສະ​ດວກ, ການ​ແລກ​ປ່ຽນ​ສັນ​ຖະ​ວະ​ໄມຕີ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ມີ​ການ​ຄືບ​ຫນ້າ​ເປັນ​ກ້າວໆ.ຜູ່​ນຳ​ສອງ​ປະ​ເທດ​ໄດ້​​ໄປມາ​ຢ້ຽມ​ຢາມ​ກັນ,ລັດ​ຖະ​ມົນ​ຕີ​ສ່ວນ​ຫລາຍ​ຂອງ​ລັດຖະບານ​ບຼູ​ໃນ​ໄດ້​ມາ​ຢ້ຽມ​ຢາມ​ຈີນ​ແລ້ວ.

​ເດືອນ​ສິງ​ຫາ​ປີ 1999, ສົມ​ເດັດ​ບຸນ​ກີ​ຢາ ຊຸນ​ຕານ​ທັງ​ເປັນ​ປະມຸກ​ລັດ​ບຼ​ໃນ​ໄດ້​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່​ຈີນ, ​ໃນ​ໄລຍະ​ນີ້, ສອງ​ຝ່າຍ​ໄດ້​ອອກ​ປະກາດ​ແຈ້ງ​ການ​ຮ່ວມ​ກ່ຽວ​ກັບ​ທິດ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ອະ​ນາ​ຄົດ.

​ເດືອນ​ພະ​ຈິກ​ປີ 2000, ທ່ານ​ຈ່ຽງ​ເຈີ​ມີນ ປະ​ທານ​ປະ​ເທດ​ຈີນ​ໃນ​ຄາວ​ນັ້ນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງການ​ອາ​ເປັກ​ຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​ຢູ່​ບຼູ​ໃນ​ແລະ​ໄດ້​ຢ້ຽມ​ຢາມ​ບຼູ​ໃນ​ທາງ​ລັດຖະກິດ​ເປັນ​ຄັ້ງ​ທຳ​ອິດ.

ວັນ​ທີ 20 ຫາ​ວັນ​ທີ 22 ກັນຍາ​ປີ 2004, ສົມ​ເດັດ​ບຸນ​ກີ​ຢາ ຊຸນ​ຕານ​ທາງ​ເປັນ​ປະມຸກ​ລັດ​ບຼູ​ໃນ​ໄດ້​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່​ຈີນ.ວັນ​ທີ 21 ກັນ​ຍາ, ຢູ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ສົມ​ເດັດ​ຮາ​ຊັງ​ນາຣ໌ ຊູນ​ຕານ​ບຼູ​ໃນ,ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ອັນ​ສຳຄັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວ​ພັນ​ໄມຕີ​ຈິດຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ລົງ​ສູ່​ລວງ​ເລິກ​ໃນ​ສັດ​ຕະ​ວັດ​ໃຫມ່.ວັນ​ທີ 22 ກັນຍາ,ຢູ່​ປັກ​ກິ່ງ, ທ່ານ​ອູ​ປາງ​ໂກ ປະ​ທານ​ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະສົມ​ເດັດ​ຮາ​ຊັນ​ນາຣ໌ ຊູນ​ຕານ​ບຼູ​ໃນ.

ວັນ​ທີ 30 ພະ​ຈິກ​ປີ 2004, ​ໃນ​ໄລຍະ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນຢູ່​ວຽງ​ຈັນ ນະ​ຄອນ​ຫລວງ​ສປປ​ລາວ ທ່ານ​ເວິນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ສົມ​ເດັດ​ຮາ​ຊັນ​ນາຣ໌ ຊູນ​ຕານ​ບຼູ​ໃນ.ທ່ານ​ເວິນ​​ເຈ່ຍ​ປາວ​ໄດ້​ວາງ​ສີ່​ຂໍ້​ສະ​ເຫ​ນີກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບຼູ​ໃນູຄື:

ຫນຶ່ງ:​​ເພີ່ມ​ທະ​ວີ​ການ​ຄ້າ​ສອງ​ຝ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍາດ​ແຍ່ງ​ໃຫ້ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ບັນລຸ 1 ຕື້​ໂດ​ລາ​ສະ​ຫະ​ລັດ​ຂຶ້ນ​ໄປ​ໂດຍ​ໄວ;

ສອງ: ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ, ສະ​ຫນັບ​ສະ​ຫນູນ​ບໍ​ລິ​ສັດ ຈີນ​ເຂົ້າ​ຮ່ວມ​ການ​ບຸກ​ເບີກ​ຢັ່ງ​ແທກ​ຊັບ​ພະ​ຍາ​ກອນ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກ​ສທຳ​ມະ​ຊາດ​ຂອງ​ບຼູ​ໃນ;

ສາມ:​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຈະ​ສືບ​ຕໍ່​ສົ່ງ​​ເສີມ​ວິ​ສາ​ຫະກິດ​ຈີນ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ໂທ​ລະ​ຄົມ ຂົວ​ທາງ​ແລະ​ທ່າ​ກ່ຳ​ປັ່ນ​ເປັນ​ຕົ້ນ.

ສີ່:​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ຄວາມ​ປອດ​ໄພ, ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ສົມ​ເດັດ​ຮາ​ຊັນ​ນາຣ໌​ເຫັນ​ດີ​ນຳ​ຂໍ້​ສະ​ເຫນີ​ຂອງ​ທ່ານ​ເວິນ​ເຈ່ຍ​ປາວ.ສົມ​ເດັດ​ຊົງ​ກ່າວ​ວ່າ, ການ​ຮ່ວມ​ມື​ລະ​ຫວ່າງ​ບຼູ​ໃນ​ກັບ​ຈີນ​ໃນ​ຂົງ​ເຂດ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກສ​ທຳ​ມະ​ຊາດ​ມີ​ອະ​ນາ​ຄົດ​ອັນ​ກວ້າງ​ຂວາງ,ຝ່າຍ​ບຼູ​ໃນ​ຍິນ​ດີ​ຫາ​ລື​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ແລະ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ​ ຢ່າງ​ຕັ້ງ​ຫນ້າ.ສົມ​ເດັດ​ເຫັນ​ວ່າການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ເຫລົ່າ​ນີ້​ຍ່ອມ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ.