ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-21 10:25:34    
ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​​ເຕັກ​ນິກ​ລະ​ຫວ່າງ​ຈີນ​ກັບ​ບຼູ​ໃນ

cri Author: sayvanny
ໃນ​ຫລາຍ​ປີ​ມານ​ນີ້, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ບຼູ​ໃນ​ໄດ້​ເພີ່ມ​ຂຶ້ນ​​ໃນ​ຫນ້າ​ພຽງ​ກວ້າງ, ປີ 2001, ​ໄດ້​ບຸກ​ທະ​ລຸ 100 ລ້ານ​ໂດ​ລາ​ສະຫະລັດ​ເປັນ​ຄັ້ງ​ທຳ​ອິດ​ຄື,ບັນ​ລຸ​ເຖິງ 165 ລ້ານ​ໂດ​ລາ​ສະ​ຫະ​ລັດ.ປີ 2002, ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ບັນ​ລຸ 263 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ເຊິ່ງ​ເພີ່ມ​ຂຶ້ນ 58,9%.​ໃນ​ນັ້ນ ການ​ຄ້າ​ຂາ​ອອກ​ຂອງ​ຈີນ​ບັນລຸ 21 ລ້ານ​ໂດ​ລາ​ສະ​ຫະ​ລັດ, ການ​ຄ້າຂາ​ເຂົ້າ​ບັນ​ລຸ 242 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ຕ່າງ​ເພີ່ມ​ຂຶ້ນ 22,7%​ແລະ 63,1%,ສິນ​ຄ້າ​ທີ່​ຈີນ​ນຳ​ເຂົ້າຈາກ​ບຼູ​ໃນ​ນັ້ນ​ຕົ້ນ​ຕໍ​ແມ່ນ​ນ້ຳມັນ​ດິບ.

ນັບ​ມາ​ຮອດ​ທ້າຍ​ປີ 2002, ຈີນ​ໄດ້​ລົງທຶນ​ຢູ່​ບຼູ​ໃນ​ຫນຶ່ງ​ໂຄງການ, ມູນ​ຄ່າ​ໃນ​ຂໍ້​ຜູກ​ພັນ​ແມ່ນ 9 ​ແສນ​ໂດ​ລາ​ສະ​ຫະ​ລັດ, ​ໃນ​ນັ້ນຝ່າຍ​ຈີນ​ອອກ​ທຶນ 5 ​ແສນ​ໂດ​ລາ​ສະ​ຫະ​ລັດ. ບຼູ​ໃນ​ລົງທຶນ​ຢູ່​ຈີນ 67 ​ໂຄງ​ການ, ມູນ​ຄ່າ​ໃນ​ຂໍ້​ຜູກ​ພັນ​ແມ່ນ 110 ລ້ານ​ໂດ​ລາ​ສະ​ຫະ​ລັດ,​ການ​ລົງທຶນ​ຕົວ​ຈິງ​ແມ່ນ 17 ລ້ານ​ໂດ​ລາ​ສະ​ຫະ​ລັດ.​ເດືອນ​ພະຈິກ​ປີ 2000, ລັດ​ຖະ​ບານ​ປະ​ເທດ​ທັງ​ສອງ​ໄດ້​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ແລະ​ປົກ​ປັກ​ຮັກ​ສາ​ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ,ບໍ​ລິ​ສັດ​ຮ່ວມ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ເຄ​ມີ​ສາ​ກົນ​ຈີນ​ກັບ​ບໍ​ລິ​ສັດ​ນ້ຳມັນ​ເຊື້ອ​ໄຟ​ເຊຣ໌​ບຼູ​ໃນ​ໄດ້​​ເຊັນ​ສັນ​ຍາ​ນ້ຳ​ມັນ​ດິບ​ຍາວ​ນານ​ແຊມ​ປຽນ.