ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-21 10:55:13    
ປະ​ຊາ​ຊົນ​ອີ​ຣັກ​ປາ​ຖະ​ໜາ​ຢ່າງ​ແຮງ​ກ້າ​ມີ​​ສັນ​ຕິ​ພາບ​ແລະ​ຄວາມ​ສະ​ຫງົບ

cri Author: huachunmei
ວັນ​ທີ 20 ມີ​ນາ, ​ອາ​ເມ​ລິ​ກາ​ແລະ​ອັງ​ກິດ​ໄດ້​ກໍ່​ສົງ​ຄາມ​ອີ​ຣັກ​ທີ່​ເຮັດ​ໃຫ້​ໂລກ​ຕື່ນ​ຕົກ​ໃຈ. ​​ພັບ​ຕາ​ດຽວ​ສອງ​ປີ​ໄດ້​ກາຍ​ໄປ​ແລ້ວ, ​ສະ​ຖາ​ນະ​ການ​ຢູ່​ອີ​ຣັກ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼວງ​ຫຼາຍ, ​ວຽກ​ງານ​ສ້າງ​ສາ​ຄືນ​ໃໝ່​ພວມ​ດຳ​ເນີນ​ຢູ່​ເປັນ​ເທື່ອ​ລະ​ກ້າວ. ​ແຕ່​ບຸກ​ຄົນ​ວິ​ເຄາະ​ເຫັນ​ວ່າ, ​ອີ​ຣັກ​​ໃນ​ປະ​ຈຸ​ບັນ​ນີ້​ຍັງ​ຄົງ​ປະ​ເຊີນ​ໜ້າ​ກັບ​ສາມ​ບັນ​ຫາ​ໃຫຍ່​ດັ່ງ​ລຸ່ມ​ນີ້:

ກ່ອນ​ອື່ນ​ແມ່ນ​ປົວ​ແປງ​ສະ​ຖາ​ນະ​ການ​ຄວາມ​ປອດ​ໄພ, ​ເຮັດ​ໃຫ້​ຫຼຸດ​ການ​ຫຼອມ​ໂຈມ​ຕີ​ຫຼຸດ​ໜ້ອຍ​ລົງ.​ ປະ​ຈຸ​ບັນ, ​ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຕ້ານ​ອາ​ເມ​ລິ​ກາ​ໃຫຍ່​ຢູ່​​ອີ​ຣັກ​ມີ 6 ກອງ​ເປັນ​ຢ່າງ​ໜ້ອຍ, ​ໃນ​ນັ້ນ, ​ບາງ​ກອງ​ແມ່ນ​ຂອງ​ອີ​ຣັກ, ​ບາງ​ກອງ​ມາ​ຈາກ​ປະ​ເທດ​ອາ​ລັບ​ຫຼື​ປະ​ເທດ​ມຸສ​ລີມ​ອື່ນ​ໆ. ​ທຳ​ອິດ, ​ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ເຫຼົ່າ​ນີ້​ແມ່ນ​​ເປີດ​ການ​ຫຼອມ​ໂຈມ​ຕີ​​ແລະ​ກໍ​ເຫດ​ການ​ລະ​ເບີດ​​ດ້ວຍ​ຂໍ້​ອ້າງ​ຕ້ານ​ການ​ຍຶດ​ຄອງ​ຂອງ​ອາ​ເມ​ລິ​ກາ​ແລະ​ອັງ​ກິດ. ​ແຕ່​ພາຍ​ຫຼັງ​ມາ, ​ຄຽງ​ຄູ່​ກັບ​ມາດ​ຕະ​ການ​ປ້ອງ​ກັນ​ຂອງ​ທະ​ຫານ​ອາ​ເມ​ລິ​ກາ​ນັບ​ມື້​ນັບ​ເຄັ່ງ​ຄັດ​ຂຶ້ນ, ​ພວກ​ປະ​ກອບ​ອາ​ວິດ​ຫຼອມ​ໂຈມ​ຕີ​ເປົ້າ​ໝາຍ​ຂອງ​ທະ​ຫານ​ອາ​ເມ​ລິ​ກາ​ນັບ​ມື້​ນັບ​ຍາກ​, ສະ​ນັ້ນ, ​ພວກ​​ເຂົາ​ເຈົ້າ​ເລີຍ​ຖື​​ສາ​ມັນ​ຊົນ​ເປັນ​ເປົ້າ​ໝາຍ​ຫຼອມ​ໂຈມ​ຕີ​ຫຼາຍ​ກວ່າ​ເກົ່າ. ​ສາ​ມັນ​ຊົນ​ຜູ້​ບໍ່​ມີ​​ໂທດ​ຫຍັງ​ໄດ້​ເປັນ​ຜູ້​ປະ​ສົບ​ໄພ​ໃຫຍ່​ກວ່າ​ໝູ່​ຂອງ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ.

​ສອງ, ​ປະ​ສານ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ການ​ເມືອງ​ໃຫ້​ກົມ​ກຽວ​ກັນ. ປະ​ຈຸ​ບັນ, ​ບົນ​ເວ​ທີ​ການ​ເມືອງ​ອີ​ຣັກ​ຕົ້ນ​ຕໍ​ມີ​ສາມ​ກຳ​ລັງ​​ໃຫຍ່, ​ຄື, ​ມຸສ​ລີມ​ນິ​ກາຍ​ຊີ​ອິດ ມຸສ​ລີມ​ນິ​ກາຍ​ຊຸນ​ນີ​ແລະ​ຊາວ​ເຄີດ. ​ໃນ​ບັນ​ຫາ​ປະ​ກອບ​ລັດ​ຖະ​ບານ​ຂ້າມ​ຜ່ານ, ​ສາມ​ກຳ​ລັງ​ການ​ເມືອງ​ໃຫຍ່​ດັ່ງ​ກ່າວ​ນີ້​ຕໍ່​ໂອມ​ກັນ, ​ຍັງ​ຄົງ​ມີ​ຄວາມ​ເຫັນ​ຂັດ​ກັນ​ຫຼາຍ. ​ຈະ​ປະ​ສານ​ການ​ພົວ​ພັນ​ດ້ານ​ປະ​ໂຫຍດ​ລະ​ຫວ່າງ​ບັນ​ດາ​ຝ່າຍ​​ໃຫ້​ກົມ​ກຽວ​ກັນ​ແນວ​ໃດ​, ​ເຮັດ​ໃຫ້​ບັນ​ດາ​ຝ່າຍ​ມີ​ຖາ​ນະ​ທີ່​ເໝາະ​ສົມ​ໃນ​ອົງ​ການ​ປົກ​ຄອງ​ແຫ່ງ​ຊາດ​ໃນ​ອະ​ນາ​ຄົດ​ນັ້ນ​ແມ່ນ​ບັນ​ຫາ​ໃຫຍ່​ທີ່​ພົວ​ພັນ​ເຖິງ​ສະ​ຖຽນ​ລະ​ພາບ​ແລະ​ເອ​ກະ​ພາບ​ແຫ່ງ​ຊາດ.

ສາມ,​ ສາ​ເຫດ​ກົກ​ຮາກ​ຂອງ​ບັນ​ຫາ​ອີ​ຣັກ​ແມ່ນ​ການ​ຍຶດ​ຄອງ​ອີ​ຣັກ​ຂອງ​ກອງ​ທະ​ຫານ​ຫຼາຍ​ປະ​​ເທດ ​ເຊິ່ງ​ແມ່ນ​ທະ​ຫານ​ອາ​ເມ​ລິ​ກາ​ເປັນ​ຫົວ​ໂປ. ທະ​ແນມ​ແຕ່​ການ​ຍຶດ​ຄອງ​ດັ່ງ​ກ່າວ​ນີ້​ຍັງ​ຊົງ​ຕົວ​ຕໍ່​ໄປ,​ ພວກ​ປະ​ກອບ​ອາ​ວຸດ​ຢູ່​ອີ​ຣັກ​ກໍ​ບໍ່​ຫ່ອມ​ຊິ​ຢຸດ​ການ​ຫຼອມ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ຮຸນ​ແຮງ. ​ສະ​ນັ້ນ,​ ການ​ສິ້ນ​ສຸດ​​ການ​ຍຶດ​ຄອງ​ຂອງ​ທະ​ຫານ​ຕ່າງ​ປະ​ເທດ​ນັ້ນ​ມີ​ຄວາມ​ໝານ​ສຳ​ຄັນ​ຍິ່ງ​ຕໍ່​ບັນ​ດາ​ວົງ​ການ​ສັງ​ຄົມ​ອີ​ຣັກ.

ປະ​ຊາ​ຊົນ​ອີ​ຣັກ​ໄດ້​ປະ​ສົບ​ຄວາມ​ເດືອດ​ຮ້ອນ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ຄວາມ​ຮຸນ​ແຮງ, ​ປາ​ຖະ​ໜາ​ຢ່າງ​ແຮງ​ກ້າ​ໃຫ້​ມີ​ຊີ​ວິດ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ. ​​ໃນ​ການ​ເລືອກ​ຕັ້ງ​ຂອງ​ອີ​ຣັກ​ທີ່​ຈັດ​ຂຶ້ນ​ເມືອ​ທ້າຍ​ເດືອນ​ມັງ​ກອນ​ປີ​ນີ້, ​ສະ​ພາບ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປ່ອຍ​ບັດ​ຢ່າງ​ອຶກ​ກະ​ທຶກ​ນຶກ​ນອງ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ວ່າ, ​ມວນ​ຊົນ​ຫວັງ​ຢ່າງ​ແຮງ​ກ້າ​ໃຫ້​ສິ້ນ​ສຸດ​ສະ​ພາບ​ອັນ​ວຸ້ນ​ວາຍ ຟື້ນ​ຟູ​ຄວາມ​ປອດ​ໄພ​ຢູ່​ພາຍ​ໃນ​ປະ​ເທດ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ​ຄົນ​ທັງ​ຫຼາຍ​ຫວັງ​ວ່າ, ​ບັນ​ດາ​ກຳ​ລັງ​ການ​ເມືອງ​ຈົ່ງ​ເອົາ​ໃຈ​ໃສ່​ນຳ​ພາກ​ສ່ວນ​ໃຫຍ່​ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ​ພະ​ຍາ​ຍາມ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ການ​ເມືອງ, ​ຍາດ​​ແຍ່ງ​ບັນ​ລຸ​ຈຸດ​ໝາຍ​ທີ່​ຄົນ​ອີ​ຣັກ​ປົກ​ຄອງ​ອີ​ຣັກ​ໂດຍ​ໄວ.​ ພ້ອມ​ກັນ​ນັ້ນ, ​ອາ​ເມ​ລິ​ກາ​ກໍ່​ຕ້ອງ​ວາງ​ຕາ​ລາງ​ເວ​ລາ​ຖອນ​ທະ​ຫານ​ອອກ​ຈາກ​ອີ​ຣັກ​ໂດຍ​ໄວ, ​ບໍ່​ໃຫ້​ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຕ້ານ​ອາ​ເມ​ລິ​ກາ​ມີ​ມູນ​ເຫດ​ແລະ​ຂໍ້​ອ້າງ​ແລ້ວ​ດຳ​ເນີນ​ການ​ເຄື່ອນ​ໄຫວ​​ດ້ວຍ​ກຳ​ລັງ​ຮຸນ​ແຮງ, ​ເຮັດ​ໃຫ້​ປະ​ຊາ​ຊົນ​ອີ​ຣັກ​ມີ​ຊີ​ວິດ​​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ໂດຍ​ໄວ.