ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-21 16:05:16    
ຫວນ​ຄືນ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ຈີນ​​ກັບ​ສິງ​ກະ​ໂປ

cri Author: q
ຈີນ​ ​ສິງ​ກະ​ໂປ​ ​ສ້າງສາ​ຍສຳພັນທາງ​ການ​ທູດ​ເມື່ອ​ວັນ​ທີ 3 ຕຸ​ລາ ປີ 1990​ກ່ອນ​ນີ້,​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​ຈີນສິງ​ກະ​ໂປ​ກໍມີ​ການ​ໄປມາຫາ​ສູ່​ກັນ​ຢ່າງ​ໃກ້ຊິດ​ແ​ລ້ວ,​ພາຍ​ຫລັງ​ສ້າງ​ສາຍ​ສຳ​ພັນ​ທາງ​ການ​ທູດ​ມາ​ນີ້,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ສະ​ດວກ,ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດ​ຖະ​ກິດ​ການ​ຄ້າ ການ​ສຶກສາ ວັດ​ທະ​ນະ​ທຳ​ເປັນ​ຕົ້ນ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.​ຜູ້​ນຳ​ທັງ​ສອງ​ປະ​ເທດ​ຢ້ຽມ​ຢາມ​ເຊິ່ງກັນ​ແລະ​ກັນຢ່າງ​ລຽນ​ຕິດ,​ຜູ້​ນຳ​ຕົ້ນ​ຕໍ ຂອງ​ສອງ​ຝ່າຍ​ສ່ວນ​ຫຼາຍ​​ໄດ້​ຢ້ຽມ​ຢາມ​ກັນ​ຝ່າຍ​ກົງ​ກັນ​ຂ້າມ.

ວັນ​ທີ 12 ຫາ ວັນ​ທີ 17 ພຶດສະພາ ປີ 2004,​ໃນ​ໄລຍະທ່ານ​ລີ​​ເຊັນ​ລົງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ໃນ​ຄາວ​ນັ້ນ​ຢ້ຽມ​ຢາມ​ຈີນ​ນັ້ນ, ທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກັບ​ທ່ານ​ລີ​​ເຊັນ​ລົງ​ຮ່ວມ​ກັນ​ເປັນ​ປະ​ທານ​​ ​ກອງ​ປະຊຸມ​​ຂອງ​ຄະນະ​ກຳ​ມະ​ການ​ປະ​ສົມ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ສິງ​ກະ​ໂປ​ຄັ້ງ​ປະ​ຖົມ​ມະ​ເລີກ​ແລະ​ກອງ​ປະຊຸມ​ຄັ້ງ​ທີ​7​ຂອງ​ສະ​ພາ​ມົນ​ຕີ​ປະ​ສານ​ງານ​ຮ່ວມ​ ຈີນ​ ​ສິງກະ​ໂປ​ກ່ຽວກັບ​ເຂດ​ອຸດ​ສາ​ຫະ​ກຳ​ຊູ​ໂຈ​ວ,​ວັນ​ທີ 14 ພຶດ​ສະ​ພາ​ຢູ່​ປັກ​ກິ່ງ,​ທ່ານ​ຫູ​ຈີ​ນທາວ ປະທານ​ປະ​ເທດ ທ່ານ​ອຸນ​ເຈຍ​ປາວ ນາຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຕ່າງ​ໄດ້​ພົບ​ປະ​ທ່ານ​ລີ​​ເຊັນ​ລົງ ຢູ່​ປັກ​ກິ່ງ.

ວັນ​ທີ 19 ພະຈິກ ປີ 2004,ທ່ານ​ຫູ​ຈີ​ນທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ລີ​​ເຊັນ​ລົງ ນາ​ຍົກ​ລັດ​ຖະ​ມົນຕີສິງກະ​ໂປ​ຢູ່​ຊັງ​ຕີ​ອາ​ໂກຂອງ​ຈີ​​ເລ,​ເມື່ອ​ເວົ້າ​ເຖິງ​ການ​ພົວ​ພັນ​ສອງ​ຕໍ່​ສອງ,​ທ່ານ​ຫູ​ເຈີ​ນທາວ​ຊີ້​ອອກ​ວ່າ,ມິດ​ຕະ​ພາບ​ລະຫວ່າງ​ຈີນ​​ ສິງກະ​ໂປ​ແມ່ນ​ຫມາກຜົນ​ທີ່​ຜູ່​ນຳ​ຫຼາຍ​ເຊັ່ນ​ຄົນ​ຂອງ​ສອງ​ປະ​ເທດ​ບົ່ມ​ເພາະຢ່າງ​ພຽນ​ໃຈ,​ແມ່ນ​ຊັບ​ສົມບັດ​ ລ້ຳຄ່າ​ຮ່ວມ​​ຂອງ​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ,​ ຕ້ອງ​ທະນຸ​ຖະຫນອມ​ກັນ​ທີ່​ສຸດ,​ແຕ່ຈີນ​​ສິງ​ກະ​ໂປ​ ສ້າງ​ສາ​ຍ​ສຳ​ພັນ​ທາງ​ການ​ທູດ​​14 ປີ ມາ​ນີ້​ການ​ພົວ​ພັນ​ທັງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ,​ຮັບ​ຜົນ​ຫຼາຍ,​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ ສິງກະ​ໂປ​​ໄດ້​ຂະ​ຫຍາ​ຍຕົວ​ຢ່າງ​ສະ​ດວກ​ນັ້ນ,​ບໍ່​ພຽງ​ແຕ່​ໄດ້​ ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ​ທັງສອງ​ປະ​ເທດທໍ່​ນັ້ນ,​ຫາກ​ຍັງ​ຊຸກ​ຍູ້​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ​ອາ​ຊີ​ອີກ​ດ້ວຍ,​ຜູ້​ນຳ​ຊຸດ​ໃຫມ່​ຂອງຈີນ​ແລະ​ສິງ​ກະ​ໂປ​ຕ້ອງ​ກຳ​ທິດໃຫຍ່​ແຫ່ງ​ການ​ພົວ​ພັນ​ທັງ​ສອງ​ປະ​ເທດ​ໃຫ້​ແຫນ້ນ,​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພັວ​ພັນ​ທັງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຢ່າງ​ຫນັກ​ແຫນ້ນ​ຢູ່​ບົນ​ພື້ນ​ຖານ​ຫລັກ 5 ​ປະ​ການ ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ.

ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ,ທ່ານ​ຫູ​ຈີ​ນທາວ​ຊົມ​ເຊີຍ​​ຫລັກ​ຫມັ້ນ​ຂອງ​ລັດ​ຖະ​ບານ​ສິງ​ກະ​ໂປ​ທີ່​ກ່າວ​ລື້​ມຫຼາຍ​ເທື່ອວ່າ​ຍຶດຫມັ້ນນ​ະ​ໂຍບາຍ​​ຈີນ​ດຽວ,ຄັດຄ້ານ​ການ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ,​ທ່ານ​ເວົ້າວ່າ​ເນື່ອງ​ຈາກ​ຫລັກ​ຫມັ້ນຂອງ​ຝ່າຍ​ສິງກະ​ໂປ,​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ປາ​ຖະ​ຫນາ​ດ້ວຍ​ຄວາມ​ຈິງ​ໃຈ​ທີ່​ປົກ​ປັກ​ຮັກສາ​ມິດ​ຕະ​ພາບ​ຂອງ​ປະ​ຊາ​ຊົນ​ຈິນ​ແລະ​ສິງ​ກະ​ໂປ,​ພວກ​ຂ້າ​ພະ​ເຈົ້າຍິນ​ດີ​ທຳ​ຄວາມ​ພະຍາຍາມ,​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ສິງ​ກະ​ໂປ​ກ້າວ​ຂຶ້ນສູ່​ເສັ້ນ​ທາງ​ຂະ​ຫຍາຍ​ຕົວ​ຢ່າງ​ສືບ​ເນື່ອງ​ແລະ​ປອດ​ໄສ,ທ່ານ​ຊີ້​ອອກ​ວ່າ,​ບັນ​ຫາ​ໄຕ້​ຫວັນ​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດ​ແກນ​ກາງຂອງ​ຈີນ,​ສະ​ນັ້ນ,​ຕ້ອງ​ແກ້​​ໄຂ​ໃຫ້​ຕົກ​ຢ່າງ​ສຸຂຸມ​ຮອບ​ຄອບ.​ຈະ​ທຳ​ລາຍ​ອາລົມ​ຈິດຂອງ​ປະຊາຊົນ​ຈີນ 1 ຕື້ 300 ລ້ານ​ຄົນ​ບໍ່​ໄດ້,​ທຳ​ລາຍ​ມະ​ຫາ​ພາກ​ແຫ່ງ​ການ​ພົວ​ພັນ​ສອງ​ຕໍ່​ສອງ​ບໍ່​ໄດ້,ອະທິປະ​ໄຕ​ແລະ​ຜົນປະ​ໂຫຍ​ດ​ແກນ​ກາງ​ຂອງ​ຈີນ​ຈະ​ຕ້ອງ​ໄດ້​ຮັບ​ໂຄ​ລົບ,​ນີ້​ແມ່ນ​ມະຫາ​ພາກ​ແລະ​ເຫດຜົນ​ໃຫຍ່.

ກ່ຽວ​ກັບ​ກາ​ນພົວພັນ​ດ້ານເສດຖະກິດ​ກາ​ນຄ້າລະຫວ່າງ​ທັງ​ສອງ​ປະ​ເທດ,ທ່ານ​ຫູ​ຈິນ​ທາວ​ເວົ້າວ່າ,ຈີນ​ແລະ​ສິງກະ​ໂປ​​ເປັນ​ຄູ່​​ຮ່ວມ​ມື​ສຳຄັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​,ນັບ​ແຕ່​ຈີນ​ ສິງ​ກະ​ໂປ​ສ້າງ​ສາຍ​ສຳ​ພັນ​ທາງ​ການ​ທູດ​ມາ​ນີ້,ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຕໍ່​ສອງ​ໄດ້​ຮັບ​ຜົນ​ອັນ​ເດັ່ນ​ຊັດ,​ມູນ​ຄ່າ​ການ​ຄ້າ​ໄດ້​ເພີ່ມ​ຂຶ້ນ​ເກືອບ 10 ​ເທົ່າ,​ໃນ​ຫຼາຍ​ປີ​ມາ​ນີ້,​ສອງ​ຝ່າຍ​​ໄດ້​ຮັບ​ຜົນ​ຂ້ອນ​ຂ້າງ​ດີ​ໃນ​ຂົງ​ເຂດ​ສຳຄັນ​ເຊັ່ນ:​ການ​ພັດ​ທະ​ນາ​ເຕັກ​ນິກ​ສູງ​ແລະ​ໃຫມ່,​ການ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ​ສ້າງ​ທີ່​ຫມັ້ນ ອຸດ​ສາ​ຫະ​ກຳ​ເກົ່າ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເຫນືອ​ໃຫ້​ຈະ​ເລີ​ນ​​ແລະ​ວິ​ສາ​ຫະ​ກິດ​ທັງ​ສອງ​ປະ​ເທດ​ຮ່ວມ​ມື​ກັນ​​ໄປ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ເປັນ​ຕົ້ນ,​ພວກ​ຂ້າ​ພະ​ເຈົ້າ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ສິງກະ​ໂປ​​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ສິງ​ກະ​ໂປ​ຕາມ​ຈິດ​ໃຈ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເພື່ອ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະຊາຊົນ​ທັງ​ສອງ​ປະ​ເທດ.

ທ່າ​ນລີ​​ເຊັນລົງ​​ຮູ້ສຶກການຢ້ຽມຢາມ​ໄຕ້​ຫວັນ​ຂອງ​ທ່ານໃນ​ເດືອນ​ກໍລະກົດ​ໄດ້​ນຳ​ເອົາ​ຜົນ​ສະ​ທ້ອນ​​ແລະ​ສ້າງປະສົບ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ພົວ​ພັນ ລະ​ຫວ່າງ​ຈີນ​ແລະ​ສິງ​ກະ​ໂປ,ທ່ານ​ເວົ້າ​ວ່າ,​ຫລັກ​ຫມັ້ນ​ກົກ​ຮາກ​ຂອງ​ລັດຖະບານ​ສິງກະ​ໂປ​ແມ່ນ​ຍຶດ​ຫມັ້ນ​ນະ​ໂຍ​ບາຍ​ຈີນ​ດຽວ,ນີ້​ແມ່ນ​ຫລັກ​ຫມັ້ນ​ທີ່​ຕ້ອງຍຶດຫມັ້ນຍາວ​ນານ,ບໍ່ມີ​ການ​ປ່ຽນ​ແປງ​,ຫລັກ​ຫມັ້ນ​ຂອງ​ສິງ​ກະ​ໂປ​ທີ່​ຄັດ​ຄ້ານ​ການ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ແມ່ນ​ຈະ​ແຈ້ງ,​ທ່ານ​ເວົ້າ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ ​ສິງ​ກະ​ໂປ​ເກີດ​ຫມາກ​ອອກ​ຜົນ,​ແຕ່​ການ​ພັດ​ທະ​ນາ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຕື່ມ​ອີກ,​ຝ່າຍ​ສິງ​ກະ​ໂປ​ຫວັງ​ ​ປັບປຸງ​ແລະ​ ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ.