|
|
(GMT+08:00)
2005-03-21 16:17:16
|
|
ການກະທົບຂອງສົງຄາມອີຣັກຕໍ່ການພົວພັນລະຫວ່າງຊາດ
cri
Author: sayvanny
ເມື່ອສອງປີກ່ອນ,ອາເມລິກາໄດ້ກໍ່ສົງຄາມອີຣັກໂດຍຫລົບຫລີກອອກຈາກອົງການສະຫະປະຊາຊາດຢ່າງບັງອາດ,ເຮັດໃຫ້ເກີດວິກິດການສາກົນໃຫຍ່ກວ່າຫມູ່ຫລັງສົງຄາມເຢັນ.ບາດແຜທີ່ເກີດຈາກສົງຄາມບັ້ນນີ້ຈົນຮອດດຽວນີ້ບໍ່ຍັງບໍ່ຫາຍໄປເທື່ອ,ແຕ່ຜົນກະທົບຂອງມັນທີ່ນຳມາໃຫ້ລະບົບການພົວພັນສາກົນແລະຫລັກມາດຖານກົດຫມາຍລະຫວ່າງຊາດນັ້ນພັດນັບມື້ນັບພົ້ນເດັ່ນຂຶ້ນຄຽງຄູ່ກັບວັນເວລາຜ່ານໄປ.
ກ່ອນອື່ນ,ສົງຄາມອີຣັກໄດ້ເປັນຕົວຢ່າງອັນຮ້າຍກາດທີ່ປ່ຽນແປງລັກສະ ນະອຳນາດການປົກຄອງຂອງປະເທດອະທິປະໄຕດ້ວຍກຳລັງອາວຸດແຕ່ຝ່າຍດຽວ. ອາເມລິກາຖືການສັນນິຖານແບບອັດຕະວິໄສຂອງເຂົາເອງເປັນຂໍ້ອ້າງແລ້ວໂຈມຕີປະເທດທີ່ບໍ່ໄດ້ເປັນການຂົ່ມຂູ່ຕໍ່ເຂົາແຕ່ຫາກແມ່ນຍ້ອນເຂົ້າບໍ່ມັກ. ທັງນີ້ຍ່ອມຈະເຮັດໃຫ້ປະຊາຄົມໂລກຮູ້ສຶກຢ້ານກົວແລະສົນລະວົນ.ໃນສອງປີມານີ້, ຄົນທັງຫລາຍໄດ້ຫລິງເຫັນວ່າ, ຫມາກຜົນທາງອ້ອມຂອງສົງຄາມອີຣັກແມ່ນໄດ້ເຮັດໃຫ້ຄວາມຮູ້ສຶກດ້ານວິກິດການຂອງປະເທດສ່ວນຫນຶ່ງຍິ່ງຫນັກ ເຂົ້າ, ກະຕຸກຊຸກຍູ້ໃຫ້ພວກເຂົາເຈົ້າເຂົ້າຮ່ວມການຊ່ວງເສັງປະກອບອາວຸດຮອບໃຫມ່,ຈົນກະທັ້ງສະແຫວງຫາອາວຸດລ້າງຜານຂະຫນາດໃຫຍ່.
ອາເມລິກາກຳລັງກາຍເປັນຜູ່ທ້າທາຍແລະຜູ່ທຳລາຍຄວາມເປັນລະ ບຽບຮຽບຮ້ອຍຂອງໂລກໃນສະເພາະຫນ້ານີ້ທີ່ໃຫຍ່ກວ່າຫມູ່.
ຖັດມາ, ສົງຄາມອີຣັກໄດ້ເຮັດໃຫ້ການພົວພັນອາເມລິກາເອີລົບເກີດມີການປ່ຽນແປງທາງດ້ານທາດແທ້ບາງຢ່າງ.ອາເມລິກາຖືການສະຫນັບສະຫນູນເຂົາກໍ່ສົງຄາມຕໍ່ອີຣັກຫລືບໍ່ເປັນມາດຖານ,ແບ່ງເອີລົບອອກເປັນເອີລົບເກົ່າກັບເອີລົບໃຫມ່, ເຈດຕະນາສວຍໃຊ້ຄວາມຂັດແຍ່ງພາຍໃນຂອງສະຫະ ພາບເອີລົບກີດຂວາງຂະບວນວິວັດເຊື່ອມໂຍງເຂົ້າກັນຂອງເອີລົບ, ອັນໄດ້ເຮັດໃຫ້ສອງຝ່າຍລະແວງສົງໄສກັນແລະມີຄວາມແຕກແຫງຫລາຍຍິ່ງຂຶ້ນ.
ສາມ: ສົງຄາມອີຣັກເຮັດໃຫ້ການພົວພັນລະຫວ່າງອາເມລິກາກັບປະເທດອິສລາມເກີດມີການປ່ຽນແປງອັນເລິກລັບສັບຊ້ອນ. ອາເມລິກາບໍ່ພໍໃຈທີ່ສຸດນຳລະບອບການເມືອງແລະຮູບຖານຈິດສຳນຶກຂອງປະເທດອິສລາມ, ຫວັງຜ່ານຈາກການໂຈມຕີອີຣັກ,ເຮັດໃຫ້ເຂົາກາຍເປັນແບບຢ່າງທີ່ປະເທດອື່ນໆຢູ່ຕາເວັນອອກກາງເຮັດຕາມໃນອະນາຄົດ,ແລ້ວສ້າງພື້ນຖານໃຫ້ແກ່ອາເມລິກາເຜີຍແຜ່ປະຊາທິປະໄຕແບບອາເມລິກາຢູ່ທົ່ວພາກພື້ນຕາເວັນອອກກາງ.ທັງນີ້ໄດ້ເຮັດໃຫ້ປະເທດອິສລາມທີ່ຢູ່ຕາເວັນອອກກາງຮູ້ສຶກວິຕົກກັງວົນທີ່ສຸດ.ນອກນີ້, ສົງຄາມອີຣັກເຮັດໃຫ້ຊາວມຸສລິມທົ່ວໂລກມີອາລົມຕ້ານອາເມລິກາແລະອາຄາດອາເມລິກາແຮງຂຶ້ນ,ເປັນການສ້າງພື້ນຖານທາງສັງ ຄົມທີ່ກວ້າງຂວາງກວ່າເກົ່າໃຫ້ອິດທິກຳລັງຫົວຈັດແລະອິດທິກຳລັງກໍ່ການ ຮ້າຍກຳເລີບເສີບສານຢ່າງຮູນແຮງ.ນີ້ກໍ່ເຮັດໃຫ້ປະເທດອິສລາມອັນໄພສານເປັນຫ່ວງນຳ.
ສຸດທ້າຍ, ກ່ອນແລະຫລັງສົງຄາມອີຣັກ, ອາເມລິກາໄດ້ໃຊ້ທ່າທີລັດທິອັດຖະປະໂຫຍດຕໍ່ອົງການສະຫະປະຊາຊາດຄືໃຊ້ໄດ້ກໍ່ໃຊ້,ຖ້າໃຊ້ບໍ່ໄດ້ກໍ່ປັດເຂ່ຍອອກ, ນີ້ໄດ້ກະທົບເຖິງກຽດສັກສີຂອງອົງການສະຫະປະຊາຊາດຢ່າງຫນັກຫນ່ວງ. ຫລັງຈາກສົງຄາມອີຣັກ, ຫາງສຽງແລະນັກປາດສ່ວນຫນຶ່ງຂອງອາເມລິກາຈົນໄດ້ເປີດປ່າວໃຫ້ສ້າງສະຫະພັນປະເທດປະຊາທິປະໄຕເຂົ້າແທນອົງການສະຫະປະຊາຊາດ; ທ້າຍປີກາຍນີ້ ພາຍຫລັງມະຫາສະ ຫມຸດອິນເດຍເກີດໄພຄື້ນທະເລຊືນາມິແລ້ວ, ອາເມລິກາກໍ່ສະເຫນີອອກຢ່າງບັງອາດໃຫ້ອາເມລິກາ ຍີ່ປຸ່ນ ອົສຕຼາລີແລະອິນເດຍສ້າງກົນໄກແກນກາງເພື່ອນຳພາການກູ້ໄພ, ໄດ້ປັດເຂ່ຍອົງ ການສະຫະປະຊາຊາດອີກເທື່ອນີ້, ທັງຫມົດເຫລົ່ານີ້ບໍ່ແມ່ນເລື່ອງບັງເອີນ, ຮາກເຫງົ້າຂອງມັນແມ່ນຢູ່ນຳອາເມລິກາຖືອົງການສະຫະປະຊາຊາດທີ່ປະຕິບັດຫລັກການສະເຫມີພາບລະຫວ່າງປະເທດອະທິປະໄຕແລະຈິດໃຈຂອງກົດບັດສະຫະປະຊາຊາດເປັນສິ່ງຜູກມັດເຂົາທີ່ເຈດຕະນາເປັນເຈົ້າຄອງໂລກ, ຄິດຫາວິທີຕ່າງໆເພື່ອນຫລຸດພົ້ນອອກຈາກອົງການສະຫະປະຊາຊາດ.
ເຖິງວ່າລະບົບການພົວພັນລະຫວ່າງຊາດຖືກສົງຄາມອີຣັກກະທົບຢ່າງຮຸນແຮງກໍ່ຕາມ, ແຕ່ທ່ວງທ່າລວມທີ່ໂລກຫັນເປັນຫລາຍຂວັ້ນຍັງພວມຂະ ຫຍາຍຕົວໃນທ່າມກາງຄວາມລະອິລະອ້ຽວ.ທ່ວງທ່ານີ້ຂັດຂວາງໄວ້ບໍ່ໄດ້, ແມ່ນຍ້ອນວ່າຄວາມດຸນດຽງກັນທາງດ້ານເສດຖະກິດທີ່ເສດຖະກິດໂລກາວິວັດນຳມາໃຫ້ນັ້ນໄດ້ອຳນວຍພື້ນຖານວັດຖຸອັນຫມັ້ນແກ່ນ.ໃນໄລຍະມໍ່ໆມານີ້, ທ່ວງທ່າຕ່າງໆຄື ການຂະຫຍາຍຕົວຂອງອົງການຮ່ວມມືຊຽງໄຮ້, ການພົວພັນຈີນກັບອິນເດຍ, ດີຂຶ້ນໃນດ້ານທາດແທ້,ສະຫະພາບເອີລົບທຳຄວາມພະຍາຍາມເປັນຜູ່ນຳທາງແກ້ໄຂບັນຫານິວເຄຼຍອີຣານ,ລັດເຊຍລອງລິດກັນກັບອາເມລິກາໃນບັນຫານິວເຄຼຍອີຣານແລະປະເທດສະຫະພາບເອີລົບສະເຫນີຢ່າງເປີດເຜີຍໃຫ້ຍົກເລີກການຈຳກັດການຂາຍອາວຸດໃຫ້ຈີນເປັນຕົ້ນ,ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນບາດກ້າວແຫ່ງຂະບວນວິວັດໂລກຫັນເປັນຫລາຍຂວັ້ນບໍ່ຫລາຍກໍ່ຫນ້ອຍ.
|
|
|