ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-21 16:18:38    
ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ເຕັກ​ນິກ​ລະ​ຫວ່າງ​ຈີນ​ສິງ​ກະ​ໂປ

cri Author: q
ໃນ​ຫຼາຍປີ​ມາ​ນີ້,ການ​ຮ່ວມ​ມື​ດ້າ​ນເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ສິງ​ກະ​ໂປ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ,ນັບ​ມາ​ຮອດ​ທ້າຍ​ປີ 2001,ສິງກະ​ໂປ​ແມ່ນ​ຕະ​ຫຼາດ​ແຮງ​ງານ​ຢູ່​ຕ່າງ​ປະ​ເທດ​ໃຫຍ່​ທີ​ຫນຶ່ງ​ແລະ​ຕະຫຼາດ​ຮັບ​ເຫມົາ​ກິດ​ຈະ​ການ​ໃຫຍ່​ທີ​ສອງ​ຂອງ​ຈີນ,​ການ​ຄ້າ​ແລະ​ການ​ລົງ​ທຶນ​ຢູ່​ປະ​ເທດຈີນ​ລ້ວນ​ແຕ່​ເປັນ ທີ​ຫນຶ່ງ​​ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ,ຈີນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ທີ 4 ຂອງ​ສິງ​ກະ​ໂປ.

ເດືອນ​ຕຸລາ ປີ1999 ,ຈີນ​ ສິງກະ​ໂປ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ອຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແລະ​ສົ່ງ​ເສີມການ​ຄ້າ​ແລະ​ການ​ລົງ​ທຶນ​ທັງ​ສອງ​ປະ​ເທດ,​ໄດ້​ສ້າງ​ກົນ​ໄກ​ຫາ​ລື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​,ປະຈຸ​ບັນ​ນີ້,​ໂຄງການ​ຮ່ວມ​ມື​ສຳ​ຄັນ​ລະ​ຫວ່າງ​ສອງ​ຝ່າຍ​​ມີດັ່ງ​ນີ້:​ເຂດ​ອຸດ​ສາ​ຫະ​ກຳ​ຊູ​ໂຈ​ວ ​ເຂດ​ອຸດ​ສາ​ຫະ​ກຳ​ອູ​ຊີ ໂຄງ​ການ​ພັດ​ທະ​ນາ​ເຮືອນ​ຢູ່​ຊານ​ລິນ​ຊຽງ​ໄຮ້​ແລະ​ທ່າ​ຕູ້​ຄອນ​ເທ​ເນີ​ເມືອງ​ຕ້າ​ລຽນ​ເປັນ​ຕົ້ນ,​ເຂດ​ອຸດ​ສາ​ຫະ​ກຳ​ຊູ​ໂຈ​ວ​ແມ່ນ​ໂຄງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໃຫຍ່​ກວ່າ​ຫມູ່​ລະຫວ່າງ​ລັດ​ຖະ​ບານ​ຈີນ​ແລະ​ສິງ​ກະ​ໂປ,​ໂຄງ​ການ​ດັ່ງ​ກ່າວ​ນີ້​ແມ່ນ​ເລີ່​ມສ້າງ​ເມື່ອ​ປີ 1994,ການພັດທະນາ​​ແມ່ນ​ສະ​ດວກ​ໃນ​ດ້ານ​ກວມ​ລວມ,​ນັບ​ມາ​ຮອດ​ທ້າຍ​ປີ 2002 ,​ໂຄງການ​ທີ່​ສິງ​ກະ​ໂປ​ລົງທຶນ​ຢູ່​ປະ​ເທດ​ຈີນມີ 10727​ ໂຄງ​ການ,​ມູນ​ຄ່າ​ທຶນ​ຕ່າງ​ປະ​ເທດ​ໃນ​ຂໍ້​ຜູກ​ພັນ​ 40 ຕື້ 150 ລ້ານ​ໂດລາ​ສະຫະລັດ,ມູນ​ຄ່າ​ການ​ລົງ​ທຶນ​ຕົວ​ຈິງ 21 ຕື້ 473 ລ້ານ​ໂດ​ລາ​ສະ​ຫະ​ລັດ​,​ແຕ່​ເດືອນ​ມັງກອນ ຫາ ​ເດືອນ ພຶດສະພາ ປີ 2003,​ໂຄງ​ການ​ລົງ​ທຶນ​ຂອງ​ສິງ​ກະ​ໂປ​ຢູ່​ຈີນ​ມີ ​440 ​ໂຄງ​ການ,​ມູນ​ຄ່າ​ໃນ​ຂໍ້ຜູກ​ພັນ 12 ຕື້ 960 ລ້ານ​ໂດ​ລາ​ສະ​ຫະ​ລັດ,​ນັບ​ມາ​ຮອດ ​ເດືອນ​ພຶດ​ສະ​ພາ ປີ 2003, ​ວິ​ສາ​ຫະ​ກິດ​ທີ່​ລົງ​ທຶນ​​ຢູ່​ສິງ​ກະ​ໂປ​ມີ 173 ​ແຫ່ງ, ​ລົງ​ທຶນ 71 ລ້ານ 6 ​ແສນ 5 ຫມື່ນ​​ໂດ​ລາ​ສະ​ຫະ​ລັດ,​ນັບ​ລວມ​ເຂົ້າ​ກັນ​ແລ້ວ,​ຈີນ​ແລະ​ສິງ​ກະ​ໂປ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ຮັບ​ເຫມົາ​ແຮງ​ງານມີ​ມູນ​ຄ່າ​8​ ຕື້ 932 ​ລ້ານ​ໂດ​ລາ​ສະ​ຫະ​ລັດ,​ສຳ​ເລັດ​ໂຄງ​ການ​7 ຕື້ 723 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ຕາມ​ສະຖິຕິ​ຂອງ​ດ່ານພາສີ​ຈີນ,​ໃນ​ປີ 2002 , ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ສິງ​ກະ​ໂປ 14 ຕື້ 20 ລ້ານ​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນ28,4%,​ໃນນັ້ນ,ສິນຄ້າ​ຂາ​ອອກ​ຂອງ​ຝ່າຍ​ຈີນ 6 ຕື້ 970 ລ້ານ​ໂດ​ລາ​ສະ​ຫະ​ລັດ,ສິນຄ້າ​ຂາ​ເຂົ້າ 7 ຕື້ 50 ລ້ານ​ໂດ​ລາ​ສະ​ຫະ​ລັດ,​ຈີນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ທີ 4 ຂອງ​ສິງ​ກະ​ໂປ,​ສິງ​ກະ​ໂປ​ແມ່ນ​ຄູ່​ກາ​ນຄ້າ​ໃຫຍ່​ທີ 8 ຂອງ​ຈີນ,​ແຕ່​ເດືອນ​ມັງ​ກອນ ຫາ ​ເດືນ​ພຶດ​ສະ​ພາ ປີ 2003,​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍໄດ້​ບັນ​ລຸ​6 ຕື້ 957 ລ້ານ​ໂດ​ລາ​ສະ​ຫະ​ລັດ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວ​ລາ​ດຽວ​ກັນ 41,3%.

ຈີນ​ແລະ​ສິງກະ​ໂປ​ຍັງ​ໄດ້​ເຊັນ​ສັນຍາ​​ການ​ຮ່ວມ​ມື​ດ້ານເສດຖະກິດ​ຫຼາຍ​ສະ​ບັບ​ເຊັ່ນ:​ສັນ​ຍາ​ສົ່ງ​ເສີມ​ແລະ​ປົກ​ປ້ອງ​ ​ກາ​ນລົງທຶນ ສັນຍາ​ກ່ຽວ​ກັບ​ການຫຼີກ​ເວັ້ນ​ເກັບ​ພາສີ​ຊ້ອນ​ກັນ​ແລະ​ປ້ອງ​ກັນ​ການຫນີ​ພາສີ ສັນຍາ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ທາງ​ທະ​ເລ ສັນຍາກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ໄປ​ສະ​ນີ​ແລະ​ໂທລະ​ຄົມ​ສື່ສານ​ເປັນ​ຕົ້ນ,​ທັງ​ນີ້​ໄດ້​ສະ​ເຫ​ນີ​ການ​ຄ້ຳປ​ະ​ກັນ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຢ່າງ​ສະດວກ.