ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-21 17:25:13    
ຍິນ​ສຽງ​ໄກ່​ຂັນ​ກໍ​ລຸກ​ຊ້ອມ​ດາບ

cri Author: q
ຕົວ​ເອກ​ໃນ​ນິທານ​​ເລື່ອງ​ນີ້ຊື່ວ່າ​ຈູ​ດີ,ຈູດີ​ແມ່ນ​ຄົນ​ໃນ​ລາດ​ຊະ​ວົງ​ຈິ້ນຂອງ​ຈີນ ຄ.ສ​ສັດ​ຕະ​ວັດ​ທີ 4.ຄອບຄົວ​ຂອງ​ທ່ານ​ແມ່ນ​ວົງ​ຕະກຸນ​ໃຫຍ່​ທີ່​ຮັ່ງມີ​ຢູ່​ທ້ອງ​ຖິ່ນ,ຈູ​ດີ​ມີ​ອ້າຍ​ນ້ອຍ​ນຳ​ກັນ 6 ຄົນ,​ອ້າຍ​ຂອງ​ເພິ່ນ​ຜູ່​ໃດ​ກໍ​ມີ​ຄວາມ​ສາມາດ​ທີ່​ສຸດ,ຈູ​ດີ​ເປັນ​ຄົນ​ໃຈ​ກວ້າງ,ບໍ່​ລ່ຳ​ໄລ​ນຳ​ເລື່ອງ​ກິ​ເລື່ອງ​ກີ ອາຍຸ 14—15 ປີ​ແລ້ວ​ຍັງ​ບໍ່​ຮູ້​ເອົາ​ໃຈ​ໃສ່​ຮ່ຳຮ​ຽນ,​ອ້າຍ​ຂອງ​ເພິ່ນ​ຈິ່ງ​ພາກັນ​ເປັນ​ຫ່ວງ​ເປັນ​ໃຍ​ນຳ​ຫຼາຍ.​ແຕ່​ຈູ​ດີ​ມັກ​ຄົບ​ເພື່ອນ​ທີ່​ສຸດ,ມີ​ໃຈ​ເອື້ອ​ເຟື້ອ​ເພື່ອ​ແຜ່​ມັກ​ເອົາ​ເຂົ້າປາ​ອາ​ຫານ​ແລະ​ເຄື່ອງ​ນຸ່ງ​ຫົ່ມ​ແຈກ​ຢາຍ​ໃຫ້​ຍາດ​ຕິ​ພີ່​ນ້ອງ​ແລະ​ຂ້າງ​ບ້ານ​ຂ້າງ​ເຮືອນ​ທີ່​ທຸກ​ຈົນ​ເລື້ອຍໆ,​ຄົນ​ຢູ່​ອ້ອມ​ຂ້າງ​ໃຜ​ກໍ​ໂຄ​ລົບ​ນັບ​ຖື​ເພິ່ນ​ທີ່​ສຸດ.

ໃນ​ຍຸກ​ສະ​ໄຫມ​ຂອງ​ທ່ານ​ຈູ​ດີ​ພວມ​ຢູ່​ໃນ​ໄລຍະ​ທີ່​ປ່ຽນ​ລາດ​ຊະ​ວົງ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ພາກ​ເຫນືອ,ອຳນາດ​ການ​ປົກຄອງ​ຂອງ​ເຈົ້າທີ່​ດິນ​ເຜົ່າ​ຮ້ານ​ກັບ​ອຳນາດ​ການ​ປົກຄອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເກີດ​ເສິກ​ກັນ​ເລື້ອຍໆ,ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເຫຼົ່ານີ້​ອາ​ໄສ​ທ່າ​ແຮງ​ເທິງ​ຫລັງ​ມ້າ​ຂອງ​ພວກ​ເຂົາ,​ເຄີຍ​ຮຸກ​ຮານ​ພາກ​ກາງ​ທີ່​ເຜົ່າ​ຮ້ານ​ເຕົ້າ​ໂຮມ​ກັນຢູ່​ຕັ້ງ​ຫຼາຍ​ເທື່ອ,​ໄປ​ຮອດ​ບ່ອນ​ໃດ​ພວກ​ເຂົາ​ກໍ​ຈູດ​ເລົ້າ​ເຜົາຜານ​ຂ້າ​ເຈົ້າ​ເອົາ​ຂອງ​ນຳ​ເອົາ​ຄວາມ​ເດືອດ​ຮ້ອນ​​ມາ​ໃຫ້​ປະ​ຊາ​ຊົນ​ທີ່​ສຸດ.

ໂດຍ​ປະ​ເຊີນ​ໄພ​ອັນຕະ​ລາຍ​ທີ່​ຈະ​ສູນ​ຊາດ​ສິ້ນ​ແຜ່ນດິນ​ປະ​ຊາ​ຊົນ​ຕົກ​ທຸກ​ໄດ້​ຍາກ,​ທ່ານ​ຈູ​ດີ​ໄດ້​ປະຕິ​ຍານ​ຕົວ​ເຝິກ​ວິຊາ​ໃຫ້​ເກັ່ງໆ​ເພື່ອ​ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່,​ເພິ່ນ​ເລີ່ມ​ຮ່ຳຮ​ຽນ​ຢ່າງ​ດຸ​ຫມັ່ນ,​ຫນັງ​ສື​ທີ່​ເພິ່ນ​ອ່ານ​ນັ້ນມີ​ຫນັງ​ສື​ການ​ເມືອງ​ທັງ​ມີ​ວິຊາ​ການ​ທະ​ຫານ,​ເມື່ອ​ອາ​ຍຸ 24 ປີ,​ທ່ານ​ຈູ​ດີ​ໄດ້​ໄປ​ເປັນ​ເຈົ້ານາຍ​ຊັ້ນ​ຕ່ຳ​ຢູ່​ເມືອງ​ໂລ້​ຢາງ,​ເພິ່ນ​ມີ​ຫມູ່​ຮ່ວມ​ງານ​ຜູ່​ຫນຶ່ງ​ຊື່ວ່າ​ຫລິວ​ຄຸນ​ກໍ​ເປັນ​ຊາວ​ຫນຸ່ມ​ທີ່​ມີ​ອຸດົມ​ການ​ຄື​ກັນ,​ເພາະ​ສະ​ນັ້ນ,​ພວກ​ເຂົາ​ເຈົ້າ​ໄດ້​ລົມ​ກັນ​ກ່ຽວ​ກັບ​ວຽກບ້ານ​ການ​ເມືອງ​ເລື້ອຍໆ​ແລະ​ຮູ້​ສຶກ​ວ່າ​ສະ​ຖາ​ນະ​ການ​ບ້ານ​ເມືອງ​ອັນ​ຕະ​ລາຍ​ທີ່​ສຸດ,​ພວກ​ເຂົາ​ເຈົ້າ​ຍັງ​ຊ້ອມ​ດາບ​ເຝິກ​ກົງ​ຢູນຳ​ກັນ​ເລື້ອຍໆ,ອຸດົມ​ຄະຕິ​ຮ່ວມ​ກັນ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າກາຍ​ເປັນ​ເພື່ອນ​ທີ່​ສະ​ຫນິດ​ສະຫນົມ​ກັນຫຼາຍ.

ໃນ​ຕອນ​ກາງຄືນ​ຍາມຫນາວ​ເທື່ອ​ຫນຶ່ງ,ທ່ານ​ຈູ​ດີ​ກັບ​ທ່ານ​ຫລີ​ວຄຸນ​ກໍ​ຫາລື​ກັນຈົນ​ຮອດ​ເດີກ,ສອງ​ຄົນ​ຕ່າງ​ມີນ້ຳ​ໃຈ​ຫ້າວຫັນ​ຟົດ​ຟື້ນ,ຕ່າງ​ກໍ​ເຫັນ​ວ່າ​ເກີດ​ເປັນ ລູກ​ຜູ່​ຊາຍ​ໃນ​ຍາມ​ທີ່​ຊາດ​ຄັບ​ຂັນ​ອັນ​ຕະ​ລາຍ,ຄວນ​ໄປ​ແນວ​ຫນ້າ​ປາບ​ຂ້າ​ເສິກ​ຕອບ​ແທນ​ປະ​ເທດ​ຊາດ,ຈົນ​ຮອດ​ເດິກ​ດື່ນ​ທ່ຽງ​ຄືນ,​ສອງ​ຄົນ​ຈິ່ງນອນ​ຫລັບ,ພວມ​ນອນ​ຢ່າງ​ສະຫນິດ,ບັງ​ເອີນ​ໄດ້ຍິນ​ສຽງ​ໄກ່​ຂັນ​ສົ່ງ​ມາ​ແຕ່​ປ່າ,ທ່ານ​ຈູ​ດີ​ກໍ​ລຸກ​ພວດ​ພາກ​ຂຶ້ນ​ໃນ​ທັນທີ,ຈິ່ງ​ປະກົ​ດ​ເຫັນ​ວ່າ​ຟ້າ​ຍັງ​ມືດ​ຕືບຢູ່​ອ້ອມ​ຂ້າງງຽບ​ສະ​ຫັດ,​ມີ​ແຕ່​ສຽງ​ໄກ່​ຂັນ​ປຸກ​ຄົນ​ໃຫ້​ຫັນ​ຫ້າວ,ທ່ານ​ຈູ​ດີ​ຖືກ​ກະຕຸກ​ຊຸກ​ຍູ້​ໃນ​ທັນ​ໃດ,​ເລີຍ​ປຸກ​ທ່ານ​ຫລີ​ວຄຸນ​ໃຫ້​ຕື່ນ​ແ​ລ້ວ,​ເວົ້າວ່າ,ພວກ​ເຮົາ​ມີ​ແຕ່​ວ່າ​ກອບ​ກູ້​ປະ​ເທດ​ຊາດ​ກອບ​ກູ້​ປະຊາຊົນ​ຟັງ​ແມ,ສຽງ​ໄກ່​ພວມ​ປຸກ​ພວກ​ເຮົາ​ໃຫ້​ລຸກ​ຂຶ້ນ​ເຄື່ອນ​ໄຫວ​ແລ້ວ​ເດ.

ບັດ​ນັ້ນ,ສອງ​ຄົນ​ກໍ​ລຸກ​ນຸ່ງ​ເສື້ອ​ລົງ​ຕຽງ​ໄປ,​ເອົາ​ດາບ​ອອກ​ມາ​ຊ້ອມ​ດາບ​ກັນ​ໃນ​ທ່າມ​ກາງ​ລົມ​ຫນາວ,​ແຕ່​ນັ້ນມາຮຸ້ງ​ເຊົ້າມື້​ໃດ,ພໍ​ໄກ່​ຂັນ​ບາດ​ທຳ​ອິດ,ທ່ານ​ຈູ​ດີ​ກໍ​ລຸກ​ຊ້ອມ​ດາບ,​ເພື່ອ​ຫັດ​ພໍ​ກາຍ​ແລະຍົກວິຊາ​ກົງ​ຟູ​ໃຫ້​ສູງ​ຂຶ້ນ,ນີ້​ກໍ​ແມ່ນ​ນິທານ​ເລື່ອງ​ຍິນ​ສຽງ​ໄກ່​ຂັນ​ກໍ​ລຸກ​ຊ້ອມ​ດາບ​.

ຄ.ສ.ປີ 311,ກອງ​ທະຫານ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ພາກ​ເຫນືອ​ບຸກ​ຍຶດ​ເອົາ​ເມືອງ​ໂລ້​ຢາງ ທ່ານ​ຈູ​ດີ ຈຳ​ເປັນ​ນຳພາ​ວົງ​ຕະກຸນ​ຂອງ​ເພິ່ນ​ແລະ​ພໍ່​ແມ່​ປະ​ຊາ​ຊົນ​ຫຼາຍ​ຮ້ອຍ​ຄອບ​ຄົວ​ຫນີ​ໄປ​ພາກ​ໃຕ້,​ຕາມ​ທາງ,​ພວກ​ເຂົາ​ເຈົ້າ​ຖືກ​ສັດ​ຕູ​ ຫຼອນ​ໂຈມ​ຕີ​ເລື້ອຍ​ໆ.ທ່ານ​ຈູ​ດີ ກໍ​ລ້ວນ​ແຕ່​ຊ່ອຍ​ໃຫ້​ພົ້ນ​ໄພ​ອັນ​ຕະ​ລາຍ​ຢ່າງ​ມີ​ໄຫວ​ພິບ​ທຸກ​ເທື່ອ.

ຍ້ອນ​ວ່າ​ກອງ​ທະຫານ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເຂັ່ນຂ້າ​ຊາວ​ເຜົ່າຮ້ານ​ຢູ່​ເຂ​ດ​ທີ່​ພວກ​ເຂົາ​ຍຶດ​ຄອງ​ຢ່າງ​ບັງອາດ,ປະຊາຊົນ​ເຜົ່າ​ຮ້ານ​ຈິ່ງ​ຈັດຕັ້ງກັນ​ຂຶ້ນມາ​ຕ້ານ​ຢັນ,ທ່ານ​ຈູ​ດີ​ເຫັນ​ວ່າ​ຄວນ​ສວຍ​ໂອ​ກາດ,​ຮ່ວມ​ສຳພັນກັບ​ກຳລັງ​ຕໍ່​ຕ້ານ​ຢູ່​ແຫ່ງ​ຕ່າງ​ໆ,ພະ​ຍາ​ຍາມ​ກອບ​ກູ້​ເອົາ​ພາກ​ເຫນືອ​ຄືນ,​ເພາະ​ສະ​ນັ້ນ,​ເພິ່ນ​ຈິ່ງ​ຈ່າວ​ເອົາ​ທະ​ຫານ​ເຮັດ​ອາ​ວຸດ,​ບໍ່​ດົນ​ກໍ​ປະ​ກອບ​ເປັນ​ຖັນ​​ແຖວ​ທີ່​ມີ​ຫຼາຍ​ພັນ​ຄົນ​ກອງ​ງວດ​ຫນຶ່ງ.

ຍ້ອນ​ທ່ານ​ຈູ​ດີ ມີ​ຄວາມ​ສາມາດ​ທາງ​ການ​ທະຫານ​ຫຼາຍ,​ກອງ​ທະ​ຫານ​ຂອງ​ເພິ່ນ​ໄດ້​ຊະ​ນະ​ຢ່າງ​ຕໍ່​ເນື່ອງ​ກັນ​ໃນ​ສົງຄາມ​, ດິນແດນ​ທີ່​ກອບ​ກູ້​ຄືນ​ກໍ​ນັບ​ມື້​ນັບ​ກວ້າງ​ອອກ,​ຫຼາຍ​ປີ​ຕໍ່​ມາ,​ໃນ​ທີ່​ສຸດ,​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ກໍ​ຖືກ​ໄລ່​ອອກ​ຈາກ​ເຂດ​ພາກ​ກາງ​ທີ່​ຊາວ​ເຜົ່າ​ຮ້ານ​ອາ​ໄສ​ຢູ່,​ຈາກ​ນັ້ນ​ມາ,​ທິທານ​ຂອງ​ທ່ານ​ຈູ​ດີກໍ​ໄດ້​ເລົ່າ​ລື​ກັນ​ຕະ​ຫຼອດ​ມາ,​ຈົນ​ຮອດ​ດຽວ​ນີ້,​ຢູ່​ຫຼາຍ​ແຫ່ງ​ໃນ​ແຂວງ​ເຫີ​ນານ,ກໍ​ຍັງ​ມີ​ສານ​ບູຊາ​ທີ່​ສ້າງ​ໄວ້​ເພື່ອ​ລະ​ລຶກ​ທ່ານ​ຈູ​ດີ.